ແພດຈົບໃໝ່ໃນອັງກິດ ປະທ້ວງຢຸດງານຄັ້ງໃຫຍ່ ຮ້ອງຂຶ້ນຄ່າແຮງສູ້ເງິນເຟີ້


ແພດຈົບໃໝ່ໃນປະເທດອັງກິດ ປະທ້ວງດ້ວຍການຢຸດການເຮັດວຽກ ກາຍເປັນການປະທ້ວງທີ່ໃຫຍ່ທີ່ສຸດໃນປະຫວັດສາດ ພ້ອມຮ້ອງຂໍຂຶ້ນເງິນເດືອນສູ້ພາວະເງິນເຟີ້ໃນປະເທດ.

ວັນທີ 13 ກໍລະກົດ 2023 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ແພດຈົບໃໝ່ (Junior Doctor) ຈຳນວນຫຼວງຫຼາຍຂອງໂຮງໝໍໃນປະເທດອັງກິດ ອອກມາປະທ້ວງຢຸດງານຄັ້ງໃຫຍ່ທີ່ສຸດໃນປະຫວັດສາດທີ່ ລະບົບບໍລິການສຸຂະພາບແຫ່ງຊາດ (NHS) ຂອງປະເທດອັງກິດໄດ້ເຄີຍປະສົບມາ ກໍ່ໃຫ້ເກີດຄວາມກັງວົນຕໍ່ຄວາມປອດໄພ ແລະ ສະຖານະການຂອງຄົນເຈັບ.

ການປະທ້ວງຢຸດງານເປັນເວລາ 5 ມື້ຢ່າງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ເພື່ອຮຽກຮ້ອງປະເດັນເງິນເດືອນ ແລະ ກົນລະຍຸດໃນການຮັກສາພະນັກງານໃຫ້ຢູ່ກັບອົງກອນ ພ້ອມເປັນຄວາມພະຍາຍາມຫຼ້າສຸດຂອງລະບົບບໍລິການສຸຂະພາບແຫ່ງຊາດ (NHS) ໃນການຊຸກຍູ້ຂໍ້ຮຽກຮ້ອງໃນໄລຍະເວລາ 8 ເດືອນທີ່ຜ່ານມາ ຫຼັງຈາກຜ່ານພົ້ນງານໜັກໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19.

ແພດຈົບໃໝ່ຄົນໜຶ່ງໄດ້ໃຫ້ສຳພາດວ່າ “ລະບົບບໍລິການສຸຂະພາບແຫ່ງຊາດ (NHS) ໄດ້ດໍາເນີນງານດ້ວຍຄວາມເສຍສະຫຼະ ແລະ ຈິດກຸສົນມາໂດຍຕະຫຼອດ ໃນຕອນນີ້ເປັນໂອກາດທີ່ຈະປ່ຽນແປງແນວຄິດນັ້ນ” ພ້ອມຍັງກ່າວອີກວ່າ “ແພດຄຳນຶງໄດ້ແລ້ວວ່າພວກເຂົາເຮັດວຽກໃນຕະຫຼາດໂລກ ບໍ່ໄດ້ຈຳກັດຢູ່ພຽງໃນປະເທດນີ້”.

ຢ່າງໃດກໍຕາມ ທັງແພດຈົບໃໝ່ ແລະ ລັດຖະບານອັງກິດ ທີ່ໄດ້ເກີດການກະທົບກັນ ເກີດມາຈາກການທີ່ຝ່າຍການແພດຕ້ອງການໃຫ້ຈ່າຍຄ່າຈ້າງໃນລະດັບດຽວກັນເມື່ອປີ 2008-2009 ອີກຄັ້ງ ເຊິ່ງຝ່າຍລັດຖະບານກ່າວວ່າ ການກະທຳດັ່ງກ່າວນັ້ນຈະເປັນການປັບເງິນເດືອນຂຶ້ນຮອດ 35%.

ໃນດ້ານຄະນະກຳມະການແພດຈົບໃໝ່ຂອງສະມາພັນທາງການແພດອັງກິດ  (British Medical Association) ກ່າວວ່າໃນຄວາມເປັນຈິງເງິນເດືອນຂອງແພດລົດລົງປະມານ 26% ໃນໄລຍະ 15 ປີ ທີ່ຜ່ານມາ ເນື່ຶອງຈາກເງິນເດືອນບໍ່ສອດຄ່ອງກັບອັດຕາເງິນເຟີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/