ເມືອງສັງທອງເຂັ້ມງວດ ຈູດທໍາລາຍສວນກະທ່ອມທີ່ປະຊາຊົນລັກປູກ

ເມືອງສັງທອງ

ວັນທີ 28 ພະຈິກ 2022, ຫ້ອງການກວດກາ ແລະ ຄວບຄຸມຢາເສດຕິດ ສົມທົບກັບ ກອງບັນຊາການ ປກສ ເມືອງສັງທອງ ນະຄອນວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງທໍາລາຍສວນກະທ່ອມ ທີ່ປະຊາຊົນບ້ານໄຮ່ໃຕ້ ເມືອງສັງທອງ ລັກປູກ ລວມທັງໝົດ 110 ຕົ້ນ; ນໍາພາໂດຍ ພັທ ປານີ ສຸດສະຫວັດ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ, ມີເຈົ້າໜ້າທີ່ກ່ຽວຂ້ອງ ພ້ອມດ້ວຍອໍານາດການປົກຄອງບ້ານ, ປກຊ-ປກສ ບ້ານເຂົ້າຮ່ວມທໍາລາຍ.

ເມືອງສັງທອງ

ທ່ານ ສີວິໄລ ພູມສະຫວັດ ກ່າວວ່າ: ພາຍຫຼັງໄດ້ຮັບແຈ້ງຈາກອໍານາດການປົກຄອງບ້ານວ່າມີປະຊາຊົນຢູ່ເຂດບ້ານໄຮ່ໃຕ້ລັກລອບປູກຕົ້ນກະທ່ອມ; ຈາກນັ້ນ, ກອງບັນຊາການ ປກສ ເມືອງຈຶ່ງແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງສົມທົບກັບ ປກສ ກຸ່ມ III ແລະ ການຈັດຕັ້ງບ້ານໄຮ່ໃຕ້ກວດກາຕົວຈິງ; ຜ່ານການກວດກາຈຶ່ງສາມາດເກັບກຳຕົ້ນກະທ່ອມໄດ້ທັງໝົດ 110 ຕົ້ນທີ່ ທ້າວ ສອນໄຊ ອາຍຸ 47 ປີ ແລະ ນາງ ຊຳ ອາຍຸ 22 ປີ ທັງສອງເປັນຜົວເມຍກັນ ຢູ່ບ້ານໄຮ່ໃຕ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ລັກປູກ; ປັດຈຸບັນເຈົ້າໜ້າທີ່ພວກເຮົາໄດ້ຕັດ ແລະ ຂຸດຮາກຂຶ້ນຈາກດິນແລ້ວໃຊ້ໄຟເຜົາຖິ້ມ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີນໍາໃບໄປຕົ້ມດື່ມ, ຂາຍ ຫຼື ນໍາໄປປູກຄືນໃໝ່.

ເມືອງສັງທອງ

ທ້າວ ສອນໄຊ ແລະ ນາງ ຊໍາ ຍອມຮັບຕໍ່ເຈົ້າໜ້າທີ່ວ່າ: ພາຍຫຼັງເຫັນໂຄສະນາຂາຍຕົ້ນກະທ່ອມຢູ່ ເຟສບຸກຂອງຄົນໄທ ທີ່ໂຄສະນາຂາຍເຄື່ອງອອນລາຍແລ້ວຈຶ່ງມີແນວຄິດຢາກປູກ ຈຶ່ງໄດ້ສັ່ງຊື່ຕົ້ນກະທ່ອມຜ່ານທາງເຟສບຸກດັ່ງກ່າວຈໍານວນ 120 ຕົ້ນ ມາປູກໄວ້ດິນຂອງຕົນເອງໃນເນື້ອທີ່ປະມານເຄິ່ງໄຮ່ ໃນເດືອນເມສາ 2022. ຜ່ານການປູກເບ້ຍ ກະທ່ອມຕາຍ 10 ຕົ້ນຍັງເຫຼືອ 110 ຕົ້ນ ພໍຮອດວັນທີ 11 ຕຸລາ 2022 ຈຶ່ງຖືກເຈົ້າໜ້າທີ່ກວດພົບເຫັນ.

ທ່ານ ສີວິໄລ ພູມສະຫວັດ ກ່າວຕື່ມວ່າ: ການທີ່ປູກຕົ້ນກະທ່ອມ ຫຼື ມີໄວ້ຄອບຄອງ ແມ່ນຜິດຕໍ່ລະບຽບກົດໝາຍ ແລະ ແຈ້ງການຂອງລັດຖະມົນຕີກະຊວງ ປກສ ວາງອອກກ່ຽວກັບ ການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນການປູກ, ຜະລິດ, ປຸງແຕ່ງຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ, ນຳເຂົ້າ, ສົ່ງອອກ ພືດທີ່ມີສານເສບຕິດ ຫຼື ຜະລິດຕະພັນທີ່ມີ ສ່ວນປະສົມສານຕັ້ງຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ. ສະນັ້ນ, ເມື່ອພົບເຫັນຈຶ່ງນໍາມາທຳລາຍຖິ້ມ ແລະ ນຳຕົວຜູ້ກະທຳຜິດມາລົງໂທດຕາມກົດໝາຍ.

ເມືອງສັງທອງ

ຂອບໃຈຂໍ້ມູນຈາກ: https://cutt.ly/U1x8XPM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/