Tesla Bot ໂປຣເຈັກຫຸ່ນຍົນຕົວໃໝ່ຂອງ Elon Musk


ບໍລິສັດ Tesla ຜູ້ນຳດ້ານການຜະລິດລົດໄຟຟ້າຂອງ Elon Musk ໄດ້ອອກມາເຜີຍໂປຣເຈັກໃໝ່ທີ່ກຳລັງພັດທະນາ ນັ້ນກໍຄືຫຸ່ນຍົນມະນຸດ Tesla Bot ຫຼື ທີ່ໃຊ້ໂຄດເນມວ່າ Optimus.

Tesla Bot ຖືກພັດທະນາຂຶ້ນມາ ເພື່ອໃຫ້ເປັນຜູ້ຊ່ວຍຂອງມະນຸດຕໍ່ກັບວຽກງານທີ່ມີຄວາມສ່ຽງຕ່າງໆທີ່ອາດຈະກໍ່ໃຫ້ເກີດອຸບັດຕິເຫດ ຫຼື ການບາດເຈັບໄດ້, ເປັນຫຸ່ນຍົນທີ່ມີຮູບຮ່າງໃກ້ຄຽງກັບມະນຸດໂດຍຈະມີຄວາມສູງຢູ່ປະມານ 173cm, ນ້ຳໜັກປະມານ 56kg, ສາມາດຍົກເຄື່ອງທີ່ມີນ້ຳໜັກສູງສຸດໄດ້ປະມານ 20kg ແລະ ເຄື່ອນທີ່ດ້ວຍຄວາມໄວໄດ້ປະມານ 8km/1h.

ຖືກຜະລິດດ້ວຍວັດສະດຸທີ່ມີນ້ຳໜັກເບົາ ພ້ອມກັບມີຈໍສະແດງຂໍ້ມູນຕ່າງໆຢູ່ເທິງໃບໜ້າຂອງຫຸ່ນເອງ, ນຳໃຊ້ເຊັນເຊີກວດຈັບແບບອັດຕະໂນມັດ ແບບທີ່ໃຊ້ໃນລົດຂອງ Tesla. ນອກຈາກນີ້ຍັງມີການນຳໃຊ້ລະບົບ Autopilot ທີ່ຊ່ວຍໃຫ້ຕົວຫຸ່ນເຄື່ອນເໜັງໄປມາພ້ອມກັບຕັດສິນໃຈເລື່ອງງ່າຍໆໄດ້ເອງ.

Tesla Bot ຫຼື Optimus ໄດ້ຖືກພັດທະນາມາແລ້ວເປັນເວລາ 10 ກວ່າປີ ແຕ່ກໍຍັງຕ້ອງໄດ້ພັດທະນາຕໍ່ໄປເພື່ອໃຫ້ປະຕິບັດງານໄດ້ແທ້ ດັ່ງທີ່ Elon Musk ໄດ້ວາງແຜນໄວ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/