ແຂວງວຽງຈັນ ວາງເປົ້າໝາຍດຶງດູດເອົານັກທ່ອງທ່ຽວຫຼາຍຮອດ 1 ລ້ານຄົນ


ແຂວງວຽງຈັນ ພວມກະກຽມໃຫ້ແກ່ການຈັດ 20 ກິດຈະກໍາໃນໂອກາດປີທ່ອງທ່ຽວລາວ 2024 ໂດຍຈະມີພິທີເປີດປີທ່ອງທ່ຽວລາວຂອງແຂວງຢ່າງເປັນທາງການໃນວັນທີ 14 ກຸມພາ 2024 ທີ່ເມືອງວັງວຽງ ເຊິ່ງຈະຈັດຂຶ້ນພ້ອມກັບການຈັດເທສະການໝາກກ້ຽງຫວານຂອງເມືອງດັ່ງກ່າວ.

ທ່ານ ພູວົງ ບຸນຊູ, ຮອງເຈົ້າແຂວງວຽງຈັນ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂອງແຂວງ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 4 ມັງກອນ 2024, ທີ່ຫ້ອງວ່າການປົກຄອງແຂວງວຽງຈັນວ່າ: ໃນຈໍານວນ 20 ກິດຈະກໍາ ແມ່ນປະກອບມີ:

+ ລະດັບຊາດ ມີ 1 ກິດຈະກໍາ ຄື: ບຸນກິນຈຽງ ຫຼັກ 52 ເມືອງໂພນໂຮງ.

+ ລະດັບແຂວງ ມີ 7 ກິດຈະກໍາ ຄື: ບຸນຊ່ວງເຮືອບ້ານເກິນ ເມືອງ ທຸລະຄົມ, ເປີດການທ່ອງທ່ຽວໜ້າເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມ, ເທສະການໝາກຂາມຫວານ ເມືອງຊະນະຄາມ, ງານສະເຫຼີມສະຫຼອງບຸນພະທາດດອກແກ້ວ ເມືອງໂພນໂຮງ, ເທສະການສາມ ໝື່ນຕູບເຟືອງ ເມືອງເຟືອງ, ເທສະການໝາກກ້ຽງຫວານ ແລະ ບຸນແຫ່ນາງສັງຂານປີໃໝ່ລາວ ເມືອງວັງວຽງ.

+ ລະດັບເມືອງ ມີ 12 ກິດຈະກໍາ ຄື: ງານຕະຫຼາດນັດເມືອງວຽງຄໍາ, ບຸນແຫ່ຜາສາດເຜີ້ງບ້ານພູເຂົາຄໍາ, ບຸນກິນຈຽງໂນນໄຮ ເມືອງໝື່ນ, ງານກິລາມາຣາທອນວັງວຽງເທວ, ບຸນນະມັດສະການພະທາດມາຫຼ້າ, ງານເທສະການດົນຕີວັງວຽງເຟສ, ບຸນບັ້ງໄຟບ້ານໂນນຫີນແຫ່ ເມືອງເຟືອງ, ງານກິລາແລ່ນວິບາກ ວັງວຽງເອກສເຣດ, ງານບຸນດອກໄມ້ສົດ ບ້ານໂນນສະຫວ່າງ ເມືອງວຽງຄໍາ, ບຸນຊ່ວງເຮືອນໍ້າແມດ ເມືອງແມດ, ບຸນເກຼີ ເມືອງຫີນເຫີບ ແລະ ບຸນເກຼີ ເມືອງກາສີ.

ຮອງເຈົ້າແຂວງວຽງຈັນ ໃຫ້ຮູ້ຕື່ມວ່າ: ໃນປີ 2023 ຜ່ານມາ, ມີນັກທ່ອງທ່ຽວເຂົ້າໄປທ່ຽວແຂວງວຽງຈັນ ທັງໝົດ 817.369 ຄົນ, ໃນນັ້ນ ມີນັກທ່ອງທ່ຽວຕ່າງປະເທດ 211.336 ຄົນ, ທຽບໃສ່ປີ 2022 ເພີ່ມຂຶ້ນເກືອບ 5 ແສນຄົນ. ສະຖິຕິດັ່ງກ່າວຊີ້ໃຫ້ເຫັນວ່າການທ່ອງທ່ຽວເລີ່ມມີການຟື້ນຕົວຢ່າງຈະແຈ້ງ ແລະ ປີນີ້ແມ່ນນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນຫຼາຍທີ່ສຸດໃນຊຸມປີຜ່ານມາ, ສາມາດສ້າງລາຍຮັບໄດ້ 553,666 ຕື້ກວ່າກີບ.

ສໍາລັບປີ 2024 ເຊິ່ງເປັນປີທ່ອງທ່ຽວລາວ ແຂວງວຽງຈັນ ວາງຄາດໝາຍດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ທັງໝົດ 1 ລ້ານຄົນ, ໃນນີ້ ເມືອງວັງວຽງ, ເມືອງເຟືອງ ແລະ ເມືອງແກ້ວອຸດົມ ແມ່ນ 3 ເມືອງສໍາຄັນທີ່ຈະດຶງດູດນັກທ່ອງທ່ຽວໄດ້ຫຼາຍກວ່າໝູ່.

ປັດຈຸບັນ, ແຂວງວຽງຈັນ ມີແຫຼ່ງທ່ອງທ່ຽວທີ່ໄດ້ຂຶ້ນທະບຽນແລ້ວທັງໝົດ 238 ແຫ່ງ. ໃນນີ້ ແຫຼ່ງທ່ອງທ່ຽວທຳມະຊາດ 207 ແຫ່ງ, ວັດທະນະທຳ 22 ແຫ່ງ ແລະ ປະຫວັດສາດ 9 ແຫ່ງ, ມີໂຮງແຮມ 47 ແຫ່ງ, ຣີສອດ 37 ແຫ່ງ, ເຮືອນພັກ 359 ແຫ່ງ, ວິນລ່າ 8 ແຫ່ງ, ບັງກະໂລ 15 ແຫ່ງ, ຮ້ານອາຫານ-ກິນດື່ມ 368 ແຫ່ງ, ໜ່ວຍບໍລິການທ່ອງທ່ຽວ 49 ໜ່ວຍ, ສະຖານທີ່ບັນເທິງ 9 ແຫ່ງ, ບໍລິສັດທ່ອງທ່ຽວ 37 ບໍລິສັດ.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/