ແມ່ຕູ້ອາຍຸ 75 ປີ ລົດນໍ້າໜັກຈາກ 89kg ເຫຼືອ 59kg ຟິດຫຸ່ນຈົນກາຍເປັນຄົນດັງ


Joan MacDonald ແມ່ຕູ້ ອາຍຸ 75ປີ ຊາວ ແຄນນາດາ ກາຍມາເປັນຜູ້ສ້າງແຮງບັນດານໃຈ ໃຫ້ແກ່ຫຼາຍໆຄົນ ໃນການອອກກຳລັງກາຍ. ລາວໄດ້ສະແດງໃຫ້ເຫັນວ່າ ບໍ່ວ່າເຈົ້າຈະອາຍຸເທົ່າໃດ ກໍຍັງບໍ່ຊ້າເກີນໄປສຳລັບການຫັນໜ້າມາອອກກຳລັງກາຍ.

ແມ່ຕູ້ໄດ້ອອກກຳລັງກາຍມາເປັນເວລາ 5 ປີ ແລ້ວ, ໂດຍກ່ອນໜ້ານີ້ ລາວມີນໍ້າໜັກ 89Kg ແລະ ມີພະຍາດປະຈຳຕົວຫຼາຍຢ່າງຈຶ່ງຈຳເປັນຕ້ອງກິນຢາເພື່ອປະຄອງອາການຕ່າງໆ ຈາກພະຍາດເຊັ່ນ: ຄວາມດັນເລືອດສູງ, ຄໍເລສເຕີຣອລສູງ ລວມໄປຮອດ ໄຂຂໍ້ອັກເສບ ຈາກນໍ້າໜັກຕົວທີ່ຫຼາຍເກີນໄປ.

ຈຸດເລີ່ມຕົ້ນຂອງການຟິດຫຸ່ນຄັ້ງນີ້ ແມ່ນເລີ່ມຈາກ Michelle ລູກຊາຍຂອງລາວ ທີ່ເປັນຄູຝຶກໃນການອອກກຳລັງກາຍ ໄດ້ຊັກຊວນລາວໃຫ້ເຂົ້າຮ່ວມໂຄງການ Wonder Woman (ໂຄງການອອກກຳລັງກາຍເພື່ອປ່ຽນຮູບຮ່າງຂອງແມ່ຍິງ) ທີ່ທາງ Gym ຂອງ Michell ແລະ ສາມີ ໄດ້ຈັດຂຶ້ນ.

Michelle ຍື່ນຄຳຂາດໃຫ້ Joan ແມ່ຂອງລາວ ວ່າຕ້ອງປ່ຽນແປງບາງຢ່າງກ່ຽວກັບຊີວິດຂອງແມ່ ເພື່ອສຸຂະພາບທີ່ດີຂຶ້ນ. ໂປຣແກຣມຂອງ Joan ໃນການລົດນໍ້າໜັກຄັ້ງນີ້ ຈະເນັ້ນໜັກໄປທີ່ການຍົກນ້ຳໜັກ ຫຼື Weight Training, ການດື່ມນໍ້າໃຫ້ພຽງພໍ, ການພັກຜ່ອນໃຫ້ຄົບ 8 ຊົ່ວໂມງ ແລະ ໃຫ້ຄວາມສຳຄັນກັບອາຫານໃນແຕ່ລະຄາບ. ໃນເດືອນທຳອິດ ລາວສາມາດລົດນໍ້າໜັກໄປໄດ້ປະມານ 4.5kg.

ໃນປີທຳອິດຂອງການເຂົ້າ Gym ຍັງບໍທັນເຫັນຜົນຫຍັງຫຼາຍໃນເລື່ອງຂອງຮູບຮ່າງ ແຕ່ Joan ສາມາດຢຸດກິນຢາຄວາມດັນໄດ້ ແລະ ໃນອີກ 5 ປີຕໍ່ມາ ລາວກໍສາມາດຢຸດກິນຢາທັງໝົດ ທີ່ລາວໄດ້ກິນມາຕະຫຼອດເກືອບເຄິ່ງຊີວິດໄດ້. ໃນປີທີ 5 ນໍ້າໜັກລາວລົດລົງເຫຼືອ 59kg ພ້ອມກັບຮູບຮ່າງທີ່ເຕັມໄປດ້ວຍມວນກ້າມເນື້ອ ອີກທັງສາມາດຍົກນໍ້າໜັກທ່າ Bench Press ໄດ້ເຖິງ 36kg.

Joan MacDonald ເວົ້າວ່າ: “ໃນການອອກກຳລັງກາຍຂອງຂ້ອຍມັນບໍ່ມີຫຍັງພິເສດເລີຍ ພຽງແຕ່ເຈົ້າຕ້ອງຮູ້ສຶກເພີດເພີນໄປກັບມັນ ແລະ ໃນທີ່ສຸດມັນຈະເຮັດໃຫ້ເຈົ້າມີສຸຂະພາບທີ່ດີຂຶ້ນ ນັ້ນແຫຼະແມ່ນສິ່ງທີ່ສຳຄັນທີ່ສຸດ, ຂ້ອຍສະໜັບສະໜູນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບ ແລະ ອອກກຳລັງກາຍຫຼາຍຂຶ້ນ, ຂ້ອຍສາມາດລຸກມາປ່ຽນແປງຕົນເອງໄດ້ໃນຕອນອາຍຸ 70 ແລະ ຂ້ອຍຄິດວ່າທຸກຄົນກໍໜ້າຈະເຮັດໄດ້ຄືກັນ”.

ປັດຈຸບັນ ລາວອອກກຳລັງກາຍ ອາທິດລະ 5 ມື້ ແລະ ກາຍເປັນຄົນດັງໃນ Instagram ທີ່ມີຜູ້ຕິດຕາມສູງເຖິງ 1.6 ລ້ານຄົນ ແຖມຍັງມີຊ່ອງ YouTube ແລະ Application ອອກກຳລັງກາຍ ເພື່ອແບ່ງປັນຄວາມຮູ້ຈາກການອອກກຳລັງກາຍຂອງລາວອີກນຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/