ເປີດໂຮງງານຜະລິດແປ້ງມັນຕົ້ນແຫ່ງໃໝ່ ຮັບຊື້ມັນຕົ້ນຈາກ ຊາວກະສິກອນ ລາວ ແປຮູບ ແລະ ສົ່ງອອກໄປ ສປ ຈີນ


ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍທ່ານເຈົ້າແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງວຽງຈັນ, ບັນດາທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມ ພິທີເປີດໂຮງງານຜະລິດແປ້ງມັນຕົ້ນ ແອລເອັສ ມູນຄ່າ 500 ຕື້ກີບ ເປີດຕະຫຼາດຮັບຊື້ມັນຕົ້ນຈາກ ຊາວກະສິກອນລາວ ປີລະ 432.000 ໂຕນ ແປຮູບ ແລະ ສົ່ງອອກໄປ ສປ ຈີນ.

ທ່ານ ສົມຊາຍ ດວງຈະເລີນ ປະທານບໍລິສັດ ແອລເອັສ ການຄ້າຂາອອກ-ຂາເຂົ້າຈຳກັດ ເຈົ້າຂອງໂຮງງານຜະລິດແປ້ງມັນຕົ້ນ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງງານຜະລິດແປ້ງມັນຕົ້ນ ໄດ້ເລີ່ມຕົ້ນກໍ່ສ້າງໃນເດືອນ ມິຖຸນາ 2022, ໃຊ້ເວລາກໍ່ສ້າງສຳເລັດ 14 ເດືອນ, ມີເນື້ອທີ່ທັງໝົດ 61 ເຮັກຕາ ໂດຍແບ່ງອອກເປັນ 3 ເຂດ ຄື: ເຂດທຳການຜະລິດ ມີໂຮງງານຜະລິດແປ້ງມັນຕົ້ນ, ໂຮງງານຜະລິດອາຫານສັດ ແລະ ຝຸ່ນ; ເຂດບໍາບັດນໍ້າເສຍ ແລະ ຜະລິດໄບໂອແກັສ ແລະ ເຂດຫ້ອງການ, ຫໍພັກພະນັກງານ-ກຳມະກອນ. ໂຮງງານມີເຄື່ອງຈັກທຳການຜະລິດທີ່ທັນສະໄໝ ຈຳນວນ 2 ເຄື່ອງ, ມີກຳລັງການຜະລິດ 300 ໂຕນ/ມື້/ເຄື່ອງ, ລວມສອງເຄື່ອງຜະລິດໄດ້ 600 ໂຕນ/ມື້. ນອກນີ້ ຍັງມີເຄື່ອງຈັກທໍາການຜະລິດສິ່ງເສດເຫຼືອຂອງມັນຕົ້ນດິບ ເປັນອາຫານສັດ, ຝຸ່ນ ແລະ ໃບໂອແກັສ.

ໂຮງງານມີຄວາມຕ້ອງການມັນຕົ້ນດິບ ເພື່ອທຳການຜະລິດ 2.400 ໂຕນ/ມື້; ມີພະນັກງານ-ກຳມະກອນທັງໝົດ 450 ຄົນ; ມູນຄ່າການລົງທຶນ ກໍ່ສ້າງໂຮງງານທັງໝົດປະມານ 500 ຕື້ກີບ. ແຜນການການຜະລິດ ແລະ ສົ່ງອອກແປ້ງມັນຕົ້ນ ໃນປີ 2023-2024 ຈໍານວນ 108.000 ໂຕນ ໂດຍມີຄວາມຕ້ອງການມັນຕົ້ນດິບ 432.000 ໂຕນ ເຊິ່ງມູນຄ່າການສົ່ງອອກແປ້ງມັນຕົ້ນຈໍານວນດັ່ງກ່າວ ປະມານ 378 ລ້ານຢວນ; ຕະຫຼາດທີ່ຈະສົ່ງອອກຫຼັກແມ່ນ ສປ ຈີນ.
ມັນຕົ້ນດິບ ທີ່ຈະສະໜອງໃຫ້ແກ່ໂຮງງານ ຕົ້ນຕໍແມ່ນມາຈາກແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະ ແຂວງວຽງຈັນ ໂດຍສະເພາະມັນຕົ້ນທີ່ບໍລິສັດ ໄດ້ສົ່ງເສີມປະຊາຊົນປູກ ດ້ວຍຮູບການເອົາແນວພັນແຈກຢາຍໃຫ້ປະຊາຊົນປູກ ແລ້ວຂາຍຜົນຜະລິດມັນຕົ້ນດິບໃຫ້ບໍລິສັດເກັບຊື້ຄືນ ໂດຍມີສັນຍາຜູກພັນຊື້-ຂາຍມັນຕົ້ນດິບຮ່ວມກັນ ເພື່ອຮັບປະກັນໃຫ້ໂຮງງານມີວັດຖຸດິບສະໜອງໃຫ້ແກ່ການຜະລິດພຽງພໍ. ນອກນັ້ນ ທາງໂຮງງານ ຈະໄດ້ເກັບຊື້ທົ່ວໄປກັບກະສິກອນທີ່ບໍ່ໄດ້ເຂົ້າຮ່ວມໃນໂຄງການຕື່ມອີກ. ສະເພາະປີ 2023 ເນື້ອທີ່ປູກມັນຕົ້ນ ຢູ່ພາຍໃນແຂວງຫຼວງພະບາງ ທີ່ບໍລິສັດໄດ້ມີຂໍ້ຜູກພັນສັນຍາ ທັງໝົດ 5.479 ເຮັກຕາ.

ທ່ານ ສົມຊາຍ ດວງຈະເລີນ ຍັງໃຫ້ຮູ້ອີກວ່າ: ການສ້າງໂຮງງານຜະລິດແປ້ງມັນຕົ້ນດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມການຜະລິດເປັນສິນຄ້າ ຂອງປະຊາຊົນລາວ, ສ້າງມູນຄ່າເພີ່ມ, ສ້າງຜະລິດຕະພັນທີ່ມີຄຸນະພາບ, ປອດໄພໄດ້ມາດຕະຖານ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນ ເຮັດໃຫ້ເຂົາເຈົ້າມີລາຍຮັບ, ຫຼຸດພົ້ນຄວາມທຸກຍາກເປັນກ້າວໆ, ຊ່ວຍນຳເອົາເງິນຕາຕ່າງປະເທດເຂົ້າມາໝູນວຽນ ຢູ່ໃນລະບົບທະນາຄານ ແລະ ນໍາເອົາເງິນກີບ ມາຈໍລະຈອນໃນການເກັບຊື້ວັດຖຸດິບ, ເງິນເດືອນພະນັກງານ ແລະ ລາຍຈ່າຍອື່ນໆ ຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ.

ໃນໂອກາດດຽວກັນ, ທ່ານ ເຈົ້າແຂວງຫຼວງພະບາງ ກໍໄດ້ມີຄຳເຫັນຕໍ່ພິທີ ໂດຍໄດ້ກ່າວບາງຕອນວ່າ:  ໂຮງງານຜະລິດແປ້ງມັນຕົ້ນແຫ່ງນີ້ ເປັນໂຮງງານແຫ່ງທໍາອິດ ຢູ່ແຂວງຫຼວງພະບາງ  ແລະ ເປັນຫົວໜ່ວຍການຜະລິດທີ່ທັນສະໄໝ ເພື່ອປຸງແຕ່ງຜະລິດຕະພັນກະສິກໍາເປັນສິນຄ້າ ສົ່ງອອກໄປຕ່າງປະເທດ ທີ່ໄດ້ມາດຕະຖານ, ເປັນການປະກອບສ່ວນເຮັດໃຫ້ ການເຕີບໂຕເສດຖະກິດຂອງແຂວງ ເພີ່ມຂຶ້ນ, ເປັນການສ້າງລາຍຮັບ ແລະ ວຽກເຮັດງານທໍາໃຫ້ປະຊາຊົນບັນດາເຜົ່າ ເຊິ່ງເປັນການສ້າງລາຍຮັບຕົວຈິງໃຫ້ແກ່ສັງຄົມ, ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ແຂວງຫຼວງພະບາງ ຈະສືບຕໍ່ສົມທົບບໍລິສັດ ຊຸກຍູ້, ສົ່ງເສີມປະຊາຊົນບັນດາເຜົ່າ, ບ້ານ, ຄອບຄົວທີ່ມີເງື່ອນໄຂປູກມັນຕົ້ນ ຮູບແບບການມີສ່ວນຮ່ວມຂອງປະຊາຊົນ ເພື່ອສະໜອງວັດຖຸດິບໃຫ້ໂຮງງານພຽງພໍຕາມຄວາມຕ້ອງການຂອງໂຮງງານ ໂດຍຈະມີມາດຕະການປ້ອງກັນ ບໍ່ໃຫ້ບຸກລຸກຖາງປ່າ ຫລື ທຳລາຍປ່າໄມ້, ຈັດສັນທີ່ດິນປ່າ ໃຫ້ປະຊາຊົນປູກແບບບໍ່ເຄື່ອນຍ້າຍ, ບໍ່ທໍາລາຍປ່າ ຕາມທິດການພັດທະນາທີ່ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ. ສະເໜີບໍລິສັດສືບຕໍ່ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການສ້າງເງື່ອນໄຂອໍານວຍຄວາມສະດວກ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ໃຫ້ນັບມື້ຫຼາຍຂຶ້ນ.

ພ້ອມກັນນີ້, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ຕີລາຄາວ່າ: ການກໍ່ສ້າງໂຮງງານແຫ່ງນີ້ ເປັນການຜັນຂະຫຍາຍນະໂຍບາຍ ການຜະລິດຕິດພັນກັບການປຸງແຕ່ງ ຂອງລັດຖະບານວາງອອກ ປາກົດຜົນເປັນຈິງຫຼາຍຂຶ້ນ, ພ້ອມນັ້ນ ກໍເປັນໂຄງການຂະໜາດໃຫຍ່ ແລະ ທັນສະໄໝ. ກະຊວງກະສິກຳ ແລະ ປ່າໄມ້ ຈະສືບຕໍ່ໃຫ້ການສະໜັບສະໜູນ ຂອດການຜະລິດວັດຖຸດິບ ເພື່ອສະໜອງເຂົ້າໂຮງງານ ໃຫ້ພຽງພໍ, ທັງອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ມີຄວາມໂລ່ງລ່ຽນ ບົນພື້ນຖານ ການເຄື່ອນໄຫວທີ່ຖືກຕ້ອງຕາມລະບຽບການ.

https://www.facebook.com/permalink.php?story_fbid=pfbid026YLL2oC1xyc3hqZKyN13JoRWUCUfqyohuupQpe4V58qWCbTNKcswFNRC67FCeZNfl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/