ແບບນີ້ກໍມີ ພໍ່ຕູ້ຊາວຟໍຣິດາ ຂໍຊື້ເດັກຍິງອາຍຸ 8 ປີຈາກແມ່ດ້ວຍຈໍານວນເງິນ 1 ແສນໂດລາ ເພາະເຫັນວ່າ “ເຕັ້ນເກ່ງ ແລະ ໜ້າຮັກດີ”

ພໍ່ຕູ້ຊາວຟໍຣິດາ

ຂື້ນຊື່ວ່າລັດຟໍຣິດາແລ້ວ ມັນກໍມັກຈະມີເລື່ອງແປກໆ ເກີດຂຶ້ນ ແລະ ເຮັດໃຫ້ເຮົາຄາດບໍ່ເຖິງຢູ່ຕະຫຼອດເວລາເລີຍ! ເພາະເມື່ອກາງເດືອນສິງຫາ 2022 ທີ່ຜ່ານມານີ້ໄດ້ມີພໍ່ຕູ້ຊາວຟໍຣິດາ ໄດ້ເຮັດການຂໍຊື້ເດັກຍິອາຍຸ 8 ປີຈາກແມ່ຂອງລາວ ດ້ວຍການຍື່ນຂໍ້ສະເໜີເປັນຈໍານວນເງິນ 100,000 ໂດລາ ແຕ່ກໍຖືກຜູ້ເປັນແມ່ປະຕິເສດໄປແລ້ວໂທຫາຕໍາຫຼວດໃຫ້ມາຈັບກຸມຕົວທັນທີ.

ພໍ່ຕູ້ຊາວຟໍຣິດາ

ເລື່ອງລາວນີ້ເກີດຂຶ້ນເມື່ອວັນທີ 16 ສິງຫາ 2022 ທີ່ຜ່ານມາ ທີ່ຮ້ານຄ້າ Winn Dixie ໃນເມືອງ ພອດອໍເຣນຈ໌ (Port Orange) ລັດຟໍຣິດາ ສະຫະລັດອາເມຣິກາ ເມື່ອເຈົ້າໜ້າທີ່ໄດ້ຮັບສາຍແຈ້ງເຫດຈາກ Lauren Benning ວ່າມີຊາຍເຖົ້າພະຍາຍາມຈະເຂົ້າມາຂໍຊື້ລູກສາວອາຍຸ 8 ປີຂອງຕົນ ທາງເຈົ້າໜ້າທີ່ຈຶ່ງໄດ້ຮີບໄປໃນສະຖານທີ່ເກີດເຫດດັ່ງກ່າວ.

ພໍ່ຕູ້ຊາວຟໍຣິດາ

ເມື່ອມາຮອດ Lauren Benning ໄດ້ບອກກັບເຈົ້າໜ້າທີ່ວ່າຕົນເອງກັບລູກສາວແມ່ນໄດ້ຍ່າງມາເລືອກຊື້ເຄື່ອງຕາມປົກກະຕິທີ່ຮ້ານຄ້າແຫ່ງນີ້ ແຕ່ວ່າໃນຕອນນັ້ນຕົນກໍໄດ້ພົບກັບຊາຍແກ່ອາຍຸ 85 ປີ ທີ່ມີຊື່ວ່າ Hellmuth Kolb ໄດ້ຍ່າງເຂົ້າມາໂອ້ລົມນໍາແລ້ວຫຼັງຈາກນັ້ນກໍເລີ່ມສະແດງທ່າທີຍ້ອງລູກສາວວ່າ ເປັນເດັກທີ່ງາມ, ເຕັ້ນເກັ່ງ ພ້ອມກັບບອກວ່າຕົນເອງຍັງບໍ່ມີລູກ ແລະຢາກໄດ້ລູກຂອງ Lauren ມາເປັນລູກແທ້ໆ.

ພໍ່ຕູ້ຊາວຟໍຣິດາ
(ຮູບພາບປະກອບບໍ່ກ່ຽວກັບເນື້ອຫາ)

Lauren ພ້ອມກັບລູກສາວເມື່ອໄດ້ຍິນແນວນັ້ນກໍບໍ່ໄດ້ຕິດໃຈເພາະຄິດວ່າ Kolb ເປັນພຽງຊາຍແກ່ຂີ້ເຫງົາ ແລະ ໂດດດ່ຽວ ແຕ່ວ່າສະຖານະການໄດ້ປ່ຽນໄປໄວຫຼາຍ ເພາະ Kolb ໄດ້ຍ່າງຕາມ 2 ແມ່ລູກໄປຮອດບ່ອນຈອດລົດແລ້ວບອກວ່າຕ້ອງການເຮັດຂໍ້ສະເໜີກັບ Lauren ດ້ວຍການຂໍຊື້ລູກສາວດ້ວຍຈໍານວນເງິນ 100,000 ໂດລາ ເມື່ອໄດ້ຍິນແບບນັ້ນ Lauren ຕົກໃຈຫຼາຍພ້ອມປະຕິເສດໄປ ແລະ ໄດ້ໂທແຈ້ງເຈົ້າໜ້າທີ່ທັນທີ. ນອກຈາກນີ້ Lauren ຍັງບອກວ່າ “ຄົນແບບນີ້ຄວນຖືກຂັງເອົາໄວ້ ແລະ ຫ້າມບໍ່ໃຫ້ເຂົ້າໃກ້ລູກໆ ຂອງພວກເຮົາອີກ”.

ພໍ່ຕູ້ຊາວຟໍຣິດາ

ຢ່າງໃດກໍດີ ໃນວັນທີ 25 ສິງຫາທີ່ຜ່ານມາ Kolb ກໍຖືກຈັບແລະນຳຕົວໄປທີ່ເຮືອນຈໍາ Volusia County ແລະ ຕາມການລາຍງານຂອງເຈົ້າໜ້າທີ່ຍັງພົບອີກວ່າ ໃນປີ 2018 Kolb ກໍເຄີຍສ້າງຄະດີກໍລະນີຄ້າຍໆ ກັນກໍຄືສະເໜີເງິນໃຫ້ແມ່ຄົນໜຶ່ງທີ່ສູກການຄ້າ Walmart ເພື່ອຂໍຊື້ລູກດ້ວຍລາຄາ 200,000 ໂດລາ ແລະ ຖືກສານຕັດສິນບໍ່ໃຫ້ເຂົ້າໃກ້ເດັກອີກ ສຸດທ້າຍກໍຄືທີ່ເຫັນ Kolb ແມ່ນຍັງເຮັດແບບເກົ່າ ແລະ ກໍໄດ້ຮັບໂທດເປັນທີ່ຮຽບຮ້ອຍແລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply