ໄຊຍະບູລີເນັ້ນສົ່ງເສີມການຜະລິດພາຍໃນ ຫ້າມນຳເຂົ້າສັດມີຊີວິດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ກວ່າ 39 ລາຍການ


ອຳນາດການປົກຄອງ ແຂວງໄຊຍະບູລີ ໄດ້ຈໍາກັດການນໍາເຂົ້າສິນຄ້າກະສິກຳທີ່ແຂວງສາມາດຜະລິດໄດ້ ເຊິ່ງອະນຸຍາດນຳເຂົ້າປະເພດພືດຜັກໃນ 59 ລາຍການ, ໝາກໄມ້ 23 ລາຍການ, ຫ້າມນຳເຂົ້າສັດມີຊີວິດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ, ສັດນໍ້າທີ່ສາມາດຜະລິດໄດ້ຢູ່ພາຍໃນຈຳນວນ 39 ລາຍການ ເພື່ອສົ່ງເສີມການຜະລິດພາຍໃນທົດແທນການນໍາເຂົ້າ.

ທ່ານ ບຸດສະກອນ ອິນທະລັງສີ  ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີໄດ້ໃຫ້ຮູ້ວ່າ: ການຜະລິດກະສິກຳຂະຫຍາຍຕົວຢູ່ໃນລະດັບ 3% ກວມເອົາ 26% ຂອງ GDP ໃນປີ 2023, ໂດຍໄດ້ສຸມໃສ່ສົ່ງເສີມການຜະລິດເຂົ້າກິນ, ພືດສະບຽງອາຫານ ແລະ ພືດເປັນສິນຄ້າ ໃນນີ້, ການຜະລິດເຂົ້າໄດ້ 203.365 ໂຕນ, ເພີ່ມຂຶ້ນ 6%, ພືດສະບຽງສະບຽງອາຫານຜົນຜະລິດໄດ້ 187.980 ໂຕນ, ເພີ່ມຂຶ້ນ 44% ແລະ ພືດເປັນສິນຄ້າໄດ້ 2.633.686 ໂຕນ, ເພີ່ມຂຶ້ນ 32% (ຖ້າທຽບໃສ່ປີ 2020). ເຂົ້າສາມາດສົ່ງອອກເປັນສິນຄ້າໄດ້ຫຼາຍກ່ວາ 50.000 ໂຕນ. ສ່ວນພືດກະສິກໍາບັນລຸໄດ້ປະມານ 2,6 ລ້ານໂຕນ, ອັນພົ້ນເດັ່ນແມ່ນມັນຕົ້ນ, ໝາກເດືອຍ, ສາລີ, ກ້ວຍຫອມ, ຖົ່ວເຫຼືອງຜັກສົດ, ໝາກໂມ, ຢາງພາລາ ແລະ ອຶ່ນໆ.

ທ່ານກ່າວຕື່ມວ່າ: ສ່ວນການລ້ຽງສັດປັດຈຸບັນມີສັດລ້ຽງທັງໝົດຫຼາຍກວ່າ 5,7 ລ້ານກວ່າໂຕ, ຖ້າທຽບໃສ່ປີ 2020 ຝູງສັດເພີ່ມຂື້ນປະມານ 25%. ໃນປີ 2023 ສົ່ງອອກສັດເປັນສິນຄ້າປະເພດ ງົວ, ຄວາຍ, ໝູ ແລະ ສັດປີກ ໄດ້ເຖີງ 58.690 ໂຕ, (ຖ້າທຽບໃສ່ປີ 2020 ເພີ້ມຂຶ້ນ 67%), ນອກຈາກນີ້ພວກເຮົາຍັງໄດ້ປັບປຸງສະຫະກອນ,  ກຸ່ມຜະລິດຕ່າງໆ ເພື່ອຮັບປະກັນການສົ່ງເສີມການຜະລິດທາງດ້ານປະລິມານ, ຄຸນະພາບສ້າງລາຍຮັບໃຫ້ຊາວກະສິກອນ ແລະ ປະກອບສ່ວນເສດຖະກິດຂອງແຂວງ.

https://www.facebook.com/crifm93/posts/pfbid0NiuvJKwZrqkmZZH5t9ZRyfNWxi2gqLP8pWwjQf84whxBqeKxhZY9j5JYTjX6ahg3l

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/