ປຸຍ ນັກສະແດງໜ້າໃໝ່ຈາກຄ້າຍ X-Junior Studio ໂດດເດັ່ນທັງດ້ານກິລາ ແລະ ການສະແດງ


ນ້ອງ ປຸຍ ນັກສະແດງໜ້າໃໝ່ຈາກຄ້າຍ X-Junior ແລະ ກຳລັງຈະມີຜົນງານທຳອິດ ເລື່ອງ LadyGirl, ຄວາມສາມາດຫຼາກຫຼາຍ ມີຄວາມໂດດເດັ່ນໃນເລື່ອງການເຕະບານ ແລະ ໜ້າສົນໃຈໄປອີກ ເມື່ອໄດ້ເຂົ້າມາໃນວົງການບັນເທີງ. ເຖິງເລື່ອງທຳອິດຍັງບໍ່ໄດ້ອອກອາກາດ ແຕ່ຄວາມໂດດເດັ່ນເປັ່ງປະກາຍ ເຮັດໃຫ້ໄດ້ຮັບຄວາມສົນໃຈຈາກໃຜຫຼາຍໆຄົນ ເພາະທຸກຄົນກຳລັງຈັບຕາເບິ່ງນັກສະແດງໜ້າໃໝ່ຄົນນີ້ ໂດຍສະເພາະເລື່ອງ LadyGirl ພຽງແຕ່ເຫັນເບື້ອງຫຼັງເປັນພາບຖ່າຍ ຕ່າງກໍພາກັນໃຈລະລາຍກ່ອນແລ້ວ. ນອກຈາກນີ້ ນ້ອງ ປຸຍ ຍັງມີຄົນຕິດຕາມທາງ Facebook ແລະ TikTok ເປັນຈຳນວນຫຼາຍເຊັ່ນດຽວກັນ, ມື້ນີ້ ທາງທີມຂ່າວພວກເຮົາຊວນມາຮູ້ຈັກກັບນ້ອງປຸຍ ໃນເລື່ອງລາວຕ່າງໆທີ່ໜ້າໜ້າສົນໃຈ ແລະ ຊົມເຊີຍ ທັງຜົນງານ ພ້ອມກັບທັດສະນະຄະຕິ.

1.ແນະນຳຊື່ ແລະ ອາຍຸ ໃຫ້ແດ່?

ສະບາຍດີ ນ້ອງຊື່ ປຸຍ ພອນນາລີນ ທະວີສັກ ອາຍຸ 17 ປີ.

2.ປັດຈຸບັນສັງກັດຢູ່ຄ້າຍໃດ?

ຕອນນີ້ສັງກັດຢູ່ນຳ X-junior.

3.ຈຸດເລີ່ມຕົ້ນໃນການເຂົ້າວົງການບັນເທີງມີຄືແນວໃດເດ?

ຈຸດເລີ່ມຕົ້ນຂອງການເຂົ້າວົງການບັນເທີງແມ່ນໝູ່ແນະນຳໃຫ້ຮູ້ຈັກແມ່ໂດນີ້ ແລະ ອ້າຍຊາ ເພິ່ນເລີຍຊວນໃຫ້ມາເປັນພະເອກໃຫ້ໃນເລື່ອງ LadyGirl ເພາະກົງກັບຄາແລັກເຕີທີ່ເພິ່ນຢາກໄດ້.

4.ຜ່ານມານ້ອງໄດ້ມີຜົນງານຫຍັງບໍ?

ຜ່ານມານ້ອງເຄີຍມີຜົນງານໃນກິດຈະກຳດ້ານເຕະບານຂອງໂຮງຮຽນ.

5.ປັດຈຸບັນນ້ອງກຳລັງມີຜົນງານຫຍັງ?

ປັດຈຸບັນນ້ອງກຳລັງມີຜົນງານ Series ຄຳຕອບຄືເຈົ້າ LadyGirl.

6.ນ້ອງມີຄວາມສາມາດພິເສດຫຍັງບໍ?

ຄວາມສາມາດພິເສດນ້ອງແມ່ນເຕະບານເລີຍແຫຼະ

7.ອະນາຄົດນ້ອງຢາກພັດທະນາຫຍັງກ່ຽວກັບຕົນເອງ ໃນວົງການບັນເທີງ?

ອະນາຄົດນ້ອງຢາກພັດທະນາທັກສະຕ່າງໆ ການຢູ່ຮ່ວມກັນໃນວົງການຕ້ອງເຮັດແນວໃດ ແລະ ຢາກຮຽນຮູ້ດ້ານການສະແດງໃຫ້ເກັ່ງໆ ເພາະໂອກາດແບບນີ້ ຖືວ່ານ້ອງເປັນຄົນທຳອິດທີ່ເປັນທອມ ແລະ ໄດ້ມີໂອກາດມາຢືນໃນຈຸດນີ້ໄດ້ ກໍຕ້ອງຂໍຂອບໃຈຜູ້ໃຫຍ່ ທີ່ເພິ່ນເຫັນຄວາມສຳຄັນຂອງ LGBTQ ເພາະນ້ອງເອງກໍບໍ່ຄາດຄິດມາກ່ອນ…ແບບດີໃຈແຮງເລີຍຫັ້ນນະ.

8.ຄິດແນວໃດເມື່ອຄົນເບິ່ງເຮົາໃນແງ່ລົບ ແລະ ແງ່ບວກ?

ສຳລັບນ້ອງແລ້ວ ນ້ອງຮູ້ຕົນນ້ອງດີ ແຕ່ໃນຄອບຄົວນ້ອງເພິ່ນກໍຍອມຮັບ ແລະ ເຂົ້າໃຈດີທີ່ສຸດ, ສ່ວນຄົນເບິ່ງເຮົາໃນທາງລົບນ້ອງບໍ່ສາມາດໃຫ້ໃຜມາປ່ຽນມຸມມອງ ຫຼື ຄວາມຄິດເພິ່ນເຫຼົ່ານັ້ນໄດ້ ກໍໄດ້ແຕ່ຍອມຮັບ. ແຕ່ຄົນທີ່ເຫັນດີ ແລະ ສະໜັບສະໜູນເພດຫຼາກຫຼາຍທາງເລືອກໃນທາງບວກກໍມີຫຼາຍ ນ້ອງຄິດວ່າສັງຄົມລາວອາດເປີດກວ້າງຫຼາຍແລ້ວ.

9.ສຸດທ້າຍຢາກຝາກຫຍັງບໍ?

ສຸດທ້າຍນີ້ປຸຍຂໍຟາກຜົນງານ ເລື່ອງທຳອິດ Series ຄຳຕອບຄືເຈົ້າ LadyGirl  ແນ່ເດີ ທີ່ຈະເປີດກອງໄວໆນີ້ ແລະ ຈະສາຍໃນເດືອນ 5 ທາງເພຈ ແລະ YouTube ຂໍຂອບໃຈອ້າຍເອື້ອຍທີມງານ Lao X ທີ່ສະໜັບສະໜູນ ປຸຍ🙇🏻‍♀️🙏🏼

ທຸກຄົນສາມາດຕິດຕາມນ້ອງໄດ້ທີ່:

Facebook: Pui Tvs https://bit.ly/3s3KBTu

TikTok: Puixy  https://bit.ly/3LQk1W3

IG: puiii.opz

Facebook Page: Series ຄຳຕອບຄືເຈົ້າ Lady Girl  https://bit.ly/33BtxLn

Facebook Page: X-Junior Studio https://bit.ly/35coeCq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/