ແຟນຜີແດງ ແລະ ແຟນອາເຊນອລ ຜິດໃຈກັນແບບບໍ່ຮູ້ສາເຫດ ຈົນເລືອດປາກອອກ


ໃນວັນທີ 24 ກໍລະກົດ 2023 ມີຄລິບທີ່ກຳລັງໄດ້ຮັບຄວາມສົນໃຈ ເມື່ອມີເຫດການໃນເກມອຸ່ນເຄື່ອງລະຫວ່າງ Arsenal ກັບ Manchester United ທີມຊັ້ນນຳຈາກ Premier League ອັງກິດ, ເຊິ່ງຜົນສະກໍຈົບລົງດ້ວຍການມີທີມເສຍມີທີມຊະນະ ແມນຢູ ເອົາຊະນະ ອາເຊນອລ ໃນເວລາປົກກະຕິ 2-0 ກ່ອນຈະມີຈະຍິງຈຸດໂທດຊະນະໄປອີກ 5-3.

ເກມນີ້ ຖືວ່າມີຄວາມວຸ້ນວາຍຫຼາຍດັບທາງຝັ່ງແຟນບານ ຄລິບຕີກັນໄດ້ຖືກເຜີຍແຜ່ຜ່ານໂຊຊຽວຢ່າງໄວວາ ເຊິ່ງສັງເກດໄດ້ວ່າໃນຄລິບແຟນບານທັງສອງໄດ້ປະທະກັນຢ່າງຈິງຈັງ ກຳປັ້ນໃສ່ດັນແບບຮຸນແຮງ ສົ່ງຜົນໃຫ້ແຟນບານບາງຄົນເຖິງກັບປາກແຕກເລືອດອອກ, ຄລິບດັ່ງກ່າວ ຍາວໄປຈົນເກືອບກາຍ 2 ນາທີ ເຫັນໜ້າເຫັນຕາຄົບກັນທຸກຄົນ.

ສາເຫດທີ່ເກີດຂຶ້ນ ຍັງບໍ່ກາລັນຕີວ່າແມ່ນເກີດຈາກຫຍັງ ແລະ ແມ່ນແຟນບານຝັ່ງໃດເປັນຄົນກໍ່ຂຶ້ນກ່ອນ. ພໍປະທະກັນ ເວລາດົນພໍສົມຄວນ ກໍມີໝູ່ເພື່ອນຄົນໃກ້ຊິດມາຫ້າມ ຕາມມາດ້ວຍເຈົ້າໜ້າທີ່ມາສະກັດກັ້ນ, ຈາກນັ້ນ ເຫດການກໍຄ່ອຍໆຍຸຕິລົງ ແຕ່ຕອນຕໍ່ໄປບໍ່ຮູ້ສາເຫດວ່າກຸ່ມຄົນດັ່ງກ່າວ ຈະເປັນແນວໃດຕໍ່ໄປ. ແຕ່ມີການຄາດວ່າ ອາດຈະເປັນຍ້ອນການຫຼິ້ນບານຂງນັກເຕະທີມໃດທີມໜຶ່ງ ທີ່ອາດຈະເປັນສາເຫດ ແລະ ຖ້າໃຜທີ່ໄດ້ຮັບຊົມກໍຄົງຈະພໍຮູ້ວ່າແຟນບານກຸ່ມນີ້ຜິດຫຍັງກັນ.

ຂໍ້ມູນຈາກ: thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/