ໂສພາພອນ ນັກແປພາສາມື ຜູ້ທີ່ຊ່ວຍເຫຼືອຄົນພິການທາງການໄດ້ຍິນມາໂດຍຕະຫຼອດ


ໂສພາພອນ ເຮືອງລິດ ນັກແປພາສາມື ຜູ້ທີ່ຊ່ວຍເຫຼືອຄົນພິການທາງການໄດ້ຍິນມາໂດຍຕະຫຼອດ ມອບຄວາມຮັກ ແລະ ຖ່າຍທອດຄວາມຮູ້ຄວາມສາມາດ ໃຫ້ແກ່ຄົນພິການທາງການໄດ້ຍິນ ຈົນປັດຈຸບັນມີໂຮງຮຽນ-ສູນ ສຳລັບຄົນພິການທາງການໄດ້ຍິນທັງເດັກນ້ອຍ ແລະ ຜູ້ໃຫຍ່.

ຜ່ານມາ ໂສພາພອນ ໄດ້ມີຜົນງານທີ່ໂດດເດັ່ນຢູ່ສະເໝີ ເຄີຍເປັນຜູ້ຊ່ວຍໃນການແປພາສາມືກັບການຖະແຫຼງຂ່າວຂອງຄະນະສະເພາະກິດ ກ່ຽວກັບໂຄວິດ-19 ໃນປີຜ່ານມາ ແລະ ເຄີຍໄດ້ຮ່ວມກອງປະຊຸມຂອງກະຊວງສຶກສາ, ງານຂອງສະຖານທູດຕ່າງໆ, ແປຊີຣີ້ ແລະ ຄອນເສີດຕ່າງໆ. ກວ່າຈະມາຮອດຈຸດນີ້ ໂສພາພອນ ໄດ້ຜ່ານຜ່າທັງຄວາມທຸກ ແລະ ຄວາມສຸກປະປົນກັນໄປ, ແຕ່ຍິງຄົນນີ້ກໍບໍ່ຍອມທໍ້ຖອຍຕໍ່ກັບອຸປະສັກ ແລະ ບັນຫາຕ່າງໆ ຍັງຄົງສືບຕໍ່ແປພາສາມື ດ້ວຍຄວາມຮັກຄວາມເມດຕາ ທີ່ມີຕໍ່ຜູ້ພິການ ແລະ ຈະສືບຕໍ່ສິດສອນໃຫ້ພວກເຂົາມີອາຊີບຕິດຕົວ, ມີວຽກເຮັດງານທຳຄືກັບຄົນທົ່ວໄປ. ພິເສດໄປກວ່ານີ້ ຍັງເປັນຜູ້ຍິງທີ່ອົດທົນ, ເກັ່ງ,​ ມີຄວາມຮູ້ຄວາມສາມາດ, ມີເມດຕາ ແລະ​ ເຂົ້າໃຈເຖິງຜູ້ພິການເປັນຢ່າງຍິ່ງ. ເຮົາມາຮູ້ຈັກກັບບາງມຸມຂອງຍິງຄົນນີ້ ແລະ ກວ່າຈະມາເປັນສູນນີ້ ມີທີ່ມາຄືແນວໃດ, ຍິງຄົນນີ້ເຮັດຫຍັງ, ມີຜົນງານຫຍັງ ແລະ ມີການສອນນັກຮຽນຄືແນວໃດ? ເຊິ່ງຈະເປັນແນວໃດນັ້ນ ສາມາດອ່ານໄປພ້ອມໆກັນໄດ້ເລີຍ.

1.  ປະຫວັດ ແລະ ຄວາມເປັນມາຂອງສູນ

ແຕ່ກ່ອນເຄີຍເປັນອາສາສະໝັກໃຫ້ຄົນພິການຕາ ໃນປີ 2008 ເຊິ່ງຕົນເອງເປັນຄົນທີ່ມັກຮຽນຮູ້ສິ່ງໃໝ່ໆ ຈາກນັ້ນໄດ້ມີການໄປສອນເພງໃຫ້ຄົນພິການຕາ, ເມື່ອກ່ອນຈະຢູ່ຄູວຽງ ແລະ ເຫັນວ່າທາງຫຼັງຂອງໂຮງຮຽນມີຄົນພິການຫູ ເຊິ່ງໄດ້ເຫັນຊີວິດການເປັນຢູ່ ຫຼື ການເຄື່ອນໄຫວຂອງຜູ້ພິການຫູ ແລ້ວກໍໄດ້ໄປທັກຖາມໂອ້ລົມນຳພວກເຂົາ ແຕ່ພວກເຂົາບໍ່ຕອບສະໜອງ ໃຊ້ພຽງພາສາມືໃນການສື່ສານນຳ ແລະ ຂຽນໜັງສືບອກວ່າຕອບເປັນຄຳເວົ້າບໍ່ໄດ້, ທຸກໆຄັ້ງໄດ້ໄປສອນຄົນພິການຕາແລ້ວ ກໍຈະແວ່ໄປສອນຄົນພິການຫູອີກພ້ອມ. ຫຼັງຈາກນັ້ນຕົນເອງກໍຄາຮຽນ ບໍ່ມີເວລາເທົ່າທີ່ຄວນ ແລະ ກໍໄດ້ສ້າງຄອບຄົວ ໃນໄລຍະນັ້ນ.

ມາຮອດປີ 2016 ມີໂອກາດໄດ້ພົບໝູ່ທີ່ມີເປັນຄົນພິການຫູ ແຕ່ຕົນເອງໄດ້ລືມພາສາມືໄປໃນໄລຍະນັ້ນ, ຈາກນັ້ນ ໝູ່ໄດ້ເຊີນໄປງານສະແດງທີ່ຫໍວັດທະນະທຳ, ມີຮຸ່ນນ້ອງຄົນໜຶ່ງທີ່ບໍ່ເຄີຍເຫັນກັນມາກ່ອນສົນໃຈຢາກຈະໂອ້ລົມນຳ ເນື່ອງຈາກຕົນເອງເປັນຄົນໜຶ່ງທີ່ໃຫ້ຄວາມສົນຜູ້ໃຈພິການ ເຊິ່ງນ້ອງຜູ້ຍິງຄົນນັ້ນກໍໄດ້ຂໍເບີໂທ ແລ້ວກໍໄດ້ມີໂອກາດໂອ້ລົມກັນໃນການໃຊ້ພາສາມື ແລະ ປ່ຽນກັນໃນການໃຊ້ພາສາມື. ຈາກນັ້ນ ກໍໄດ້ມີຜູ້ພິການຫູ 2-3 ຄົນມາຢູ່ເຮືອນນຳກັນໃນເຮືອນພໍ່-ແມ່ ໂສ ເອງ, ແຕ່ພວກເຂົາຈະເປັນຄົນທີ່ມັກລືມຫຼາຍພໍສົມຄວນ ບາງຄັ້ງກໍລືມປິດແກັສ-ປິດນ້ຳ. ເມື່ອເປັນດັ່ງນີ້ ຈຶ່ງຕັດສິນໃຈເອົາເງິນຕົນເອງໄປເຊົ່າເຮືອນໃຫ້ເປັນສູນ ພໍຜ່ານໄປບໍ່ດົນກໍມີຜູ້ພິການເພີ່ມຂຶ້ນ ໄດ້ໃຊ້ຊີວິດຢູ່ນຳພວກເຂົາ, ເຂົ້າໃຈພວກເຂົາ.

2.  ແນວຄິດໃນການກໍ່ຕັ້ງ,​ ໃຜເປັນຜູ້ກໍ່ຕັ້ງ

ທຳອິດຢາກເປັນສື່ກາງ ໃນການພັດທະນາຄົນພິການໃຫ້ພວກເຂົາໄດ້ມີວຽກເຮັດງານທຳ. ເຄີຍມີຄັ້ງໜຶ່ງທີ່ພາພວກເຂົາໄປສະໝັກວຽກ ແຕ່ພວກເຂົາຈະບໍ່ຕອບໂຈດ ເຊິ່ງໄດ້ສະແດງພຶດຕິກຳທີ່ບໍ່ເໝາະສົມເຊັ່ນ: ລັກເງິນ, ໄປວຽກບໍ່ກົງຕາມເວລາ, ບໍ່ຫ້າວຫັນ ແລະ ອື່ນໆອີກ. ສາເຫດທີ່ເປັນແບບນັ້ນກໍເພາະວ່າ ພວກເຂົາບໍ່ເຂົ້າໃຈ ສົມມຸດຄົນຫູໜວກຫຼິ້ນໂທລະສັບ ເຂົາຈະເອົາໄປເລີຍ ເຂົາວ່າຖ້າໂທລະສັບມີເຈົ້າຂອງ ເຈົ້າຂອງກໍຕ້ອງເອົາໄປ ເຊິ່ງຄວາມເຂົ້າໃຈພວກເຂົາຈະເປັນຄືດັ່ງນັ້ນ ໂສຈຶ່ງຕ້ອງໄດ້ສຶກສາເຂົ້າໄປຢູ່ໃນໂລກຂອງພວກເຂົາ.

ເມື່ອໄດ້ສອນໄປສອນມາ ໃນປີ 2018 ຮູ້ສຶກວ່າມັນຍາກຫຼາຍ ເຊິ່ງຜູ້ໃຫຍ່ຈະສອນຍາກກວ່າເດັກນ້ອຍ. ຈາກນັ້ນ ກໍໄດ້ຮັບເອົາເດັກນ້ອຍ 1-2 ຄົນ, ຄູຜູ້ພິການຫູກໍໄດ້ສອນພວກເຂົາ ແລະ ເດັກນ້ອຍກໍເຂົ້າໃຈໄດ້ຫຼາຍໆຢ່າງ ສ່ວນຜູ້ສອນເອງກໍດີໃຈທີ່ຕົນເອງກໍພິການແຕ່ສາມາດສອນພວກເຂົາໃຫ້ເຂົ້າໃຈໄດ້. ຈາກນັ້ນ ໄດ້ຮັບເອົາທັງເດັກນ້ອຍ-ຜູ້ໃຫຍ່ ເຂົ້າມາສູນ ຜູ້ໃຫຍ່ກໍຈະສອນວິຊາຊີບ ເຊິ່ງເຮົາໄດ້ເຮັດເປັນສູນການສຶກສາເພື່ອຜູ້ປົກຄອງທາງການໄດ້ຍິນ ທຳອິດຈະເປັນສູນແຫ່ງຄວາມຫວັງ ແລ້ວທາງກະຊວງສຶກສາຈຶ່ງແນະນຳໃຫ້ເປັນສູນການສຶກສາ. ດັ່ງນັ້ນ ກໍໄດ້ຕົກລົງເປັນເອກະພາບກັນ ຈາກສູນແຫ່ງຄວາມຫວັງ ກາຍເປັນ ສູນການສຶກສາເພື່ອຜູ້ປົກຄອງທາງການໄດ້ຍິນ.

ປົກກະຕິທາງສູນຈະສອນໃນຮູບແບບແນວທາງຂອງຕົນເອງ ໂດຍສ່ວນຕົວຂອງ ເອື້ອຍໂສ ກໍໄດ້ມີການໄປສຶກສາຕ່າງປະເທດ ໄດ້ໄປຝຶກຢູ່ປະເທດໄທ-ສິງກະໂປ ເພື່ອໃຫ້ເດັກນັກຮຽນໄດ້ຮັບຮູ້ຂໍ້ມູນຫຼາຍທີ່ສຸດເທົ່າກັນກັບຄົນປົກກະຕິ. ກ່ອນຈະເລີ່ມຕັດສິນໃຈເຮັດໂຮງຮຽນ ກະຊວງສຶກສາໃຫ້ເລືອກຄື: ຕ້ອງໂອນເດັກນ້ອຍໄປໂຮງຮຽນສຶກສາພິເສດ ຫຼື ເຮັດໂຮງຮຽນພາຍໃນປີນັ້ນ. ດ້ວຍຄວາມຮັກ ແລະ ບໍ່ຢາກໃຫ້ລູກສິດທີ່ສ້າງມາກັບມືໄປ ແລະ ເພື່ອຄວາມປອດໄພຂອງເດັກໆ ກໍຕັດສິນໃຈສ້າງໂຮງຮຽນ ເຊິ່ງທາງກະຊວງສຶກສາກໍໃຫ້ເຮັດເລີຍ. ແຕ່ຕອນນັ້ນຈຳນວນຄ່າໃຊ້ຈ່າຍຈະສ້າງໂຮງຮຽນມັນຈຳນວນຫຼາຍ ຈຶ່ງໄດ້ຫາທີ່ປຶກສາຄົນເກົາຫຼີ ເຊິ່ງເພິ່ນເຄີຍເປັນອາສາສະໝັກໃນສູນບ່ອນເກົ່າ ກໍໄດ້ໂອ້ລົມກັບເພິ່ນ ແລະ ບອກເລົ່າເຫດຜົນຕ່າງໆສູ່ຟັງ. ຫຼັງຈາກນັ້ນ ອາທິດຕໍ່ມາເພິ່ນກໍໄດ້ຕົກລົງຊ່ວຍໃນເລື່ອງການເງິນ ຈາກນັ້ນກໍໄດ້ໄປຂໍອະນຸຍາດທີ່ດິນປຸກສ້າງນຳພໍ່-ແມ່ ມາສ້າງໂຮງຮຽນຈົນສຳເລັດ ເຊິ່ງຕອນນີ້ກໍຈະເປັນກາງໆທັງເອກະຊົນ ແລະ ລັດ.

3.  ບົດບາດ ແລະ ຄວາມສຳຄັນຂອງສູນ

ຢາກສົ່ງເສີມໃຫ້ພວກເຂົາມີຄວາມສາມາດ ມີວຽກເຮັດງານທຳຄືກັບຄົນທົ່ວໄປ ພັດທະນາສີມືພວກເຂົາໃຫ້ກ້າວໄກ ເຂົ້າໃຈໃນການໃຊ້ຊີວິດລວມໄປເຖິງສະພາບຈິດໃຈ. ໃຫ້ເຂົາຮູ້ສຶກວ່າ ເຂົາກໍເປັນອີກສ່ວນໜຶ່ງ ທີ່ສາມາດເຮັດອັນໜຶ່ງອັນໃດໄດ້ໃນສັງຄົມຄືກັນ ເຖິງຈະບໍ່ໄດ້ຍິນ ຫຼື ເວົ້າບໍ່ໄດ້ ແຕ່ກໍຍັງເຮັດສິ່ງຕ່າງໆໄດ້.

4.  ສາມາດໃຊ້ພາສາມືເຂົ້າໃນວຽກງານໃດແດ່?

ສຳລັບຕອນນີ້ ມີທັງສູນ ແລະ ໂຮງຮຽນ ເຊິ່ງໂຮງຮຽນແມ່ນການສຶກສາສຳລັບເດັກນ້ອຍໂດຍສະເພາະ. ສຳລັບສູນເປັນວິຊາຊີບ ເຊິ່ງຕອນນີ້ກຳລັງຄົ້ນຄວ້າຢູ່ ເພື່ອຢາກໃຫ້ເປັນສູນສື່ກາງໃຫ້ຄົນຫູໜວກມາຮຽນ 3 ເດືອນ, 6 ເດືອນ ແລ້ວອອກໄປເຮັດວຽກ. ໃນອະນາຄົດ ຢາກມີການຝຶກວິຊາຊີບເຊັ່ນ: ແປງລົດ, ການກະສິກຳເຮັດສວນ, ອະນາໄມ, ຕັດຜົມ, ດ້ານຄອມພິວເຕີ, ເຊິ່ງຕອນນີ້ກໍມີຄືກັນ ແລະ ກຳລັງຝຶກໃຫ້ພວກເຂົາ ເຮັດກ່ຽວກັບພິມເອກະສານ.

5.  ຖ້າມີຄົນສົນໃຈຢາກເລີ່ມຮຽນພາສາມື ເຮົາສາມາດເລີ່ມຮຽນໄດ້ຈາກໃສ? ມີເປັນລະດັບຊັ້ນຮຽນຫຼືບໍ່?

ສຳລັບພາສາມືມັນມີຫຼາຍແບບ ຮຽນອອນລາຍກໍສາມາດສອນໄດ້ ແຕ່ອາດຈະບໍ່ຄືກັບເຮົາຮຽນແບບເຊິ່ງໜ້າ ຫຼື ພາກປະຕິບັດ. ຖ້າຫາກວ່າມີຫຼາຍຄົນຢາກຮຽນພາສາມືພ້ອມກັນ ເຮົາກໍຕ້ອງໄດ້ປຶກສາກັນວ່າເຮົາສາມາດນັດກັນໄດ້ໃຫ້ເປັນຄລາສສອນ, ນັດກັນຢູ່ໃສ, ຢາກຮຽນພາສາມືແບບຈົນເປັນ ຫຼື ຮຽນພາສາມືແບບສື່ສານຈົນເຖິງເປັນລ່າມບໍ ເຮົາກໍຕ້ອງໄດ້ເບິ່ງໃນຈຸດນີ້. ໃນແຜນການຂອງພວກເຮົາກໍແມ່ນມີ ອະນຸກຽມ,​ ຫ້ອງກຽມ, ປ.1 ແລະ ປ.2 ຫຼັງຈາກນັ້ນ ກໍອາດຈະມີ ປ.5 ໃນອະນາຄົດ. ຫຼັງຈາກຈົບ ປ.5 ແລ້ວ ເມື່ອຂຶ້ນ ມ.1 ກໍຈະໃຫ້ພວກເຂົາໄປຮຽນໂຮງຮຽນທົ່ວໄປ ໂດຍທີ່ມີລ່າມພາສາມືຢູ່ໂຮງຮຽນພວກເຂົາຕະຫຼອດເວລາ. ຕອນນີ້ກໍກຳລັງສຶກສາຢູ່ຫວຽດນາມ-ກຳປູເຈຍ ໂດຍຮູບແບບການສອນພວກເຂົາຈະມີລ່າມພາສາມືໃນໂຮງຮຽນທົ່ວໄປ ເພື່ອໃຫ້ຄົນພິການມີຄວາມເທົ່າທຽມກັບຄົນທົ່ວໄປ.

6.  ໃນຖານະທີ່ເຮົາເອງເຮັດວຽກດ້ານນີ້ ເຮົາຢາກໃຫ້ສັງຄົມເຫັນຫຍັງຈາກເຮົາ?

ທີ່ຈິງຢາກໃຫ້ຄົນເຫັນການພັດທະນາຂອງພວກເຂົາຫຼາຍກວ່າ ວ່າເຂົາກໍເປັນຄົນໜຶ່ງທີ່ຕ້ອງການມີວຽກເຮັດງານທຳ ຕ້ອງການມີຊີວິດທີ່ຄືກັບຄົນທົ່ວໄປ, ບໍ່ຢາກເປັນພາລະສັງຄົມ, ບໍ່ຢາກເປັນພາລະຄອບຄົວ, ຢາກໃຫ້ສັງຄົມເປີດກວ້າງຮຽນຮູ້ວ່າຄົນພິການເຮັດຫຍັງໄດ້ແດ່ ແລະ ຢາກໃຫ້ສັງຄົມໃຫ້ໂອກາດແກ່ຄົນພິການຫຼາຍຍິ່ງຂຶ້ນ.

ສຳລັບໃຜທີ່ສົນໃຈຢາກຝາກລູກຫຼານ ທີ່ພິການທາງການໄດ້ຍິນ ສາມາດຕິດຕໍ່ເອື້ອຍໂສໄດ້ທີ່ເບີ: 020 7789 5959 ຫຼື ສົນໃຈຢາກເປັນອາສາສະໝັກກໍສາມາດຕິດຕໍ່ໄດ້.

ຊ່ອງທາງການຕິດຕາມ: Facebook: https://bit.ly/3tJoh1e

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/