ໂຄງການຜະລິດພະລັງງານທົດແທນໃນອາຊີຕາເວັນອອກສຽງໃຕ້ ລວມທັງ ສປປ ລາວ ຈະສ້າງລາຍຮັບໄດ້ເຖິງ 100 ຕື້ໂດລາ


ການຜະລິດພະລັງງານທົດແທນໃນອາຊີຕາເວັນອອກສຽງໃຕ້ ລວມທັງປະເທດລາວ ຈະສາມາດສ້າງລາຍຮັບແບບຍືນຍົງໄດ້ປະມານ 90 ຫາ 100 ຕື້ໂດລາສະຫະລັດ ໃນປີ 2030.

ໂດຍອີງຕາມບົດລາຍງານສະບັບໃໝ່ຂອງ ທະນາຄານພັດທະນາອາຊີ (ADB) ໃນຫົວຂໍ້ການຜະລິດພະລັງງານທົດແທນ: ໂອກາດສໍາລັບອາຊີຕາເວັນອອກສຽງໃຕ້ ລະບຸວ່າ ການ​ຂະ​ຫຍາຍ​ຕົວ​ຂອງ​ພະລັງງານ​ໄຟ​ຟ້າ​ແສງ​ຕາ​ເວັນ​ໃນພາກພື້ນອາຊີຕາເວັນອອກ​ສຽງ​ໃຕ້, ແບັດ​ເຕີ​ຣີ ແລະ ອຸດ​ສາ​ຫະ​ກຳ​ລົດ​ໄຟ​ຟ້າ ຈະເປັນ​ໂອ​ກາດ​ສ້າງລາຍ​ຮັບ​ປະ​ມານ 90 ຕື້​ຫາ 100 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ປີ 2030 ໂດຍ​ຈະ​ສ້າງ​ວຽກ​ງານໃນອຸດສາຫະກຳ​ພະ​ລັງ​ງານ​ທົດ​ແທນ 6 ລ້ານ​ຄົນ​ໃນ​ປີ 2050.

ປະເທດລາວໃຫ້ຄຳໝັ້ນສັນຍາທີ່ຈະສົ່ງເສີມພະລັງງານທົດແທນ ແລະ ການລົງທຶນໃນຂະແໜງການ ຄາບອນຕໍ່າ ຕົວຢ່າງເຊັ່ນ: ໂຄງການພະລັງງານລົມ ທີ່ມີກຳລັງການຜະລິດ 600 ເມກາວັດ ທີ່ກຳລັງກໍ່ສ້າງຢູ່ແຂວງເຊກອງ ແລະ ອັດຕະປື ພາກໃຕ້ຂອງລາວ ​ເພື່ອ​ສົ່ງ​ອອກ ​ແລະ ຂາຍ​ໄຟຟ້າ​ໃຫ້​ຫວຽດນາມ.

ໂດຍການຜະລິດສ່ວນໃຫຍ່ແມ່ນສຸມໃສ່ 4 ປະເທດຄື: ກຳປູເຈຍ, ລາວ, ໄທ, ແລະ ຫວຽດນາມ ເຊິ່ງຄວາມສາມາດໃນການຜະລິດສ່ວນໃຫຍ່ໃນພາກພື້ນໄດ້ຖືກສ້າງຕັ້ງຂຶ້ນ ແລະ ລົງທຶນໂດຍຜູ້ຜະລິດຈາກປະເທດຈີນ.

ບົດ​ລາຍ​ງານຍັງ​ຊີ້​​ວ່າ, ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ກັບ​ລັດຖະບານ​ສາມາດ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ກໍ່ສ້າງ​ທີ່​ສູງ​ຂຶ້ນ​ຈາກ​ຄວາມ​ສາມາດ​ຂອງ​ແສງ​ຕາ​ເວັນ PV ​ໂດຍ​ການ​ເຊື່ອມ​ຕໍ່​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ມີ​ທ່າ​ແຮງ​ໃນການຜະລິດພະລັງງານທົດ​ແທນ​ທີ່​ຕ່ຳ​ກວ່າ​ ກັບປະເທດທີ່ມີທ່າແຮງທີ່ເຂັ້ມແຂງໃນການສະໜອງ ພະລັງງານທົດ​ແທນ.

ຕົວຢ່າງ: ສິງກະໂປ ໄດ້ລົງນາມໃນຂໍ້ຕົກລົງກັບ 4 ປະເທດເພື່ອນບ້ານ (ກໍາປູເຈຍ, ອິນໂດເນເຊຍ, ລາວ, ແລະ ມາເລເຊຍ) ເພື່ອສະໜັບສະໜູນເປົ້າໝາຍການນໍາເຂົ້າໄຟຟ້າທີ່ມີຄາບອນຕໍ່າເຖິງ 4 GW ຈາກພາກພື້ນໃນປີ 2035.

ທ່ານນາງ Antha Williams, ຫົວໜ້າໂຄງການດ້ານສິ່ງແວດລ້ອມຂອງ Bloomberg ກ່າວວ່າ “ອາຊີຕາເວັນອອກສຽງໃຕ້ມີທ່າແຮງທີ່ຈະກາຍເປັນຜູ້ນໍາໃນການຜະລິດພະລັງງານທົດແທນເພື່ອປະກອບສ່ວນເຂົ້າໃນການນຳໃຊ້ພະລັງງານທົດແທນທົ່ວໂລກ, ພ້ອມກັນນັ້ນກໍບັນລຸການເຕີບໂຕທາງດ້ານເສດຖະກິດ ແລະ ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ”.

Antha Williams ​ກ່າວ​ຕື່ມວ່າ: “ບົດ​ລາຍ​ງານ​ສະບັບ​ນີ້​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ການ​ເພີ່ມ​ທະວີ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ເຂົ້າ​ໃນ​ຂະ​ແໜງ​ການ​ຜະລິດ​ພະລັງງານ​ທົດ​ແທນ​ພາຍ​ໃນ​ປະ​ເທດ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ GDP, ​ແລະ ຊ່ວຍ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ບັນລຸ​ເປົ້າ​ໝາຍ​ດິນ​ຟ້າ​ອາກາດ”.

ບົດລາຍງານດັ່ງກ່າວ ຍັງເຜີຍວ່າ ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ອາດ​ຈະ​ສູນ​ເສຍ​ເຖິງ 30% ຂອງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ໃນ​ປີ 2050 ຍ້ອນ​ອຸນຫະພູມ​ໂລກ​ເພີ່ມ​ຂຶ້ນ ​ແລະ ​ເຫດການ​ດິນ​ຟ້າ​ອາກາດ​ທີ່​ຮ້າຍ​ແຮງ, ​ແຕ່​ການ​ຊຸກຍູ້​ກຳລັງ​ການຜະລິດ​ພະລັງງານ​ທົດ​ແທນ​ຂອງ​ພາກ​ພື້ນ​ຈະ​ເຮັດ​ໃຫ້​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່. ຕອບສະໜອງຄວາມຕ້ອງການພະລັງງານທີ່ເພີ່ມຂຶ້ນໃນຂະນະທີ່ຫຼຸດຜ່ອນການປ່ອຍອາຍພິດຢ່າງຫຼວງຫຼາຍ.

ທີ່ມາ:

https://vientianetimes.la/freeContent/FreeConten_Renewable168_y23.php?fbclid=IwAR1EqDplIxkrVRx23fYchzNgK0MlK6hlGzWM_WKER7wpKQRoElIkYWkp0Cs

https://www.adb.org/sites/default/files/publication/901536/renewable-energy-manufacturing-opportunities-southeast-asia.pdf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/