ເລີ່ມກໍ່ສ້າງໂຮງງານຂ້າສັດ ແລະ ແປຮູບຜະລິດຕະພັນຊີ້ນງົວແຫ່ງໃໝ່ ເປີດຕະຫຼາດການຊື້-ຂາຍງົວ ໃຫ້ກັບຊາວກະສິກອນ


ກະຊວງກະສິກຳ ແລະ ປ່າໄມ້ (ກປ) ແລະ ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ໄດ້ຮ່ວມພິທີວາງສີລາຈາລຶກ ໂຄງການກໍ່ສ້າງໂຮງງານຂ້າສັດ ແລະ ແປຮູບຜະລິດຕະພັນຊີ້ນງົວ ຂອງບໍລິສັດ ລາວ 666 ປຸງແຕ່ງອາຫານ ຈໍາກັດ ເຊິ່ງຝ່າຍລາວເຮົາ ກໍໄດ້ຕີລາຄາສູງຕໍ່ໂຄງການ ທີ່ຈະຕອບໜອງໄດ້ຢ່າງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຂະແໜງກະສິກຳໃນປັດຈຸບັນ, ທີ່ຈະຊ່ວຍແກ້ໄຂບັນຫາຕະຫຼາດການຊື້-ຂາຍງົວ ໃຫ້ກັບຊາວກະສິກອນຫຼາຍຮ້ອຍຄອບຄົວ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 10 ຕຸລາຜ່ານມາ ທີ່ບ້ານດອນດູ່ ເມືອງຫາດຊາຍຟອງ ນວ ໂດຍມີ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງ ກປ, ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງ ນວ ແລະ ທ່ານ ລີວ ຫົງກວາງ ບໍລິສັດ ລາວ 666 ປຸງແຕ່ງອາຫານ ຈໍາກັດ ແລະ ພາກສ່ວນຕ່າງໆຂອງ ນວ ເຂົ້າຮ່ວມ.

ໃນພິທີ, ທ່ານ ລີວ ຫົງກວາງ ກ່າວລາຍງານວ່າ: ການລົງທຶນໂຄງການກໍ່ສ້າງດັ່ງກ່າວ ຈະແບ່ງອອກເປັນ 2 ໄລຍະ ເຊິ່ງໄລຍະທໍາອິດ ມີເນື້ອທີ່ 10.000 ຕາແມັດ ດ້ວຍມູນຄ່າການລົງທຶນ 50ລ້ານຢວນ, ຈະສ້າງສາຍການຜະລິດການຂ້າງົວອັດຕະໂນມັດສອງສາຍ ໂດຍການຄຸ້ມຄອງການນໍາໃຊ້ລະບົບຢັ້ງຢືນມາດຕະຖານ GHPS; ຈະສ້າງລະບົບການກວດສອບຈາກຟາມງົວໄປເຖິງການຂ້າສັດ ລວມໄປເຖິງການຫຸ້ມຫໍ່ ແລະ ການຂົນສົ່ງລະບົບຕ້ອງໂສ້ທຳຄວາມເຢັນໄປຍັງຈຸດບໍລິໂພກ ເພື່ອຮັບປະກັນຄຸນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນຊີ້ນງົວ. ພາຍຫຼັງໂຮງງານສ້າງສຳເລັດແລ້ວ, ແຜນການຂ້າງົວໃຫ້ໄດ້ຫຼາຍກວ່າ 100.000ໂຕ ຕໍ່ປີ ເຊິ່ງຈະຊ່ວຍແກ້ໄຂບັນຫາຕະຫຼາດການຊື້-ຂາຍງົວ ໃຫ້ກັບຊາວກະສິກອນຫຼາຍຮ້ອຍຄອບຄົວ ແລະ ຈະສ້າງວຽກເຮັດງານທຳໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ຫຼາຍຮ້ອຍຫຼາຍພັນຄົນ.

 ພ້ອມດຽວກັນນັ້ນ, ກໍຈະເຮັດໃຫ້ປະຊາຊົນຈີນ ໄດ້ກິນຊີ້ນງົວທີ່ມີຄວາມສົດ; ມີຄຸນະພາບ; ມີຄວາມປອດໄພ ແລະ ແຊບທີ່ສຸດຈາກປະເທດລາວເຮົາ ເຊິ່ງເປັນການຍົກສູງຄຸນະພາບ ແລະ ມູນລະຄ່າການສົ່ງອອກຜະລິດຕະພັນກະສິກຳຂອງລາວ ໃຫ້ດີຂຶ້ນ. ພ້ອມທັງເປັນບາດກ້າວໃໝ່ ໃນການກ້າວເຂົ້າສູ່ການຄ້າຜະລິດຕະພັນກະສິກຳ ລະຫວ່າງ ລາວ ແລະ ຈີນ.

ໂດຍໂຮງງານດັ່ງກ່າວ ຄາດວ່າ ໃຫ້ສຳເລັດການສ້າງໂຮງງານຕົ້ນຕໍໃນໄລຍະ 3 – 4 ເດືອນ, ຈະໃຊ້ເວວາ 2 – 3 ເດືອນ ໃນການຕິດຕັ້ງອຸປະກອນຕ່າງໆ ແລະຈະທົດລອງທໍາການຜະລິດໃນໄລຍະ 6 ເດືອນ ຫຼັງຈາກສ້າງໂຮງງານສໍາເລັດ.

 ໂຮງງານໃໝ່ແຫ່ງນີ້ ໄດ້ຮ່ວມມືກັບກຸ່ມບໍລິສັດສະສົມນໍ້າມັນເມັດພັນພືດນະຄອນຫຼວງວຽງຈັນ ເພື່ອສ້າງໂຮງງານທີ່ທັນສະໄໝ, ມີປະສິດທິພາບສູງ; ມີລະບົບນິເວດທີ່ເປັນມິດກັບສິ່ງແວດລ້ອມ ແລະ ສອດຄ່ອງກັບການຂ້າງົວ; ການຕັດແຕ່ງ ແລະ ແປຮູບຊີ້ນງົວ ລວມໄປເຖິງການຫຸ້ມຫໍ່ ແລະ ການເຊື່ອມໂຍງລະບົບຕ່ອງໂສ້ການທຳຄວາມເຢັນ ຕາມມາດຕະຖານສາກົນ.

ທ່ານ ພູໂຂງ ບັນນະວົງ, ກໍໄດ້ມີຄໍາເຫັນວ່າ: ການລ້ຽງງົວ ຂອງລາວເຮົາ ມີການຂະຫຍາຍຕົວນັບມື້ຫຼາຍຂຶ້ນ, ແຕ່ການປຸງແຕ່ງຊີ້ນງົວນັ້ນ ແມ່ນຍັງຈໍາກັດ ແລະ ຍັງບໍ່ທັນໄດ້ມາດຕະຖານ. ເພື່ອປັບປຸງຂອດການປຸງແຕ່ງເຫຼົ່ານັ້ນ ພວກເຮົາຕ້ອງໄດ້ສຸມໃສ່ພັດທະນາໂຮງງານຂ້າສັດ ແລະ ປຸງແຕ່ງຜະລິດຕະພັນສັດ ໃຫ້ໄດ້ຄຸນນະພາບ, ໄດ້ມາດຕະຖານ ເຊິ່ງໂຄງການກໍ່ສ້າງໂຮງງານຂ້າສັດ ແລະ ແປຮູບຜະລິດຕະພັນຊີ້ນງົວນີ້ ເປັນທາງອອກໜຶ່ງ ທີ່ສອດຄ່ອງກັບນະໂຍບາຍຂອງລັດຖະບານ ກໍຄືສອດຄອ່ງກັບຄວາມຮຽກຮ້ອງຕ້ອງການຂອງຂະແໜງປຸງແຕ່ງກະສິກຳ ໃນປັດຈຸບັນ.

ໂດຍ ທ່ານ ຮອງເຈົ້າຄອງ ນວ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ໂຄງການດັ່ງກ່າວ ຈະສາມາດຜະລິດຊີ້ນງົວ ເພື່ອສະໜອງພາຍໃນ ໄດ້ຢ່າງພຽງພໍ ແລະ ສົ່ງອອກໄປຍັງ ສປ ຈີນ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ປັດຈຸບັນ ກະຊວງ ກະສິກຳ ແລະ ປ່າໄມ້ ຂອງ ສປປ ລາວ ເຈລະຈາ ດ້ານສຸຂານາໄມສັດ ກັບ ສປ ຈີນ ເພື່ອໃຫ້ຊີ້ນງົວທີ່ຜະລິດຢູ່ ສປປ ລາວ ໄດ້ສົ່ງອອກໄປ ສປ ຈີນ ຢ່າງເປັນທາງການ.

https://www.facebook.com/PasaxonNewspaper/posts/pfbid08ab2THCsAXEvh1dXq6YMcV7us4ECjg4T36gVH2E7bFytsediWvWV7CiRa68Up3f2l

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/