ເທຣນກຳລັງມາ! ຕະຫຼາດໂທລະສັບຈໍພັບ ໃນຈີນເຕີບໂຕຂະຫຍາຍຕົວເຖິງ 114,5%


ຕະຫຼາດໂທລະສັບ ຈໍພັບ ໃນຈີນເຕີບໂຕຂະຫຍາຍຕົວເຖິງ 114,5%, ໂດຍການຈັດສົ່ງໂທລະສັບ ຈໍພັບໄດ້ ໃນຕະຫຼາດຈີນ ເພີ່ມຂຶ້ນເຖິງ 2 ເທົ່າ ໃນປີທີ່ຜ່ານມາ ໂດຍມີ Huawei ເປັນຜູ້ນຳໃນການຈຳໜ່າຍໂທລະສັບຫຼາຍທີ່ສຸດ ໃນຕະຫຼາດທີ່ກຳລັງຂະຫຍາຍຕົວຂອງຈີນ.

ຂໍ້ມູນຈາກ IDC ບໍລິສັດວິໄຈຕະຫຼາດລະດັບໂລກ ລະບຸວ່າ ຍອດການຈັດສົ່ງໂທລະສັບຈໍພັບໄດ້ໃນຈີນ ແຕະ 70.1 ລ້ານເຄື່ອງໃນປີ 2023 ເຊິ່ງເພີ່ມຂຶ້ນ 114% ຈາກ 3,2 ລ້ານເຄື່ອງໃນປີ 2022.

ໂດຍ IDC ກ່າວວ່າ ນັບເປັນປີທີ 4 ຕິດຕໍ່ກັນທີ່ຍອດຈັດສົ່ງໂທລະສັບຈໍພັບໄດ້ຂະຫຍາຍຕົວໃນອັດຕາຕົວເລກ ສາມຫຼັກ ຫຼື 100% ຂຶ້ນໄປ ຫຼັງຈີນເປີດຕົວໂທລະສັບຈໍພັບໄດ້ຄັ້ງທຳອິດໃນປີ 2019.

ໂດຍ Huawei ມີສ່ວນແບ່ງຕະຫຼາດ ເຖິງ 37.4% ໂດຍໄດ້ແຮງສະໜັບສະໜູນຈາກອຸປະສົງຂອງຮຸ່ນ Huawei Mate X5. ຂະນະທີ່ Oppo ແລະ Honor ເຊິ່ງແຕ່ກ່ອນເປັນແບຣນໂທລະສັບລາຄາປະຢັດໃນບໍລິສັດ Huawei ຕາມມາທີ່ 18.3% ແລະ 17.7% ຕາມລຳດັບ.

ສ່ວນ Samsung Electronics ມີສ່ວນແບ່ງໃນຕະຫຼາດເປັນອັນດັບ 4 ໃນຈີນ ດ້ວຍສັດສ່ວນ 11% ເຖິງແມ່ນວ່າ ທາງບໍລິສັດຈະຄອງສ່ວນແບ່ງຕະຫຼາດໂທລະສັບຈໍພັບໂລກໃນປີທີ່ຜ່ານມາກໍຕາມ.

https://www.scmp.com/tech/tech-trends/article/3252718/chinas-foldable-smartphone-shipments-more-double-2023-huawei-continues-lead-growing-handset-segment

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/