ອັບເດດສະຖານະການສົງຄາມຢູເຄຣນ-ຣັດເຊຍ ແລະ ຄວາມເຄື່ອນໄຫວຂອງນານາຊາດ


  • ປະທານາທິບໍດີຣັດເຊຍ ວະລາດິເມຍ ປູຕິນ ພ້ອມສົ່ງຜູ້ແທນເຈລະຈາກັບຢູເຄຣນທີ່ເບລາຣຸສ ທາງດ້ານຢູເຄຣນກໍພ້ອມເຈລະຈາ.

ດະມິທຣີ ເພສຄອຟ ໂຄສົກປະຈຳທຳນຽບຂອງປະທານາທິບໍດີຣັດເຊຍກ່າວວ່າ ວະລາດິເມຍ ປູຕິນ ຜູ້ນຳ ຣັດເຊຍ ພ້ອມທີ່ຈະສົ່ງຜູ້ແທນລະດັບສູງ ເພື່ອເຈລະຈາກັບຜູ້ນໍາຢູເຄຣນ ທີ່ເມືອງ ມິນສ໌ ເມືອງຫຼວງຂອງ ປະເທດ ເບລາຣຸສ ເຊິ່ງກ່ອນໜ້ານີ້ເຄີຍເປັນເຈົ້າພາບຈັດການໂອ້ລົມສັນຕິພາບວິກິດຢູເຄຣນຫຼາຍຄັ້ງ.

ທາງດ້ານ ມິໄຄໂລ ໂປໂດລຍາຄ ທີ່ປຶກສາຂອງປະທານາທິບໍດີຢູເຄຣນກ່າວວ່າ ຢູເຄຣນຕ້ອງການສັນຕິພາບແລະພ້ອມເຈລະຈາກັບຣັດເຊຍພ້ອມກັບສະຖານະເປັນກາງກ່ຽວກັບ NATO.

  • ຜູ້ນຳຢູເຄຣນຮ້ອງຂໍໃຫ້ລັດຖະມົນຕີອິດສະຣາເອລຊ່ວຍເປັນຕົວກາງໃນການເຈລະຈາກັບຣັດເຊຍ

ໃນວັນທີ 26 ກຸມພາທີ່ຜ່ານມາ ເຍຟເກນ ກໍຣະນີຍ໌ຊຸກ ທູດຢູເຄຣນປະຈຳອິດສະຣາເອລ ເຜີຍວ່າ ປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ ຂອງຢູເຄຣນ ຮ້ອງຂໍໃຫ້ນາຍົກລັດຖະມົນຕີ ນາຟຕາລີ ເບນເນຕ໌ ຂອງອິດສະຣາເອລຊ່ວຍເປັນຕົວກາງໃນການເຈລະຈາໄກ່ເກ່ຍ ກັບຣັດເຊຍທີ່ ເຍຣູຊາເລັມ (Jerusalem) ເມືອງສັກສິດໃນອິດສະຣາເອລ.

ປະທານາທິບໍດີເຊື່ອໝັ້ນວ່າ ອິສະຣາເອລເປັນພຽງລັດປະຊາທິປະໄຕພຽງລັດດຽວທີ່ມີຄວາມສຳພັນທີ່ດີຕໍ່ຢູເຄຣນແລະຣັດເຊຍ ດັ່ງນັ້ນຈຶ່ງໜ້າຈະອຳນວຍຄວາມສະດວກໃຫ້ກັບການເຈລະຈາໄກ່ເກ່ຍ ເພື່ອຫາທາງອອກໃຫ້ກັບວິກິດການຄັ້ງນີ້ໄດ້.

ໃນເບື້ອງຕົ້ນທາງການ ອິດສະຣາເອລ ຍັງບໍ່ໄດ້ໃຫ້ຄຳຕອບກັບເລື່ອງນີ້ ແຕ່ຍັງຢູ່ໃນລະຫວ່າງການປຶກສາຫາລືກັນ.

  • ຜູ້ແທນຈາກສະຫະປະຊາຊາດ 50 ປະເທດຮ່ວມກັນລົງນາມປະນາມຣັດເຊຍ

ເອກອັກຄະລັດຖະທູດ ຜູ້ແທນຖາວອນປະຈຳສະຫະປະຊາຊາດຈາກ 50 ປະເທດ ຮ່ວມລົງນາມໃນຖະແຫຼງການປະນາມຣັດເຊຍ ໂດຍຊີ້ວ່າໃຊ້ອຳນາດໃນທາງບໍ່ຖືກຕ້ອງ ໃນຖານະສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ຍົກວີໂຕ້ (Veto) ຄັດຄ້ານການອອກມະຕິຂອງທີ່ປະຊຸມ ເພື່ອສະແດງຈຸດຢືນຕໍ່ປະເດັນການຮຸກຮານຂອງຣັດເຊຍຕໍ່ຢູເຄຣນ.

ໂດຍ ຜູ້ແທນຄະນະມົນຕີຄວາມໝັ້ນຄົງ ທັງ 15 ປະເທດ ໄດ້ປະຊຸມຫາລືກັນເມື່ອຕອນເຊົ້າວັນສຸກທີ 25 ກຸມພາທີ່ຜ່ານມາ ຕາມເວລາທ້ອງຖິ່ນ ກ່ອນທີ່ຈະໂຫວດມະຕິທີ່ປະຊຸມປະນາມການກະທຳຂອງຣັດເຊຍໂດຍມີ 11 ປະເທດສະມາຊິກເຫັນດີນຳມະຕິດັ່ງກ່າວ ຂະນະດຽວກັນຣັດເຊຍກໍໄດ້ໃຊ້ວີໂຕ້ຄັດຄ້ານ ສ່ວນຈີນ, ອິນເດຍ ແລະ ສະຫະລັດອາຣັບເອມິເຣດ ແມ່ນງົດອອກສຽງ.

  • ຣັດເຊຍເຕືອນຖ້າ ຟິນແລນ ຫຼື ສະວີເດັນເຂົ້າເປັນສະມາຊິກຂອງ NATO ອາດພົບກັບການຕອບໂຕ້ຢ່າງຈິງຈັງຈາກຣັດເຊຍ

ໃນວັນທີ 25 ກຸມພາ ທີ່ຜ່ານມາ ມາເຣຍ ຊາຄາໂຣວາ ໂຄສົກກະຊວງຕ່າງປະເທດຂອງຣັດເຊຍ ໄດ້ເຕືອນວ່າຫາກຟິນແລນ ຫຼື ສະວີເດນເຂົ້າຮ່ວມເປັນສະມາຊິກ NATO ຈະມີຜົນຕາມທາງການທະຫານ ແລະ ການເມືອງຢ່າງຮ້າຍແຮງຈາກຣັດເຊຍ.

  • ສະຫະລັດອາເມຣິກາມອບງົບປະປະມານ 350 ລ້ານໂດລາເພື່ອຊ່ວຍຢູເຄຣນ

ມື້ວານນີ້ (25 ກຸມພາ) ຕາມເວລາທ້ອງຖິ່ນຂອງ ສະຫະລັດອາເມຣິກາ ປະທານາທິບໍດີ ໂຈ ໄບເດັນ ໄດ້ມີຄຳສັ່ງໃຫ້ ແອນໂທນີ ບິງເຄນ ລັດຖະມົນຕີຕ່າງປະເທດຂອງສະຫະລັດອາເມຣິກາ ອະນຸມັດງົບປະມານເພີ່ມເປັນ 350 ລ້ານໂດລາ ເພື່ອສະໜັບສະໜູນກິດຈະການດ້ານຄວາມຄວາມໝັ້ນຄົງຂອງຢູເຄຣນຢ່າງຮີບດ່ວນ.

  • ປະທານາທິບໍດີ ປູຕິນ ພ້ອມດ້ວຍລັດຖະມົນຕີຕ່າງປະເທດຂອງຣັດເຊຍ ຖືກບັນດາຊາດຕາເວັນອອກສັ່ງຂວ້ຳບາດ

ບັນດາຊາດຕາເວັນອອກໄດ້ອອກຄຳສັ່ງຂວ້ຳບາດຕໍ່ປະທານາທິບໍດີ ວະລາດິເມຍ ປູຕິນ ແຫ່ງຣັດເຊຍ ລວມທັງ ເຊີເກ ລາຟຣອຟ ລັດຖະມົນຕີຕ່າງປະເທດຂອງຣັດເຊຍ ເນື່ອງຈາກຣັດເຊຍໄດ້ເປີດສາກບຸກໂຈມຕີຢູເຄຣນເມື່ອວັນພະຫັດ ທີ 24 ກຸມພາທີ່ຜ່ານມາ ໂດຍມີຄຳສັ່ງຄື ອາຍັດຊັບສິນຂອງທັງສອງຄົນໃນສະຫະລັດອາເມຣິກາ, ຢູໂຣບ, ສະຫະຣາຊະອານາຈັກ ແລະ ແຄນນາດາ ລວມໄປຮອດຫ້າມເດີນທາງເຂົ້າສະຫະລັດອາເມຣິກາ.

ເຊິ່ງການຂວໍ້າບາດໃນຄັ້ງນີ້ເຮັດໃຫ້ ປະທານາທິບໍດີ ວະລາດິເມຍ ປູຕິນ ຈັດຢູ່ໃນກຸ່ມດຽວກັບ ຄິມຈອງອຶນ ຜູ້ນຳສູງສຸດເກົາຫຼີເໜືອ, ອາເລັກຊານເດີ ລູກາເຊນໂກ ປະທານາທິບໍດີເບລາຣຸສ ແລະ ບາຊາຣ໌ ອັລ ອັດຊາດ ຜູ້ນຳຂອງ ຊີເຣຍ.

  • ປະທານາທິບໍດີຂອງຢູເຄຣນພິຈາລະນາການເຂົ້າຮ່ວມເປັນສະມາຊິກ EU ອີກຄັ້ງ

ວັນທີ 26 ກຸມພາ ປະທານາທິບໍດີຂອງຢູເຄຣນ ໂວໂລດິເມຍ ເຊເລນສະກີ ທະວີດຂໍ້ຄວາມຜ່ານ Twitter ສ່ວນຕົວ ໂດຍລະບຸວ່າ ນີ້ຄືໄລຍະເວລາທີ່ສຳຄັນທີ່ຕ້ອງພິຈາລະນາຫົວຂໍ້ທີ່ຫາລືກັນມາເປັນເວລາຍາວນານ ກ່ຽວກັບການສະໝັກການເປັນສະມາຊິກສະຫະພາບຢູໂຣບອີກຄັ້ງ ເຊິ່ງໄດ້ເວົ້າກັບ ຊາລ ມີແຊລ ປະທານຄະນະມົນຕີຢູໂຣບ (European Council) ເຖິງແນວທາງຊ່ວຍເຫຼືອທີ່ມີປະສິດທິພາບແລະຕໍ່ກັນຢ່າງກ້າຫານຂອງຊາວຢູເຄຣນເພື່ອອະນາຄົດທີ່ມີເຈດຈຳນົງເສຣີຂອງພວກເຂົາ.

ທັງນີ້ ຜູ້ນຳຢູເຄຣນໃຫ້ຄຳໝັ້ນວ່າຈະບໍ່ຍອມຖິ້ມອາວຸດ ຈະປົກປ້ອງປະເທດນີ້ ພ້ອມເນັ້ນຍ້ຳວ່າ ອາວຸດຂອງຢູເຄຣນຄືຄວາມຈິງ ຄວາມຈິງທີ່ວ່າແຜ່ນດິນນີ້ເປັນຂອງເຮົາ ເປັນປະເທດຂອງເຮົາ ເປັນລູກຫຼານຂອງເຮົາ ເຮົາຈະປົກປ້ອງສິ່ງຕ່າງໆ ເຫຼົ່ານີ້.

  • ຜູ້ນຳຢູເຄຣນປະຕິເສດຂໍ້ສະເໜີລີ້ໄພຂອງສະຫະລັດອາເມຣິກາ

ທູດຢູເຄຣນປະຈຳສະຫະຣາຊະອານາຈັກ ໄດ້ທະວີດຂໍ້ຄວາມຜ່ານ Twitter ເຜີຍວ່າ ໂວໂລດິເມຍ ເຊເລນສະກີ ຜູ້ນຳຢູເຄຣນ ປະຕິເສດຂໍ້ສະເໜີຂອງທາງການສະຫະລັດອາເມຣິກາທີ່ແນະນຳໃຫ້ ເຊເລນສະກີ ອົບພະຍົບລີ້ໄພອອກຈາກເມືອງຫຼວງ Kyiv ຫຼັງກອງທັບຣັດເຊຍເຄື່ອນພົນເຂົ້າມາຮອດເມືອງຫຼວງ.

ນອກຈາກນີ້ ສະຖານທູດຍັງອ້າງອີງຄຳເວົ້າຂອງຜູ້ນຳຢູເຄຣນ ໂດຍລະບຸວ່າ “ການຕໍ່ສູ້ເກີດຂຶ້ນທີ່ນີ້ ຂ້ອຍຕ້ອງການອາວຸດຕໍ່ສູ້ບໍ່ແມ່ນພາຫະນະຫຼົບໜີ” ພ້ອມກ່າວອີກວ່າ “ຊາວຢູເຄຣນພູມໃຈໃນຕົວປະທານາທິບໍດີຂອງພວກເຂົາ”.

  • ເຮືອສົ່ງສິນຄ້າຍີ່ປຸ່ນຖືກຍິງລູກສອນໄຟນອກຊາຍຝັ່ງຢູເຄຣນ

ບໍລິສັດຂົນສົ່ງທາງເຮືອຈາກເມືອງອິມາບາຣິ ແຂວງເອຮິເມະ ຕັ້ງຢູ່ພາກຕາເວັນຕົກຂອງປະເທດຍີ່ປຸ່ນ ເປີດເຜີຍວ່າເຮືອບັນທຸກສິນຄ້າ ນາມູຣະ ຄວີນ (Namura Queen) ເຊິ່ງຈົດທະບຽນໃນປະເທດປານາມາໄດ້ຮັບຄວາມເສຍຫາຍໃນຂະນະແລ່ນເຮືອຜ່ານທະເລດຳນອກຊາຍຝັ່ງຢູເຄຣນ ເມື່ອວັນສຸກທີ 25 ກຸມພາທີ່ຜ່ານມາ ເຮັດໃຫ້ລູກເຮືອ 1 ຄົນໄດ້ຮັບບາດເຈັບ ທາງດ້ານເຈົ້າໜ້າທີ່ຂອງຢູເຄຣນເປີດເປີຍວ່າ ຂີປະນາວຸດທີ່ຍິງໃສ່ເຮືອບັນທຸກສິນຄ້າຂອງຍີ່ປຸ່ນຖືກຍິງໂດຍກອງທັບຣັດເຊຍ ຫຼັງຈາກທີ່ມີການບຸກໂຈມຕີຢູເຄຣນໃນວັນທີ 24 ກຸມພາທີ່ຜ່ານມາ.

 ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/