ເສດຖະກິດຂອງປະເທດມາເລເຊຍເຕີບໂຕຊ້າ ເນື່ອງຈາກການຊະລໍຕົວຂອງເສດຖະກິດໃນປະເທດຈີນ


ໃນວັນທີ 19 ມັງກອນ, ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ ຍອດລວມຜະລິດຕະພັນພາຍໃນປະເທດ (GDP) ຂອງມາເລເຊຍໃນໄຕມາດທີ 4 ຂອງປີ 2023 ໄດ້ມີການເຕີບໂຕຂຶ້ນພຽງ 3.4% ເທົ່ານັ້ນ ເຊິ່ງຕໍ່າກວ່າເປົ້າໝາຍທີ່ 4.1% ທີ່ນັກວິເຄາະໄດ້ຄາດການໄວ້. ຕົວເລກດັ່ງກ່າວໄດ້ເປັນຕົວຖ່ວງໃຫ້ GDP ຂອງມາເລເຊຍຕະຫຼອດປີ 2023 ມີການຂະຫຍາຍຕົວພຽງແຕ່ 3,8%, ຈາກເປົ້າໝາຍຂອງທາງການຂອງທະນາຄານກາງມາເລເຊຍທີ່ວາງໄວ້ຢູ່ທີ່ 4%.

ໂດຍປັດໄຈຫຼັກທີ່ເປັນຕົວຖ່ວງການເຕີບໂຕໃນໄລຍະ 3 ເດືອນທີ່ຜ່ານມາແມ່ນມາຈາກຂະແໜງການກໍ່ສ້າງໃນປະເທດ ແລະ ​ກິດ​ຈະ​ກໍາ​ໃນຂະແໜງການ​ຜະ​ລິດ​ທີ່​ຊ້າ​ລົງ.​ ໂດຍຂະແໜງການກໍ່ສ້າງມີການຂະຫຍາຍຕົວພຽງແຕ່ 2.5% ໃນໄຕມາດທີ 4 ເມື່ອທຽບກັບ 7.2% ໃນໄຕມາດທີ 3, ໃນຂະນະທີ່ຂະແໜງການຜະລິດມີຂະຫຍາຍຕົວພຽງແຕ່ 0.1%.

ໃນດ້ານກະຊວງອຸດສາຫະກຳ ​ແລະ ​ການ​ຄ້າ​ສາກົນ​ຂອງ​ມາ​ເລ​ເຊຍ​ກ່າວ​ວ່າ ມາ​ເລ​ເຊຍ​ກຳລັງປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ສົ່ງ​ອອກ​ທີ່​ຫຼຸດ​ລົງ​ຍ້ອນ​ເສດຖະກິດ​ຂອງຈີນ​ທີ່ຊະລໍຕົວ. ໂດຍ​ການ​ສົ່ງ​ອອກ​ໃນ​ເດືອນ​ທັນ​ວາ​ ​ໃນ​ໄລຍະ​ຜ່ານ​ມາ​ໄດ້ມີການປັບ​ຫຼຸດ​ລົງເຖິງ 10% ​ເມື່ອ​ທຽບ​ໃສ່​ເດືອນ​ດຽວ​ກັນ​ຂອງ​ປີ​ກາຍ. ໃນຂະນະທີ່ການສົ່ງອອກສິນຄ້າຕ່າງໆໄປຈີນ ເຊິ່ງເປັນຄູ່​ການ​ຄ້າ​ລາຍໃຫຍ່​ທີ່​ສຸດ​ຂອງ​ມາ​ເລ​ເຊຍ​ນັ້ນມີການຫຼຸດລົງ 1.5%.

ອຸປະສົງພາຍນອກທີ່ອ່ອນແອແມ່ນເຫດຜົນຫຼັກທີ່ເຮັດໃຫ້ການເຕີບໂຕໃນປີ 2023 ມີການຂະຫຍາຍຕົວຫຼຸດລົງ, ໂດຍມີເສດຖະກິດຈີນທີ່ຊະລໍຕົວລົງເປັນປັດໄຈສໍາຄັນ. ນອກຈາກນີ້ຍັງມີການຄາດການອີກວ່າ ທ່າອ່ຽງການເຕີບໂຕຂອງເສດຖະກິດມາເລເຊຍໃນອະນາຄົດທີ່ຈະມາເຖິງນີ້ ຍັງຄົງປະສົບກັບບັນຫາທີ່ຫຍຸ້ງຍາກອີກຫຼາຍປະການ ເຊິ່ງໜຶ່ງໃນນັ້ນທີ່ເປັນສັນຍານທີ່ສະແດງໃຫ້ເຫັນຊັດເຈນທີ່ສຸດກໍຄືອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນຫຼັງຈາກການຫຼຸດຜ່ອນເງິນອຸດໜູນທີ່ໄດ້ວາງແຜນໄວ້ໃນປີນີ້.

“ພວກເຮົາຄິດວ່າເສດຖະກິດຈະຍັງອ່ອນແອໃນໄລຍະສັ້ນ. ເນື່ອງຈາກອັດຕາດອກເບ້ຍທີ່ສູງຂຶ້ນ, ຕະຫຼາດແຮງງານທີ່ເຢັນລົງ, ອຸປະສົງຂອງຕ່າງປະເທດທີ່ອ່ອນແອ ແລະ ລາຄາສິນຄ້າຫຼຸດລົງ ສົ່ງຜົນກະທົບຕໍ່ກິດຈະກໍາຕ່າງໆ”

ທີ່ມາ:

bangkokbiznews

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/