ລາຄາເຂົ້າທີ່ສົ່ງອອກຂອງຫວຽດນາມ ເພີ່ມສູງຂຶ້ນໃນຮອບ 10 ປີ


ຫວຽດນາມ ເປັນປະເທດທີ່ມີການສົ່ງອອກເຂົ້າເປັນອັນດັບຕົ້ນໆຂອງໂລກ ແລະ ມີມູນຄ່າເພີ່ມຂື້ນຢ່າງຕໍ່ເນື່ອງ. ແນ່ນອນວ່າສາເຫດທີ່ປະເທດຫວຽດນາມສາມາດຜະລິດເຂົ້າສົ່ງອອກໄດ້ເປັນຈຳນວນຫຼວງຫຼາຍ ມາຈາກເຂດພູມີພາກ ແລະ ການສົ່ງອອກເຂົ້າຖືວ່າເປັນຈຸດເດັ່ນຂອງປະເທດຫວຽດນາມ.

ສຳນັກງານພາສີຂອງຫວຽດນາມ ໄດ້ອອກມາລາຍງານລາຄາສົ່ງອອກເຂົ້າຂອງປະເທດ ເຄິ່ງປີທຳອິດຂອງປີ 2023 ແຕ່ ເດືອນມັງກອນ ຫາ ເດືອນມິຖຸນາ ໂດຍມີມູນຄ່າສະເລ່ຍຢູ່ທີ່ປະມານ 539 ໂດລາຕໍ່ໂຕນ ແລະ ເພີ່ມຂຶ້ນ 10% ເມື່ອທຽບກັບປີຕໍ່ປີ ເຊິ່ງມູນຄ່າເຂົ້າສູງສຸດໃນຮອບ 10 ປິ

ເມື່ອວັນທີ 21 ກໍລະກົດ 2023 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ປະເທດ ຫວຽດນາມ ສົ່ງອອກເຂົ້າໄດ້ຫຼາຍກວ່າ 4,2 ລ້ານໂຕນ ໃນເວລາດັ່ງກ່າວຄິດເປັນມູນຄ່າຢູ່ທີ່ 2.260 ລ້ານໂດລາ ເຊິ່ງເພີ່ມຂຶ້ນເຖິງ 21% ໃນແງ່ປະລິມານ ແລະ ເພີ່ມຂຶ້ນ 32% ໃນແງ່ຂອງມູນຄ່າ ເມື່ອທຽບກັນກັບປີກ່ອນ.

ເມື່ອເດືອນ ມິຖຸນາ 2023 ທີ່ຜ່ານມາ ລາຄາສົ່ງອອກເຂົ້າສະເລ່ຍຢູ່ທີ່ໂຕນລະ 650 ໂດລາ ເຊິ່ງເພີ່ມຂຶ້ນເຖິງ 9,4% ຈາກເດືອນກ່ອນໜ້າ ແລະ 20,8% ຈາກເວລາດຽວກັນຈາກປີທີ່ແລ້ວ. ພ້ອມນີ້ລາຄາເຂົ້າໃນປະເທດຍັງມີທ່າອ່ຽງຈະຂຶ້ນຢ່າງຕໍ່ເນື່ອງ ເນື່ອງຈາກຄວາມຕ້ອງການທີ່ເພີ່ມຂຶ້ນໃນຕ່າງປະເທດ ໂດຍຫຼາຍໆປະເທດກໍກຳລັງເລັ່ງການຈັດຫາຊື້ເຂົ້າ ເພື່ອຮັບຮອງຄວາມໝັ້ນຄົງດ້ານອາຫານນັ້ນເອງ.

ຈາກປາກົດການ El Nino ຈະສົ່ງຜົນກະທົບດ້ານລົບຕໍ່ຊາວກະສິກຳຢ່າງແນ່ນອນ ໂດຍໃນຫຼາຍປະເທດກໍຮີບຮ້ອນກັກເກັບ ພ້ອມກັບມີການເລັ່ງຈັດຫາຊື້ເຂົ້າເພື່ອຮັບຮອງຄວາມໝັ້ນຄົງດ້ານອາຫານ ເພາະບໍ່ມີໃຜສາມາດຄາດການໄດ້ວ່າຜົນກະທົບຈາກປາກົດການຈະຮຸນແຮງພຽງໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/