ຈີນ​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ລົດ​ອັນ​ດັບ 1 ຂອງ​ໂລກ ຫຼັງຈາກທີ່ຍອດໃນການສົ່ງອອກລົດເພີ່ມ​ຂຶ້ນ​ເປັນ 4,9 ລ້ານ​ຄັນໃນປີ 2023


ໃນວັນທີ 19 ມັງກອນທີ່ຜ່ານມາ, ເຈົ້າ​ໜ້າ​ທີ່​ກະຊວງ​ອຸດສາຫະກຳ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ (MIIT) ຂອງ​ຈີນໄດ້ມີການເປີດເຜີຍວ່າ ການ​ສົ່ງ​ອອກ​ລົດ​ຂອງ​ຈີນ​ໃນ​ປີ 2023 ໄດ້​ບັນລຸ 4,91 ລ້ານ​ຄັນ, ​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ປະ​ເທດ​ທີ່ສົ່ງ​ອອກ​ລົດລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ.

Xin Guobin, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ ແລະ ​ຂໍ້​ມູນ​ຂ່າວສານ ໄດ້ຖະແຫຼງການຕໍ່ສື່ມວນຊົນວ່າ ຍອດການສົ່ງອອກລົດໄດ້ມີການເພີ່ມຂຶ້ນໂດຍເຮັດສະຖິຕິສູງສຸດໃໝ່ເປັນປະຫວັດສາດ. ພ້ອມກັບລົດພະລັງງານໃໝ່ (NEV) ທີ່ຜະລິດຢູ່ໃນປະເທດຈີນຍັງໄດ້ມອບທາງເລືອກທີ່ຫຼາກຫຼາຍໃຫ້ແກ່ຜູ້ບໍລິໂພກໃນທົ່ວໂລກ.

ໂດຍການຖະແຫຼງການດັ່ງກ່າວໄດ້ຖືກຈັດຂຶ້ນ ຫຼັງຈາກທີ່ສະມາຄົມ​ຜູ້​ຜະ​ລິດ​ລົດ​​ຈີນ (CAAM) ໄດ້ມີການເປີດເຜີຍກ່ອນໜ້ານີ້ວ່າ ການ​ສົ່ງ​ອອກ​ລົດ​ຂອງ​ຈີນ​ເພີ່ມ​ຂຶ້ນ 57,9% ​ເມື່ອ​ທຽບ​ໃສ່ລາຍ​ປີ​ ແລະ ​ໃນ​ປີ 2023 ກໍໄດ້ມີການສົ່ງອອກ​ລົດ​ເຖິງ 4.91 ລ້ານ​ຄັນ​ ເຊິ່ງເພິ່ມຂຶ້ນແຕະລະດັບສູງ​ສຸດເປັນປະຫວັດສາດ,​ ​ເນື່ອງ​ຈາກ​ບໍລິສັດ​ຜະລິດ​ລົດຂອງ​ຈີນ​ໄດ້ມີການຂະຫຍາຍ​ຕົວ​ໄປ​ຕ່າງປະ​ເທດ. ເຊິ່ງຈຸດ​ໝາຍ​ປາຍທາງ​ໃນການ​ສົ່ງ​ອອກ​ລົດ​ທີ່​ສຳຄັນ​ຂອງ​ຈີນ​ລວມມີ: ​ຢູໂຣບຕາ​ເວັນ​ຕົກ​ ແລະ ​ພາກ​ໃຕ້, ອາຊີຕາເວັນອອກສຽງໃຕ້ ໂດຍ​ສະ​ເພາະ​ປະ​ເທດ​ເບວຢຽມ, ສະ​ເປນ, ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ ແລະ​ ໄທ.

ການຂະຫຍາຍຕົວທີ່ເພີ່ມຂຶ້ນຢ່າງກ້າວກະໂດດນີ້ແມ່ນໄດ້ຮັບແຮງຊຸກຍູ້ມາຈາກການສົ່ງອອກລົດ NEV ທີ່ເພີ່ມຂຶ້ນ 77.6% ຫຼືຫຼາຍກວ່າ 1.2 ລ້ານຄັນໃນປີກາຍນີ້ ​ແລະ ການ​ສົ່ງ​ອອກ​ລົດ​ໄຟຟ້າ​ທີ່​ຂັບ​ເຄື່ອນ​ດ້ວຍ​ມໍເຕີໄຟຟ້າພຽງຢ່າງດຽວ (Pure Electric Vehicle) ​ໄດ້​ມີການຂະຫຍາຍຕົວເພີ່ມ​ຂຶ້ນ 80,9%, ​ໃນ​ຂະນະ​ທີ່​ການ​ສົ່ງ​ອອກ​ລົດ​ໄຟຟ້າ​ແບບໄຮບຣິດ​ເພີ່ມ​ຂຶ້ນ 47,8% ​ເມື່ອ​ທຽບ​ໃສ່​ລາຍປີ​.

ສຳລັບໃນ​ປີ 2024, ສະມາຄົມ​ອຸດສາຫະກຳໄດ້ມີການຄາດ​ການວ່າ ​ທັງໃນ​ການ​ຜະລິດ​ລົດ ​ແລະ ​ຍອດ​ຂາຍລົດຂອງ​ຈີນ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 3% ​ເມື່ອ​ທຽບ​ໃສ່ລາຍ​ປີ​​ເປັນ 31 ລ້ານ​ຄັນ, ​ໃນ​ຂະນະ​ທີ່ລົດ NEV ມີ​ທ່າອ່ຽງທີ່ຈະ​ເພີ່ມ​ຂຶ້ນ 20%.

ນອກຈາກຈີນຈະກາຍເປັນອັນດັບ 1 ຂອງໂລກໃນການສົ່ງອອກລົດແລ້ວ. ຈີນ​ຍັງ​ໄດ້​ຄອງ​ຕຳ​ແໜ່ງ​ຜູ້​ຜະ​ລິດ​ລົດຫຼາຍທີ່ສຸດໃນໂລກ​ເປັນປີ​ທີ 15 ອີກດ້ວຍ, ໂດຍມີ​ການ​ຜະ​ລິດ​ພາຍ​ໃນ​ປະ​ເທດ ​ແລະ​ ຍອດ​ຈຳ​ໜ່າຍ​ລົດ​ພາຍໃນປະເທດ​ທັງ​ໝົດ​ເກີນ 30 ລ້ານ​ຄັນ ເຊິ່ງຖືວ່ານີ້ແມ່ນສະຖິຕິໃໝ່ ແລະ ນັບເປັນການເຕີບໂຕແບບປີຕໍ່ປີທີ່ 11.6% ແລະ 12% ຕາມລໍາດັບ.

ທີ່ມາ:

bangkokbiznews

news.cn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/