ແຂວງບໍ່ແກ້ວ ສືບຕໍ່ພັດທະນາພະລັງງານໄຟຟ້າ ຕິດຕັ້ງໄຟເຍືອງທາງ ຕໍ່ໄຟເຂົ້າບ້ານຫ່າງໄກສອກຫຼີກ


ແຜນສືບຕໍ່ ວຽກງານພັດທະນາພະລັງງານ ແລະ ບໍ່ແຮ່ແຂວງບໍ່ແກ້ວ ແຕ່ນີ້ຮອດ ປີ 2024 ແມ່ນຈະເອົາໃຈໃສ່ສືບຕໍ່ ຕາມແຜນການທີ່ທາງພະແນກໄດ້ວາງໄວ້ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດ. ວຽກງານການຕິດຕາມ, ກວດກາ ການກໍ່ສ້າງ ເຂື່ອນໄຟຟ້ານໍ້າທາ 1: ເຂື່ອນໄຟຟ້ານໍ້າຍອນ ຂອງບໍລິສັດໃຫ້ມີການຜະລິດກະແສໄຟຟ້າເປັນປົກກະຕິ ແລະ ສືບຕໍ່ຊຸກຍູ້ການກໍ່ສ້າງ ເຂື່ອນໄຟຟ້ານໍ້າຕົກນໍ້າງາວ (ເຂດນໍ້າແສນ) ທີ່ມີກໍາລັງຕິດຕັ້ງ 15 ເມກາວັດ; ເຂື່ອນໄຟຟ້ານໍ້າຕົກປຸ່ງເລາະ (ມີກໍາລັງຕິດຕັ້ງ 5 ເມກາວັດ): ໃຫ້ຄວາມຄືບໜ້າໃນການກໍ່ສ້າງຕາມແຜນ ແລະ ສັນຍາ. ເຂື່ອນໄຟຟ້ານໍ້າທາຫາດໝວກ (ມີກໍາລັງຕິດຕັ້ງ 37,5 ເມກາວັດ), ເຂື່ອນໄຟຟ້ານໍ້າຕົກນໍ້າຟ້າ (ມີກໍາລັງຕິດຕັ້ງ 180 ເມກາວັດ), ເຂື່ອນໄຟຟ້ານໍ້າທາ-ຫາດໝວກ ເມືອງຜາອຸດົມ. ໂຄງການເຂື່ອນໄຟຟ້າ ນໍ້າຕົກ ນໍ້າຟ້າ ເມືອງ ເມິງ ແລະ ເຂື່ອນໄຟຟ້ານໍ້າຕົກນໍ້າຂອງປາກແບງ: ໃນການສືບຕໍ່ຕິດຕາມເບິ່ງຜົນກະທົບດ້ານສິ່ງແວດລ້ອມ ແລະ ກະທົບຮອດເຂດ ເມືອງປາກທາ ແຂວງບໍ່ແກ້ວ.

ວຽກງານການ ຕິດຕາມ ກໍ່ສ້າງການຂະຫຍາຍ-ຄຸ້ມຄອງ ສາຍສົ່ງໄຟຟ້າ 230 ກິໂລໂວນ, 115 ກິໂລໂວນ ແລະ ການກໍ່ສ້າງສະຖານີ, ການຂະຫຍາຍຕາຂ່າຍໄຟຟ້າ 22 ກິໂລໂວນ, 0,4 ກິໂລໂວນ. ພ້ອມທັງຕິດຕັ້ງໝໍ້ແປງ ແລະ ກໍ່ສ້າງຕິດຕັ້ງໄຟຟ້າເຍືອງທາງ. ການລົງເກັບກຳຂໍ້ມູນ,ສຳຫຼວດ,ອອກແບບ ເພື່ອຂະຫຍາຍຕາຂ່າຍໄຟຟ້າ 22 ກິໂລໂວນ, 0,4 ກິໂລໂວນ, ຕິດຕັ້ງໝໍ້ແປງໄຟຟ້າ ເຂົ້າບ້ານທີ່ຍັງບໍ່ທັນມີໄຟຟ້າຊົມໃຊ້ ຄົວເຮືອນພາຍໃນທົ່ວແຂວງ ໃຫ້ໄດ້ມີໄຟຟ້າຊົມໃຊ້ຖາວອນ, ການສຳຫຼວດ, ກໍ່ສ້າງເຂື່ອນພະລັງງານໄຟຟ້າ, ການຄຸ້ມຄອງສະຖານີ ແລະ ສາຍສົ່ງ 115 ກິໂລໂວນ, 230 ກິໂລໂວນ ແລະ ໂຄງການກໍ່ສ້າງຕາຂ່າຍໄຟຟ້າ 22 ກິໂລໂວນ, 0,4 ກິໂລໂວນ, ຕິດຕັ້ງໝໍ້ແປງໄຟຟ້າ ໃຫ້ຖືກຕາມຂັ້ນຕອນ, ລະບຽບການ, ມາດຕະຖານເຕັກນິກ ແລະ ກົດໝາຍວ່າດ້ວຍໄຟຟ້າ.

 ຕິດຕາມແຜນສະເໜີໂຄງການກໍ່ສ້າງຕາຂ່າຍໄຟຟ້າ 22 kV; 0,4 Kv, ພ້ອມຕິດຕັ້ງໝໍ້ແປງໄຟຟ້າ ເຂົ້າເຂດ ຈຸດສຸມໂພນວິໄລເໜືອ (ກອນຊອດນ້ອຍ),ຈຸດສຸມຫ້ວຍທອນ(ບ້ານຈອມແກ້ວ, ບ້ານຈອມໄຊ, ບ້ານສະມິນ) ແລະ ບ້ານຕະພູ ເມືອງຜາອຸດົມ ແຂວງບໍ່ແກ້ວ; ການຂຽນແຜນສະເໜີໂຄງການ ເພື່ອສ້າງຕາຂ່າຍໄຟຟ້າເຂົ້າບ້ານທີ່ຍັງບໍ່ທັນມີ, ຕາມໂຄງການຊ່ວຍເຫຼືອຮ່ວງເງິນ 4 ຕື້ຢວນ (ໂຄງການ 4×100) ຊຸດທີ 3 ຂອງແຂວງບໍ່ແກ້ວ; ການຕິດຕາມ, ກວດກາ ແລະ ຊຸກຍູ້ສົ່ງເສີ່ມ ການດໍາເນີນກິດຈະການພະລັງງານໄຟຟ້າ ໃຫ້ມີການເຄື່ອນໄຫວທີ່ສອດຄ່ອງກັບ ກົດໝາຍ,ຂໍ້ກໍານົດ ແລະ ລະບຽບການຕ່າງໆ ໃຫ້ບັນລຸຜົນສໍາເລັດໄປເທື່ອລະກ່າວ.

ຂໍ້ມູນຈາກ: ໂທລະພາບລາວສຕາຣ໌

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/