ເປັນຫຍັງການເຊົາສູບຢາຈຶ່ງເປັນເລື່ອງທີ່ຍາກ?


ທຸກຄົນຮູ້ກັນດີວ່າຢາສູບນັ້ນມີຜົນເສຍຢ່າງໃດຕໍ່ຮ່າງກາຍ ແຕ່ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຄວບຄຸມໃຫ້ຕົນເອງເຊົາສູບມັນໄດ້?

ສາເຫດແມ່ນຍ້ອນນິໂຄຕີນ (Nicotine) ໃນຢາສູບ ມັນເປັນໜຶ່ງໃນສານທີ່ປະກອບກັບສານເຄມີອື່ນໆເພື່ອສ້າງຢາສູບຂຶ້ນມາ.​ ທຸກໆຄັ້ງທີ່ເຮົາສູບຢາເຂົ້າໄປແລ້ວ,​ ນິໂຄຕີນຈະເປັນຕົວໄປກະຕຸ້ນສານໂດປາມີນ (Dopamine) ແລະ ເອັນດໍຟີນ (Endorphin) ໃນສະໝອງ ເຊິ່ງເຮັດໃຫ້ເຮົາຮູ້ສຶກມີຄວາມສຸກ ແລະ ຢາກເຮັດມັນອີກ. ການທີ່ຈະສ້າງຄວາມສຸກໃຫ້ສະໝອງນັ້ນເປັນເລື່ອງງ່າຍ ພຽງສູບເອົາຈາກຢາສູບໜຶ່ງຄັ້ງກໍໄດ້ແລ້ວ. ໃນຄົນທົ່ວໄປຈະສູບປະມານ 10 ເທື່ອຕໍ່ຢາສູບອັນໜຶ່ງ, ລອງຈິນຕະນາການວ່າຖ້າສູບກ່ອງໜຶ່ງກໍຈະໄດ້ປະລິມານນິໂຄຕີນຫຼາຍເກີນໄປ ເຮັດໃຫ້ສະໝອງຈະຕ້ອງການນິໂຄຕີນຫຼາຍຂຶ້ນເລື້ອຍໆ.

ແຕ່ວ່າໃນການສູບຄັ້ງໜຶ່ງ ມັນບໍ່ໄດ້ມີພຽງນີໂຄຕີນທີ່ເຂົ້າມາໃນຮ່າງກາຍຂອງເຮົາເທົ່ານັ້ນ, ມັນຍັງມີສານເຄມີອີກຫຼາຍພັນກວ່າຊະນິດທີ່ເຂົ້າໄປໃນຮ່າງກາຍເຮົາ. ນິໂຄຕີນເອງກໍຖືກໃຊ້ເປັນສ່ວນປະກອບໃນການສ້າງຢາຂ້າແມງໄມ້, ຈຶ່ງແມ່ນເຫດຜົນວ່າເປັນຫຍັງຄົນທີ່ສູບຢາຈະບໍ່ຖືກຍຸງຕອມ. ອີກທາດຫຼັກໆກໍຄືທາ (Tar) ທີ່ໄປເກາະກິນແຂ້ວ, ເຫືອກຂອງເຮົາໃຫ້ດຳ ແລະ ປອດທີ່ເຊື່ອມລົງຈົນກໍ່ໃຫ້ເກີດເຊື້ອຕ່າງໆ…

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/