ສະພາທິດສະດີສູນກາງພັກ ຈັດກອງປະຊຸມ “ທິດທາງການແກ້ໄຂສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ລາວ ແລະ ບົດຮຽນຂອງ ຈີນ”


ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ທິດທາງການແກ້ໄຂສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງ ສປປ ລາວ ແລະ ບົດຮຽນຂອງ ສປ ຈີນ” ຂຶ້ນໃນວັນທີ 12 ກັນຍາ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງພັກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະເໜີບົດຄົ້ນຄວ້າກ່ຽວກັບ ສະພາບການພົ້ນເດັ່ນທາງດ້ານເສດຖະກິດຂອງ ສປປ ລາວ ໃນປັດຈຸບັນ ແລະ ການສະເໜີບົດຮຽນຂອງ ສປ ຈີນ ກ່ຽວກັບການແກ້ບັນຫາທາງດ້ານເສດຖະກິດ ເຊິ່ງບັນຫາເສດຖະກິດຂອງລາວໃນປັດຈຸບັນ ມີອັນໃກ້ຄຽງກັບສະພາບເສດຖະກິດ ຂອງ ສປ ຈີນ ໃນຊຸມປີ 80 ຂອງສະຕະວັດທີ່ຜ່ານມາ. ພ້ອມກັນນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳເຫັນ ເພື່ອແລກປ່ຽນບົດຮຽນທາງດ້ານວິຊາການ ແລະ ພ້ອມ ກັນຄົ້ນຄວ້າຊອກຫາທິດທາງ ແລະ ມາດຕະການທີ່ເໝາະສົມ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ຂອງ ສປປ ລາວ ໃນປັດຈຸບັນ ໂດຍສະເພາະບັນຫາການເພີ່ມຄວາມເປັນເຈົ້າຕົນເອງຊຸກຍູ້ການຜະລິດທຸລະກິດ ແລະ ການບໍລິການໃຫ້ແຂງແຮງ; ເຂັ້ມງວດໃນການກໍານົດນະໂຍບາຍເງິນຕາຕ່າງປະເທດ, ຮັກສາວິໄນການເງິນໃຫ້ເຂັ້ມງວດ; ຕັ້ງໜ້າຄວບຄຸມອັດຕາເງິນເຟີ້, ເພີ່ມທະວີການຊຸກຍູ້ລາຍຮັບ ແລະ ຄຸ້ມຄອງເງິນຕາໃຫ້ຄ່ອງຕົວ, ຕັ້ງໜ້າປະຕິບັດນະໂຍບາຍເງິນຕາແຫ່ງຊາດ ໂດຍສະເພາະນະໂຍບາຍເສດຖະກິດ-ການເງິນ; ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າທີ່ຈຳເປັນ ເພື່ອບໍ່ໃຫ້ຄ່າຄອງຊີບຖີບຕົວສູງຂຶ້ນແຮງ, ສະໜອງນໍ້າມັນເຊື້ອໄຟ ເພື່ອບໍ່ໃຫ້ກະທົບຕໍ່ການຜະລິດ ແລະ ການບໍລິການ, ຈັດຕັ້ງຜັນຂະຫຍາຍໂຄງການຄ້ຳປະກັນສະບຽງອາຫານ ຢ່າງເປັນຮູບປະທຳ.

ໃນໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ຕີລາຄາສູງຕໍ່ກອງປະຊຸມດັ່ງກ່າວ ໂດຍຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ, ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກສະຫຼັບຊັບຊ້ອນ ແລະ ມີການຫັນປ່ຽນຢ່າງໄວວາ, ຈາກບັນຫາເສດຖະກິດ, ການເມືອງ, ເທັກໂນໂລຢີ ຫຼື ຄວາມບໍ່ສະຫງົບໃນບາງຂົງເຂດ ຫລື ພາກພື້ນ ອັນໄດ້ສ້າງໃຫ້ມີຫຼາຍກະແສແນວຄິດເກີດຂຶ້ນ ແລະ ເກີດວິກິດການທາງດ້ານເສດຖະກິດ. ຍ້ອນແນວນັ້ນ, ວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ຂອງພວກເຮົາໃນປັດຈຸບັນ ຖືເປັນວຽກງານທີ່ທ້າທາຍ, ມີສິ່ງໃໝ່ໆຫຼາກຫຼາຍສີສັນ ແລະ ຕ້ອງໄດ້ສືບຕໍ່ຄົ້ນຄວ້າຢ່າງມີວິທະຍາສາດ.

ຕໍ່ກັບສະພາບການດັ່ງກ່າວ, ສະພາທິດສະດີສູນກາງພັກ ກໍໄດ້ຮັບການຊີ້ນຳຈາກຂັ້ນເທິງ ໃຫ້ສືບຕໍ່ມີການປັບປຸງໃຫ້ເຂັ້ມແຂງ ເພື່ອຮັບປະກັນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃນການຊ່ວຍໃຫ້ຄຳປຶກສາ ຕໍ່ບັນຫາສຳຄັນແຫ່ງຊາດ ໃຫ້ກົມການເມືອງສູນກາງພັກ ກໍຄືລັດຖະບານ ເພື່ອປະກອບສ່ວນຮັບໃຊ້ພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຂໍ້ມູນຈາກ:

https://cutt.ly/qCJlhgB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply