ໂລມາເປັນສັດຊະນິດດຽວທີ່ມີການເອີ້ນຊື່ກັນ


ໂລມາໜຶ່ງໃນສັດທີ່ເປັນຂວັນໃຈຂອງມະນຸດ ເນື່ອງຈາກຄວາມໜ້າຮັກ, ເປັນມິດ ແລະ ຮູ້ຄວາມຂອງມັນ. ໂລມາເປັນສັດລ້ຽງລູກດ້ວຍນ້ຳນົມທີ່ອາໄສຢູ່ໃນນ້ຳ ມີສາຍພັນໃກ້ຄຽງກັບວານ ແຕ່ລັກສະນະຮູບຮ່າງນ້ອຍກວ່າວານ.

ເຖິງແມ່ນວ່າຈະອາໄສຢູ່ໃນນ້ຳ, ມີຮູບຮ່າງຄ້າຍຄືປາ, ສາມາດລອຍນ້ຳ, ດຳນ້ຳໄດ້ຄ່ອງແຄ້ວ ແຕ່ແທ້ຈິງມັນບໍ່ແມ່ນປາ. ໂລມາມັກອາໄສເປັນຝູງ ສາມາດຢູ່ໄດ້ທັງນ້ຳຈືດ ແລະ ນ້ຳເຄັມ ແຕ່ສ່ວນໃຫຍ່ຢູ່ທ້ອງທະເລ ແລະ ມະຫາສະໝຸດ.

ຄວາມສະຫຼາດຂອງໂລມາເປັນໜຶ່ງໃນສິ່ງທີ່ມີຄ່າທີ່ສຸດ ໂລມາເປັນສັດທີ່ມີສະໝອງສ່ວນ paralimbic ກ້າວໜ້າກວ່າມະນຸດ ມີເຊວປະສາດຫຼາຍກວ່າມະນຸດເຖິງ 3 ເທົ່າ ເປັນສັດນ້ຳທີ່ມີຂະໜາດສະໝອງໃຫຍ່ຫຼາຍເມື່ອທຽບກັບຂະໜາດລຳໂຕຂອງມັນ ເຮັດໃຫ້ໂລມາມີຄວາມຮູ້ສຶກເລິກເຊິ່ງ, ຊັບຊ້ອນຍິ່ງກວ່າມະນຸດ ແລະ ສັດອື່ນໆ ແລະ ມີລະບົບປະສາດໃນການຮັບສຽງທີ່ພິເສດເຮັດໃຫ້ໂລມາຮັບສຽງໄດ້ກວ້າງ ແລະ ໄວກວ່າສັດຊະນິດອື່ນ.

ນັກວິທະຍາສາດຕັ້ງຂໍ້ສົງໄສເປັນເວລາດົນນານມາແລ້ວວ່າໂລມາໃຊ້ວິທີຜິວປາກທີ່ມີເອກະລັກ ເພື່ອແທນຊື່ເໝືອນກັບມະນຸດທີ່ມີການເອີ້ນຊື່ກັນ. ທ້າຍທີ່ສຸດກໍມີງານວິໄຈທີ່ສາມາດໄຂຂໍ້ຂ້ອງໃຈໄດ້ຈາກງານວິໄຈທີ່ University of st Andrews in scot ໂດຍ Dr.Vincent janik ພົບວ່າໂລມາແລກປ່ຽນສຽງລະຫວ່າງກັນໃນຂະນະທີ່ຢູ່ຮ່ວມກັນ ຈຶ່ງໄດ້ທົດລອງບັນທຶກສຽງໂລມາເອົາໄວ້ຫຼາກຫຼາຍຄື້ນຄວາມຖີ່ ແລະ ນຳສຽງທີ່ບັນທຶກໄວ້ໄປເປີດໃຫ້ໂລມາຟັງເພື່ອສື່ສານກັບໂລມາເຫຼົ່ານັ້ນ ພົບວ່າໂລມາແຕ່ລະໂຕຈະລອຍມາຫາແຫຼ່ງກຳເນີດສຽງ ແລະ ສົ່ງສຽງຕອບກັບຕໍ່ຄື້ນຄວາມຖີ່ທີ່ກົງກັບຊື່ຂອງມັນເອງ.

ນັ້ນສະແດງໃຫ້ເຫັນວ່າໂລມາແຕ່ລະໂຕຈະຜະລິດສຽງຄື້ນຄວາມຖີ່ເປັນເອກະລັກສະເພາະຕົວ ແລະ ຈະສົ່ງສຽງນີ້ເພື່ອສື່ສານກັບໂລມາໂຕອື່ນໆ ຫຼື ເປັນການເອີ້ນຊື່ເໝືອນກັບມະນຸດ.

ນັກວິໄຈເຊື່ອວ່າການສຶກສາຄັ້ງນີ້ເປັນຄັ້ງທຳອິດທີ່ພົບການສື່ສານແບບນີ້ໃນສັດ ແລະ ເຮັດໃຫ້ໄດ້ຮູ້ວ່ານອກຈາກມະນຸດແລ້ວ ໂລມາແຕ່ລະໂຕກໍມີຊື່ຂອງໃຜມັນ ເຊິ່ງໂລມາອາດຈະເປັນສັດພຽງຊະນິດດຽວກໍເປັນໄດ້ທີ່ມີຊື່ຂອງຕົນເອງ.

ຂໍຂອບໃຈຂໍ້ມູນຈາກ:

https://cutt.ly/vwp510Yj

https://cutt.ly/owp50r4t

https://cutt.ly/3wp53YkW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/