ໄຕມາດທຳອິດ ປີ 2023 ດ່ານພາສີສາກົນຂົວມິດຕະພາບ 2 ສາມາດເກັບລາຍຮັບໄດ້ລື່ນແຜນການ ຢູ່ທີ່ 307 ຕື້ກີບ


ໃນໄຕມາດທຳອິດຂອງປີ 2023 ທ່າມກາງກາລະໂອກາດ  ແລະ ສິ່ງທ້າທາຍໂດຍສະເພາະທາງດ້ານເສດຖະກິດພາຍໃນປະເທດກໍຄືແຂວງສະຫວັນນະເຂດ ແຕ່ດ່ານພາສີສາກົນຂົວມິດຕະພາບ 2 ກໍຍັງສາມາດຈັດຕັ້ງປະຕິບັດໜ້າທີ່ໄດ້ສຳເລັດຕາມລະດັບຄາດໝາຍ ແລະ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການໃນໄຕມາດທຳອິດ ໂດຍສາມາດຈັດເກັບລາຍຮັບໄດ້ເຖິງ 307 ຕື້ກີບ.

ທ່ານ ຂວັນໄຊຊະນະ ຟອງສະໝຸດ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2 ໃຫ້ຮູ້ວ່າ: ໃນປີ 2023 ດ່ານພາສີສາກົນຂົວມິດຕະພາບ 2 ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 890 ຕື້ກີບ, ໃນໄຕມາດທຳອິດ ປີ 2023 ໄດ້ແບ່ງຕົວເລກຈັດເກັບລາຍຮັບທັງໝົດ 267 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄຕມາດທຳອິດ ແມ່ນສາມາດເກັບລາຍຮັບໄດ້ 307 ຕື້ກີບເທົ່າກັບ 115,06% ຂອງແຜນການງວດ, ເພີ່ມຂຶ້ນ 15,05% ເທົ່າກັບ 40 ຕື້ກວ່າກີບ.

ສ່ວນສາເຫດທີ່ພາໃຫ້ການຈັດເກັບລາຍຮັບໃນງວດ I ປີ 2023 ເກີນແຜນການງວດສ່ວນໃຫຍ່ລາຍຮັບໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟເພີ່ມຂຶ້ນ, ການນໍາເຂົ້າພາຫະນະ (ເປັນຄັນ), ຊິ້ນສ່ວນ ແລະ ອາໄຫຼ່ພາຫະນະ, ສິນຄ້ານໍາເຂົ້າ-ສົ່ງອອກ, ຄ່າທຳນຽມ ແລະ ສິນຄ້າປະເພດອື່ນໆ.

ສຳລັບທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນໄຕມາດທີ 2 ປີ 2023 ຄະນະດ່ານພາສີສາກົນຂົວມິດຕະພາບ 2, ສຸມໃສ່ຫຼາຍມາດຕະການ, ເອົາໃຈໃສ່ທາງດ້ານການເມືອງ-ແນວຄິດໃນຖັນແຖວພະນັກງານສະມາຊິກພັກ, ເຂັ້ມງວດການປະຕິບັດໜ້າທີ່ວິຊາສະເພາະຕາມລະບຽບກົດໝາຍ, ຄຸ້ມຄອງການຈັດເກັບລາຍຮັບໃຫ້ຖືກຕ້ອງຄົບຖ້ວນ, ທັນຕາມກໍານົດເວລາ, ປຸກລະດົມຊຸກຍູ້ບັນດາຜູ້ປະກອບການແຈ້ງຂໍ້ມູນລະອຽດເພື່ອໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ, ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກໃຫ້ກະທັດຮັດ.

ໃນດ້ານເຕັກນິກກໍຈະລົດຜ່ອນບັນດາຂັ້ນຕອນທີ່ບໍ່ຈໍາເປັນ, ອໍານວຍຄວາມສະດວກໃຫ່ແກ່ການນໍາເຂົ້າສົ່ງອອກສິນຄ້າ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະຢ່າງມີປະສິດທິຜົນເປັນຕົ້ນ: ລະບົບການແຈ້ງພາສີອັດຕະໂນມັດ (ASYCUDA), ຕິດຕາມ ແລະ ຄຸ້ມຄອງປະເພດສິນຄ້າທີ່ເປັນລາຍຮັບຕົ້ນຕໍເຊັ່ນ: ພາຫະນະ, ນໍ້າມັນເຊື້ອໄຟ, ການສົ່ງອອກຊັບພະຍາກອນທໍາມະຊາດ ແລະ ຈັດເກັບລາຍຮັບເຂົ້າງົບປະມານສຳເລັດຕາມລະດັບຄາດໝາຍ ແລະ ອື່ນໆ.

ຂອບໃຈຂໍ້ມູນຈາກ: https://bit.ly/3n2d3Wn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/