ແຂວງວຽງຈັນ ສົ່ງເສີມການຜະລິດອຸດສາຫະກຳ ແລະ ຫັດຖະກຳ ມີລາຍຮັບຈາກການຜະລິດດ້ານອຸດສາຫະກໍາ 5.286,25 ຕື້ກີບ


ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງວຽງຈັນ ໃນໄລຍະກາງສະໄໝ ຄັ້ງທີ VI (2021-2025) ຂອງອົງຄະນະພັກແຂວງວຽງຈັນ ໄດ້ຊຸກຍູ້ສົ່ງເສີມການຜະລິດດ້ານອຸດສາຫະກໍາ ແລະ ຫັດຖະກໍາໄດ້ດີສົມຄວນ ເຊິ່ງ 2 ປີເຄິ່ງຜ່ານມາ, ແຂວງມີລາຍຮັບຈາກການຜະລິດດ້ານອຸດສາຫະກໍາ 5.286,25 ຕື້ກີບ, ສະເລ່ຍ 2.114,50 ຕື້ກີບ/ປີ, ເທົ່າກັບ 32% ຂອງແຜນການ (ແຜນ16.534 ຕື້ກີບ).

ໂດຍໃນນີ້ ພົ້ນເດັ່ນໃນການຜະລິດແມ່ນ ໂຮງງານຊີມັງ, ໂຮງງານຜະລິດຕະພັນພລາສຕິກ, ໂຮງງານຕັດຫຍິບ ແລະ ອື່ນໆ. ສ່ວນການຈໍາໜ່າຍປະຕິບັດໄດ້ 12.750,48 ຕື້ກີບ, ເທົ່າກັບ 54,23% ຂອງແຜນການ (ແຜນການ 23.485,92 ຕື້ກີບ); ຜະລິດພະລັງງານໄຟຟ້າໄດ້ 5.164,17 ຈີກາວັດໂມງ (GWh) ແຜນ 10.501,46 ຈີກາວັດໂມງ (GWh), ມູນຄ່າການຜະລິດ 2.576,72 ຕື້ກີບ, ສະເລ່ຍ 1.030,68 ຕື້ກີບ/ປີ, ເທົ່າກັບ 54,75% ຂອງແຜນການ (ແຜນ 4.706,54 ຕື້ກີບ) ແລະ ສາມາດຈໍາໜ່າຍພະລັງງານໄຟຟ້າໄດ້ 5.045,94 ຈີກາວັດໂມງ (GWh) ມູນຄ່າ 3.765,53 ຕື້ກີບ, ເທົ່າກັບ 48,40% ຂອງແຜນການ (ແຜນ 7.779,59 ຕື້ກີບ).

ສໍາລັບການຂຸດຄົ້ນ ແລະ ຜະລິດແຮ່ທາດ  ມີຫົວໜ່ວຍດໍາເນີນກິດຈະການ ສຶກສາສໍາຫຼວດດ້ານທໍລະນີສາດ-ແຮ່ທາດ ທັງໝົດ 25 ບໍລິສັດ ມີ 40 ກິດຈະການ,  ມີຫົວໜ່ວຍດໍາເນີນທຸລະກິດຂຸດຄົ້ນດ້ານບໍ່ແຮ່ ມີ 81 ບໍລິສັດ ມີ 115 ກິດຈະການ ແລະ ມີມູນຄ່າການຜະລິດແຮ່ທາດໄດ້ 1.042,39 ຕື້ກີບ, ສະເລ່ຍ 416,95 ຕື້ກີບ/ປີ, ເທົ່າກັບ 60% ຂອງແຜນການ (ແຜນ 1.737,36 ຕື້ກີບ) ແລະ ຈໍາໜ່າຍໄດ້ 2.546,76 ຕື້ກີບ, ສະເລ່ຍ 1.018,70 ຕື້ກີບ/ປີ, ລື່ນແຜນການ 40,42% (ແຜນ 1.813,70 ຕື້ກີບ) ໃນນັ້ນ, ຈໍາໜ່າຍພາຍໃນ 148,20 ຕື້ກີບ ແລະ ສົ່ງອອກໄປຕ່າງປະເທດ 2.398,56 ຕື້ກີບ.

ສ່ວນຜົນຜະລິດທາງດ້ານການບໍລິການ 2 ປີເຄິ່ງຜ່ານມາ (2021-2025) ມີມູນຄ່າຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການພາຍໃນແຂວງໄດ້ 8.169,98 ຕື້ກີບ, ສະເລ່ຍ 3.267,99 ຕື້ກີບ, ເທົ່າກັບ 48% ຂອງແຜນການ (ແຜນ 17.082,27 ຕື້ກີບ); ການນໍາເຂົ້າ-ສົ່ງອອກສິນຄ້າປະຕິບັດໄດ້ 55,43 ລ້ານໂດລາ, ສະເລ່ຍ 22,17 ລ້ານໂດລາ/ປີ, ເທົ່າກັບ 22,65% ຂອງແຜນການ (ແຜນ 244,71 ລ້ານໂດລາ) ເຊິ່ງສິນຄ້າທີ່ສົ່ງອອກໄດ້ແກ່ປະເພດຢາງພາລາ, ເຄື່ອງນຸ່ງຫົ່ມ, ຢາສູບ ແລະ ແຮ່ທາດຕ່າງໆສົ່ງອອກໄປໄທ, ຫວຽດນາມ ແລະ ຈີນ ມີມູນຄ່າ 51,91 ລ້ານໂດລາ, ເທົ່າກັບ 33,60% ຂອງແຜນການ (ແຜນ 154,46 ລ້ານໂດລາ; ມູນຄ່ານໍາເຂົ້າສິນຄ້າໄດ້ 3,51 ລ້ານໂດລາ, ເທົ່າກັບ3,88% ຂອງແຜນການ (ແຜນ 90,25 ລ້ານໂດລາ)

https://www.facebook.com/photo/?fbid=829383898875068&set=a.563325788814215

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/