ເງິນຢວນຂອງຈີນ ກາຍເປັນສະກຸນເງິນທີ່ຖືກໃຊ້ຊຳລະເງິນທົ່ວໂລກຫຼາຍທີ່ສຸດອັນດັບ 4


ເງິນຢວນຂອງຈີນ ກາຍເປັນສະກຸນເງິນທີ່ຖືກໃຊ້ຊຳລະເງິນທົ່ວໂລກຫຼາຍທີ່ສຸດອັນດັບ 4 ໃນເດືອນພະຈິກ 2023 ທີ່ຜ່ານມາ ໂດຍຄອງສ່ວນແບ່ງ 4.61% ແຊງໜ້າສະກຸນເງິນເຢນຂອງຍີ່ປຸ່ນ. ສຳນັກຂ່າວຊິນຫົວ ລາຍງານວ່າ “ສະກຸນເງິນຢວນ” ຂອງຈີນກາຍເປັນສະກຸນເງິນທີ່ຖືກໃຊ້ຊຳລະເງິນທົ່ວໂລກຫຼາຍທີ່ສຸດອັນດັບ 4 ໃນເດືອນພະຈິກທີ່ຜ່ານມາ ໂດຍຄອງສ່ວນແບ່ງ 4.61%.

ຂໍ້ມູນຈາກສະມາຄົມ ເພື່ອການໂທລະຄົມມະນາຄົມທາງການເງິນລະຫວ່າງທະນາຄານທົ່ວໂລກ (SWIFT)  ລະບຸວ່າ ມູນຄ່າການຊຳລະເງິນຢວນໃນເດືອນພະຈິກ ເພີ່ມຂຶ້ນ 34.87% ຖ້າທຽບກັບເດືອນຕຸລາ ໃນຂະນະທີ່ມູນຄ່າການຊຳລະດ້ວຍສະກຸນເງິນທັງໝົດເພີ່ມຂຶ້ນ 5.35%.

ສຳລັບການຊຳລະໜີ້ເງິນລະຫວ່າງປະເທດ ຍົກເວັ້ນການຊຳລະເງິນພາຍໃນຢູໂຣໂຊນ ສະກຸນເງິນຢວນຄອງອັນດັບ 5 ໃນເດືອນພະຈິກ ດ້ວຍສ່ວນແບ່ງ 3.15%. ກ່ອນໜ້ານີ້ ສະກຸນເງິນຢວນເປັນສະກຸນເງິນທີ່ຖືກໃຊ້ຊຳລະເງິນທົ່ວໂລກຫຼາຍທີ່ສຸດອັນດັບ 5 ໃນເດືອນຕຸລາ ດ້ວຍສ່ວນແບ່ງ 3.6%.

ຂໍ້ມູນຈາກ: bangkook biznews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/