ແຂວງຄຳມ່ວນ ສາມາດເກັບລາຍຮັບງົບປະມານໄດ້ເກີນແຜນ 788,000 ຕື້ກີບ


ເມື່ອບໍ່ດົນມານີ້, ທ່ານ ສົມພົງ ເກສານີຈັນ ຮອງຫົວໜ້າພາສີ ປະຈໍາແຂວງຄໍາມ່ວນ ໃຫ້ສໍາພາດວ່າ: ໃນປີ 2023 ພາສີ ປະຈໍາແຂວງຄໍາມ່ວນ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າ ງົບປະມານແມ່ນ 788,000 ຕື້ກີບ. ຜ່ານການຈັດເກັບລາຍຮັບຕົວຈິງໃນ 08 ເດືອນຕົ້ນປີ 2023 ປະຕິບັດໄດ້ 579,323 ຕື້ກີບ, ເທົ່າກັບ 73,52% ຂອງແຜນການປີ.

ສໍາລັບລາຍຮັບໃນ 08 ເດືອນຕົ້ນປີ 2023 ແມ່ນໄດ້ຈາກພາສີຂາອອກ (ຄ່າຊັກພິເສດ) 8,180 ຕື້ກີບ, ກວມເອົາລາຍຮັບທັງຫມົດ 1,41%; ພາສີຂາເຂົ້າ 288,731 ຕື້ກີບ, ກວມເອົາລາຍຮັບທັງໝົດ: 49,84%; ສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ 134,856 ຕື້ກີບ, ກວມເອົາລາຍຮັບທັງໝົດ 23,28%; ຄ່າປັບໃໝ-ຂາຍເຄື່ອງຮິບ 55,105 ຕື້ກີບ, ກວມເອົາລາຍຮັບທັງໝົດ 9,51%; ຄ່າທໍານຽມຕ່າງໆ 92,451 ຕື້ກີບ, ກວມເອົາລາຍຮັບທັງໝົດ 15,96%. ເຖິງແມ່ນປະຕິບັດການຈັດເກັບລາຍຮັບໄດ້ຕາມແຜນ ແຕ່ກໍຍັງມີສິ່ງທ້າທາຍ ແລະ ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນ ວິກິດການທາງດ້ານການເງິນ, ໄພເງິນເຟີ້, ການເໜັງຕີງຂອງລາຄານໍ້າມັນ, ລາຄາສິນຄ້າໃນຕະຫຼາດໂລກ ແລະ ພາຍໃນ, ເຮັດໃຫ້ມີຜົນກະທົບທາງກົງ ແລະ ທາງອ້ອມ ໃນການຈັດເກັບລາຍຮັບຂອງແຂວງພວກເຮົາ. ນອກນັ້ນ, ກໍມີການປະຕິບັດແຜນຫຼຸດຜ່ອນອັດຕາພາສີ ນໍາເຂົ້າໃນກອບອາຊຽນ ແລະ ກອບຮ່ວມມືສາກົນຕ່າງໆ, ມີການຍົກເວັ້ນ, ງົດເກັບ ແລະ ຫຼຸດຜ່ອນອັດຕາພາສີ ຕາມນະໂນບາຍສົ່ງເສີມການລົງທຶນ, ທັງໝົດທີ່ກ່າວມານັ້ນລ້ວນແຕ່ມີຄວາມທ້າທາຍ ແລະ ມີຜົນກະທົບໂດຍກົງຕໍ່ການຈັດເກັບລາຍຮັບ ຂອງຂະແໜງພາສີ ໂດຍລວມໃນ 08 ເດືອນຕົ້ນປີ 2023; ຍ້ອນແນວນັ້ນ, ພາສີປະຈໍາແຂວງ ຈຶ່ງໄດ້ສຸມໃສ່ການຫັນປ່ຽນປະຕິຮູບວຽກງານພາຍໃນພາສີ ໃຫ້ທັນກັບສະພາບການ ໂດຍໄດ້ເພີ່ມທະວີວຽກງານ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ຢູ່ບັນດາດ່ານພາສີຊາຍແດນ, ເພີ່ມທະວີໃນວຽກງານຕ້ານການຮົ່ວໄຫຼ. ພ້ອມກັນນັ້ນກໍໄດ້ຄຸ້ມຄອງດ້ານມູນຄ່າແຈ້ງພາສີ, ນໍາໃຊ້ລະບົບເອເລັກໂຕຣນິກເຂົ້າໃນການຄຸ້ມຄອງການຈັດເກັບລາຍຮັບ ແລະ ສ້າງສິ່ງອໍານວຍຄວາມສະດວກຕ່າງໆ ໃນການນໍາເຂົ້າ-ສົ່ງອອກ, ຄຸ້ມຄອງການນໍາເຂົ້າວັດຖຸດິບ, ອຸປະກອນ, ພາຫະນະ, ກົນຈັກ, ທີ່ນໍາເຂົ້າມາ ໃນລະບອບງົດເກັບ, ຍົກເວັ້ນ ແລະ ຫຼຸດຜ່ອນອັດຕາພາສີ ຂອງບັນດາໂຄງການລົງທຶນຂັ້ນສູງກາງ ແລະ ທ້ອງຖິ່ນ ເພື່ອໄປນໍາໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ.

ການຈັດເກັບລາຍຮັບເຂົ້າງົບປະມານ 04 ເດືອນທ້າຍປີ 2023 ຄາດຄະເນຈະໄດ້ 100% ຫຼື ເທົ່າກັບ 208,677 ຕື້ກີບ ຂອງແຜນການ 04 ເດືອນທ້າຍປີ; ຄາດຄະເນໝົດປີ 2023 ອາດຈະໄດ້ 100% ຫຼື ເທົ່າກັບ 788,000 ຕື້ກີບຂອງແຜນການປີ.

ຂໍ້ມູນຈາກ:

ກະຊວງການເງິນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/