ເມືອງເຟືອງຟົດຟື້ນ! ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດມາທ່ຽວຊົມ 1,400 ຫາ 1,600 ຄົນຕໍ່ເດືອນ


ປັດຈຸບັນເມືອງເຟືອງພວມເອົາໃຈໃສ່ຈັດສັນ ຄຸ້ມຄອງສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ພາຍໃນເມືອງໃຫ້ເຂົ້າສູ່ຄວາມເປັນລະບຽບ ສວຍງາມ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ, ສ້າງວຽກເຮັດງານທໍາ ກໍຄືສ້າງລາຍຮັບໃຫ້ປະຊາຊົນພາຍໃນເມືອງໃຫ້ນັບມື້ນັບຫຼາຍຂຶ້ນ.

ທ່ານນາງ ສົມຄິດ ຈິດດາວົງ  ຫົວໜ້າຫ້ອງການ ຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ເມືອງເຟືອງ ແຂວງວຽງຈັນໃຫ້ຮູ້ວ່າ: ເມືອງເຟືອງມີແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ປະຫວັດສາດ ແລະວັດທະນະທໍາທີ່ໄດ້ຮັບຄວາມນິຍົມຫຼາຍແຫ່ງ, ສະເພາະແຫຼ່ງທ່ອງທ່ຽວດ້ານທໍາມະຊາດປະກອບມີ: ຫາດຜາຕຶ້ງ, ຫາດດອນກາງໃຫຍ່, ຫາດດອນກາງນ້ອຍນໍ້າສາມຄອນ, ແຫຼ່ງທ່ອງທ່ຽວດ້ານປະຫວັດສາດປະກອບມີຫໍສີລາຈາລຶກ, ຫໍມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຂອງຊາວເມືອງເຟືອງ, ສະຖານທີ່ທ່ອງທ່ຽວດ້ານວັດທະນະທຳ ແມ່ນວັດສິນໄຊຍະຣາມ ບ້ານໂນນຫີນແຮ່ ທີ່ຕິດພັນກັບຕຳນານນິທານເລື່ອງສັງສິນໄຊ, ວັດບ້ານຜາສັງ, ວັດບ້ານນາເມືອງ. ນອກຈາກນີ້ ຍັງມີສະຖານທີ່ຫຼາຍແຫ່ງ ທີ່ສາມາດພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວໃນຕໍ່ໜ້າໄດ້ອີກ ເຊິ່ງປັດຈຸບັນມີນັກທ່ອງທ່ຽວທັງໃນແລະຕ່າງປະເທດ ເຂົ້າໄປທ່ຽວ ເມືອງເຟືອງປະມານ 1,400 – 1,600 ຄົນຕໍ່ເດືອນ.

ທ່ານນາງ ສົມຄິດ ຈິດດາວົງ  ໃຫ້ຮູ້ອີກວ່າ: ຍ້ອນວຽກງານທ່ອງທ່ຽວຢູ່ເມືອງເຟືອງໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແບບກ້າວກະໂດດ ໂດຍຫ້ອງການ ຖວທ ເມືອງ ໄດ້ຊຸກຍູ້ຜູ້ປະກອບກິດຈະການ ດ້ານການບໍລິການທ່ອງທ່ຽວ ໃຫ້ເອົາໃສ່ປະຕິບັດຕາມລະບຽບ, ກົດໝາຍ, ແຈ້ງການ, ຄຳສັ່ງແນະນໍາຕ່າງໆ , ເພື່ອ ຮັກສາໄດ້ດ້ານວັດທະນະທຳ ຮີດຄອງປະເພນີ, ຄວາມປອດໄພຂອງນັກທ່ອງທ່ຽວ, ຮັກສາທຳມະຊາດ, ສິ່ງແວດລ້ອມ, ແລະໃຫ້ບໍລິການທີ່ດີແກ່ນັກທ່ອງທ່ຽວ.

ປັດຈຸບັນຢູ່ເມືອງເຟືອງມີເຮືອນພັກ ແລະ ຣີສອດທັງໝົດ 32 ແຫ່ງ, ເປັນຕົ້ນ: ເຮືອນພັກຊົງລາວ ບ້ານເມືອງເຟືອງ, ເຮືອນພັກແຄນລາວ, ເຮືອນພັກວັງນໍ້າທິບ, ເຮືອນພັກບ້ານສາມໝື່ນວິວໂຮມສະເຕ, ຣີສອດເພັດມັງກອນ, ລີສອດອ່າງນໍ້າຕົງ. ນອກຈາກນີ້ ກໍມີຮ້ານອາຫານ ຮ້ານກິນດື່ມ, ເຮືອນພັກແບບຄອບຄົວຈຳນວນໜື່ງ ພ້ອມໃຫ້ບໍລິການແກ່ນັກທ່ອງທ່ຽວ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/