ເທຣດດ້ວຍ TUSD ຟຣີຄ່າທຳນຽມໄປເລີຍ! ໂປຣໂມຊັນດີໆຈາກ Binance ເລີ່ມຕັ້ງເເຕ່ 30 ມິຖຸນາເປັນຕົ້ນໄປ


Binance ໄດ້ປະກາດໂປຣໂມຊັນເທຣດເເບບບໍ່ເສຍຄ່າທຳນຽມໃນຄູ່ເທຣດທັງໝົດຂອງ TrueUSD (TUSD), ນັກເທຣດທັງຫຼາຍຈະໄດ້ຮັບຜົນປະໂຫຍດຈາກການເທຣດຟຣີໂດຍບໍ່ເສຍຄ່າທຳນຽມໃນຄູ່ເທຣດທັງໝົດຂອງ TUSD ທັງໃນ spot ເເລະ margin, ໂດຍຜູ້ໃຊ້ສາມາດເທຣດໃນຄູ່ເງິນຂອງ TUSD ໄດ້ໂດຍບໍ່ເສຍຄ່າທຳນຽມໃດໆຕະຫຼອດເວລາທີ່ກຳນົດ ເຊິ່ງໂປຣໂມຊັນຈະເລີ່ມຕັ້ງເເຕ່ວັນທີ 30 ມິຖຸນາເປັນຕົ້ນໄປ.

ການປະກາດນີ້ເກີດຂຶ້ນຫຼັງຈາກ Binance ໄດ້ສ້າງໂທເຄັນຫຼາຍກວ່າ 1 ຕື້ໂດລາໃນ TUSD ຈາກເຄືອຂ່າຍ Tron ໃນອາທິດທີ່ຜ່ານມາ ອີງຕາມຂໍ້ມູນຈາກ Arkham Intelligence.

ເຖິງເເມ່ນວ່າການພັດທະນາຈະເກີດຂຶ້ນທ່າມກາງຄວາມປັ່ນປ່ວນຈາກການປະເຊີນກັບການດຳເນີນຄະດີໃນຫຼາຍປະເທດກໍຕາມ, ເເຕ່ Binance ກໍໄດ້ສະເເດງເຖິງຄວາມຕັ້ງໃຈທີ່ຈະເພີ່ມກໍລະນີການໃຊ້ງານໃຫ້ກັບຫຼຽນ Stable Coin TUSD ໃນເເພລັດຟອມຂອງຕົນ

ໂດຍ TUSD ແມ່ນ Stablecoin ທີ່ມີມູນຄ່າຕະຫຼາດຫຼາຍທີ່ສຸດເປັນອັນດັບ 5 ຂອງໂລກທີ່ອອກໂດຍ ArchBlock, ປະຈຸບັນກະເປົາເງິນ Crypto ຂອງ Binance ຖືຄອງຫຼຽນ TUSD ກວມເອົາ 90% ຂອງມູນຄ່າຕະຫຼາດທັງໝົດ ຄິດເປັນເງິນເເມ່ນ 3,1 ຕື້ໂດລາ, ອີງຕາມ Arkham Intelligence.

ທີ່ມາ:

https://cutt.ly/2wtShVq3

https://cutt.ly/6wtSh0N0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/