ໄຕ້ຫວັນຕິດຕັ້ງ “ຕູ້ຖິ້ມຖ່ານເກົ່າ” ສາມາດແລກເປັນຄະແນນເອົາໄວ້ຊື້ເຄື່ອງ ແລະ ຄ່າໂດຍສານໄດ້ ແຖມຍັງຫຼຸດຜ່ອນຂີ້ເຫຍື້ອອັນຕະລາຍລົງໄດ້ອີກ


ຖ່ານແບັດເຕີຣີທີ່ເຮົາໃຊ້ມາຕັ້ງແຕ່ນ້ອຍຈົນໃຫຍ່ ເວລາມັນໝົດປະສິດທິະພາບແລ້ວກໍຈະຖິ້ມ ເພາະມັນຂຶ້ນຊື່ວ່າເປັນຂີ້ເຫຍື້ອອັນຕະລາຍ ຣີໄຊເຄິນທົ່ວໄປບໍ່ໄດ້, ແຕ່ໃນໄຕ້ຫວັນ ເມືອງ Hsinchu ໄດ້ຕິດຕັ້ງຕູ້ສຳລັບໃຫ້ຄົນເອົາຖ່ານທີ່ໃຊ້ແລ້ວ ມາແລກເປັນຄະແນນສະສົມ ເພື່ອນຳໄປເປັນສ່ວນລົດໃນການຊື້ເຄື່ອງພາຍໃນເມືອງໄດ້ ເປັນການຫຼຸດຜ່ອນຂີ້ເຫຍື້ອອັນຕະລາຍໄປໃນຕົວ.

ຄວາມຄິດດັ່ງກ່າວມາຈາກລັດຖະບານທ້ອງຖິ່ນທີ່ສະໜັບສະໜູນການຣີໄຊເຄິນ ເຊິ່ງປະຊາຊົນໃນໄຕ້ຫວັນໃຊ້ຖ່ານທີ່ບໍ່ສາມາດນຳກັບໄປບັນຈຸໄຟຟ້າໄດ້ໃໝ່ເຖິງ 11,000 ໂຕນ/ປີ ແລະ ມີແຕ່ 4,000 ໂຕນຂອງທັງໝົດເທົ່ານັ້ນ ທີ່ຖືກນຳກັບໄປຣີໄຊເຄິນຄືນ, ລັດຖະບານທ້ອງຖິ່ນເລີຍຮ່ວມກັບບໍລິສັດສະຕາດອັບ Ecoco ສ້າງຕູ້ຮັບຖ່ານຂຶ້ນມາ.

ປະເພດຖ່ານທີ່ຕູ້ດັ່ງກ່າວຮັບ ມີ 7 ຂະໜາດໄດ້ແກ່: D,C,AA,AAA,AAAA ແລະ ຖ່ານ 9 ໂວນ. ຂັ້ນຕອນການຮັບຄະແນນຈາກຕູ້ ແມ່ນຕ້ອງໄດ້ດາວໂຫຼດແອັບ Ecoco Circular Economy (Ecoco循環經濟) ແລະ Green Point (環保集點) ມາກ່ອນ ຈຶ່ງຮັບຄະແນນໄດ້.

ຄະແນນຈາກແອັບ Ecoco Circular Economy ຈະສາມາດໃຊ້ເປັນສ່ວນລົດໃນການຊື້ເຄື່ອງຕ່າງໆ ລວມເຖິງໃນແອັບ Foodpanda ແລະ Taiwan Taxi Co ອີກດ້ວຍ.

ຄະແນນຈາກແອັບ Green Point (環保集點) ສາມາດໃຊ້ແລກເປັນຄ່າເດີນທາງຂົນສົ່ງສາທາລະນະ ແລະ ສາມາດຊື້ເຄື່ອງໃນຮ້ານໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/