The Metaverse ຮ່ວມມືກັບ Skybound ພັດທະນາເກມ The Walking Dead ໃຫ້ກາຍເປັນເກມແນວ NFT ໃນໂລກຂອງ The Sandbox


Skybound Entertainment ຖືເປັນບໍລິສັດທີ່ມີຊື່ສຽງຈາກການສ້າງຊີຣີທີ່ມີຊື່ວ່າ The Walking Dead ຊີຣີແນວດຣາມ່າສະຍອງຂວັນ ເວົ້າເຖິງການຜະຈົນໄພເອົາຊີວິດລອດໃນໂລກທີ່ເຕັມໄປດ້ວຍຜີດິບ.

ນອກຈາກຊີຣີແລ້ວກໍຍັງມີກາຕູນ ແລະ ເຄີຍສ້າງເປັນເກມມາແລ້ວ ໂດຍຮ່ວມມືກັບ Telltale Games ເຮັດຜົນງານອອກມາຫຼາຍເກມທັງໃນໂທລະສັບ ແລະ ໃນ PC. ປັດຈຸບັນກໍຍັງມີຂາຍໃນ Steam ຢູ່.

ຕໍ່ມາ The walking dead ກໍໄດ້ກ້າວເຂົ້າສູ່ໂລກຂອງ NFT ໂດຍຮ່ວມມືກັບ The Metaverse ທີ່ຕອນນີ້ກຳລັງສ້າງເກມທີ່ເປັນຮູບແບບ NFT ຢູ່ ນັ້ນກໍຄື: The Sandbox, ເກມແນວຈຳລອງໂລກ 3 ມິຕິ ທີ່ມີລັກສະນະຄ້າຍຄືກັບເກມຍອດນິຍົມ Minecraft, ເຊິ່ງ The Sandbox ຍັງເປັນເກມທີ່ຖືກສ້າງໃນ blockchain ຂອງ Ethereum ນຳອີກ.

ລັກສະນະຂອງເກມ The walking dead NFT ຈະອອກແນວການເອົາຊີວິດລອດຈາກຜີດິບ ການຫາອາຫານ, ສະສົມຊັບພະຍາກອນ, ສ້າງທີ່ຢູ່ອາໄສ, ​ສ້າງສາຍສຳພັນ, ການສ້າງພັນທະມິດ ແລະ ອື່ນໆ ແຕ່ຢ່າງໃດຕອນນີ້ The Walking Dead NFT ກໍຍັງບໍ່ມີຂໍ້ມູນອອກມາຫຼາຍມີພຽງແຕ່ທີເຊີເປີດຕົວເກມ ແລະ ການເປີດໃຫ້ລົງທະບຽນກ່ອນເທົ່ານັ້ນ.

ທີ່ມາ: shorturl.at/hzOX3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/