ເກີດເຫດ ເຮລິຄັອບເຕີຂອງຄະນະລັດຖະມົນຕີ ຢູເຄຣນຕົກ ໃກ້ກັບໂຮງຮຽນອະນຸບານ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 14 ຄົນ

ເກີດເຫດ ເຮລິຄັອບເຕີ

ທ່າມກາງພາວະສົງຄາມທີ່ດຸເດືອດລະຫວ່າງ ຣັດເຊຍ ແລະ ຢູເຄຣນ ໃນເຊົ້າວັນທີ 18 ໄດ້ເກີດເຫດ ເຮລິຄັອບເຕີຂອງຄະນະລັດຖະມົນຕີ ຢູເຄຣນຕົກ ໃກ້ໆກັບໂຮງຮຽນ ອະນຸບານ ໃນເມືອງໂບຼວາຣີ້ ທີ່ຕັ້ງຢູ່ທາງຕາເວັນອອກຂອງເມືອງຫຼວງຄຽບ ຂອງຢູເຄຣນ ເປັນເຫດໃຫ້ຄະນະລັດຖະມົນຕີ ແລະ ຜູ້ຢູ່ອາໄສບໍລິເວນນັ້ນເສຍຊີວິດແລ້ວຢ່າງໜ້ອຍ 14 ຄົນ ໃນນັ້ນມີເດັກນ້ອຍ ຢ່າງໜ້ອຍ 2 ຄົນ ແລະ ມີຜູ້ບາດເຈັບອີກຢ່າງໜ້ອຍ 25 ຄົນ.

ໂດຍເຮລິຄັອບເຕີລຳດັ່ງກ່າວ ເປັນຂະບວນເດີນທາງຂອງເຈົ້າໜ້າທີ່ລະດັບສູງຂອງລັດຖະບານຢູເຄຣນ ຈຳນວນ 9 ຄົນ ໃນນັ້ນປະກອບໄປດ້ວຍ ເດນິສ ໂມນາທຣາສກີ້ (Denis Monastyrsky) ລັດຖະມົນຕີ ກະຊວງພາຍໃນຂອງຢູເຄຣນ ລວມເຖິງ ລັດຖະມົນຕີຊ່ວຍ ແລະ ເລຂາທັງໝົດເສຍຊີວິດທັນທີ ຫຼັງເຫດເຮລິຄັອບເຕີຕົກ.

ເກີດເຫດ ເຮລິຄັອບເຕີ

ໂດຍໃນລາຍງານເຜີຍວ່າ ເຮລິຄັອບເຕີ ລຳທີ່ເກີດເຫດດັ່ງກ່າວ ແມ່ນກຳລັງຈະເດີນທາງໄປໃຫ້ກຳລັງໃຈທະຫານ ແລະ ເກັບກຳຂໍ້ມູນ ໃນແນວໜ້າຂອງສະໜາມຮົບ. ເຊິ່ງສາເຫດຂອງ ເຮລິຄັອບເຕີຕົກຄັ້ງນີ້ ຍັງບໍ່ທັນໄດ້ລະບຸຢ່າງຊັດເຈນ ແລະ ກຳລັງຢູ່ໃນຂັ້ນຕອນການກວດສອບຫາຄວາມຈິງ ເຊິ່ງເຈົ້າໜ້າທີ່ລະບຸວ່າ ອາດເກີດຈາກຄວາມຜິດພາດທາງດ້ານເທັກນິກ, ຄວາມຜິດພາດຂອງ ນັກບິນ ຫຼື ອາດເກີດຈາກການກໍ່ອາຊະຍາກຳກໍເປັນໄປໄດ້.

ເກີດເຫດ ເຮລິຄັອບເຕີ

ທາງດ້ານ ຜູ້ນຳສູງສຸດຂອງ ຢູເຄຣນ ໂວໂລດິເມຍ ເຊເລນສະກີ້ ໄດ້ລະບຸວ່າ: “ເຫດການດັ່ງກ່າວ ເປັນເຫດການທີ່ຮຸນແຮງ ແລະ ແສນເສົ້າທີ່ບໍ່ອາດຈະບັນຍາຍໄດ້” ພ້ອມລະບຸຕື່ມອີກວ່າ ບໍ່ມີອຸບັດເຫດໃນສົງຄາມ ແລະ ເຫດການນີ້ຕ້ອງເປັນຜົນກະທົບຈາກສົງຄາມທີ່ຣັດເຊຍເປັນຄົນສ້າງຂຶ້ນຢ່າງແນ່ນອນ”

ເກີດເຫດ ເຮລິຄັອບເຕີ

ເຊິ່ງການສູນເສຍຄັ້ງນີ້ ຖືເປັນການສູນເສຍຄັ້ງໃຫຍ່ທີ່ສຸດ ໃນລັດຖະບານຢູເຄຣນ ເນື່ອງຈາກ ເດນິສ ໂມນາທຣາສກີ້ ຖືເປັນເຈົ້າໜ້າທີ່ລະດັບສູງທີ່ສຸດຄົນທຳອິດ ໃນລັດຖະບານຢູເຄຣນທີ່ເສຍຊີວິດ ນັບຕັ້ງແຕ່ໄດ້ມີການປະທະກັບຝ່າຍຂອງ ຣັດເຊຍ ເມື່ອໄລຍະຕົ້ນປີ 2022 ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/