ໂຕໂຢຕ້າ ຄອງແຊ້ມຂາຍລົດໄດ້ຫຼາຍທີ່ສຸດໃນໂລກ 4 ປີຊ້ອນ


ໃນປີ 2023 ໂຕໂຢຕ້າມີຍອດຂາຍທຸບສະຖິຕິໄດ້ຫຼາຍທີ່ສຸດໃນໂລກ 11.2 ລ້ານຄັນ.

ບໍລິສັດໂຕໂຢຕ້າ ມໍເຕີ ເຊິ່ງເປັນຜູ້ຜະລິດລົດລາຍໃຫຍ່ຈາກຍີ່ປຸ່ນລະບຸໃນວັນທີ 30 ມັງກອນ 2024 ວ່າ: ໂຕໂຢຕ້າ ຈຳໜ່າຍລົດໄດ້ສູງເປັນປະຫວັດສາດ ສົ່ງຜົນໃຫ້ໂຕໂຢຕ້າຄອງຕຳແໜ່ງຜູ້ຜະລິດລົດ ທີ່ມີຍອດຂາຍລົດສູງທິ່ສຸດໃນໂລກຕິດຕໍ່ກັນເປັນປີທີ 4.

ພ້ອມກັນນິ້ ໂຕໂຢຕ້າ ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນ 7.2% ໃນປີຜ່ານມາ ເຊິ່ງລວມເຖິງລົດບັນທຸກ ຈາກຮີໂນມໍເຕີ ເຊິ່ງເປັນບໍລິສັດ ຜະລິດລົດບັນທຸກໃນເຄືອ ແລະ ລົດຈາກໄດຮັດສຸ ເຊິ່ງເປັນບໍລິສັດຜະລິດລົດຂະໜາດນ້ອຍໃນເຄືອ ໂດຍໄດ້ແຮງໜູນຈາກຍອດຂາຍສູງເປັນປະຫວັດສາດ ຈາກຕ່າງປະເທດ 8.9 ລ້ານຄັນ.

ຍອດຂາຍລົດສະເພາະຈາກບໍລິສັດແມ່ຢ່າງໂຕໂຢຕ້າ ເຊິ່ງລວມເຖິງແບຣນໂຕໂຢຕ້າ ແລະ ເລກຊັສ ແຕະລະດັບສູງເປັນປະຫວັດສາດ 10.3 ລ້ານຄັນໃນປີ 2023. ຍອດຂາຍສະເພາະເດືອນທັນວາ ເຕີບໂຕເຖິງ 10% ຖ້າທຽບໃສ່ປີກ່ອນໜ້ານີ້ 1 ລ້ານຄັນ ແລະ ມີການຜະລິດໃນເດືອນດຽວກັນ 7.7% ຢູ່ທີ່ 9.06 ແສນຄັນ ໂດຍເປັນຜົນຈາກອຸປະສົງທີ່ເຂັ້ມແຂງ ແລະ ສະຖານະການຂາດແຄນເຊມິຄອນດັກເຕີທີ່ຜ່ອນຄາຍລົງ.

ຂໍ້ມູນຈາກ: Bangkok Biznews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/