ຮ່ວມສົ່ງແຮງໃຈເຊຍ ນັກກິລາຄົນພິການທີມຊາດລາວ 43 ຊີວິດ ລ່າຫຼຽນຄຳ ໃນ ອາຊຽນພາຣາເກມ ທີ່ກຳປູເຈຍ


ສປປ ລາວ ຈະສົ່ງທັບນັກກິລາຄົນພິການທີມຊາດລາວ ຈຳນວນ 89 ຄົນ, ນັກກິລາ 43 ຄົນ ຈາກ 7 ປະເພດກິລາ ລ່າ 2 ​ຫຼຽນຄຳ ໂດຍສະເພາະ 2 ປະເພດກິລາທີ່ມີຄວາມຫວັງ ກໍຄື ຍົກນໍ້າໜັກ ແລະ ບານເຕະ ໃນການເຂົ້າຮ່ວມແຂ່ງຂັນກິລາຄົນພິການອາຊຽນ ຫຼື ອາຊຽນ ພາຣາເກມ ຄັ້ງທີ 12 ທີ່ຣາຊະອານາຈັກກຳປູເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນານີ້.

ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການພາຣາລິມປິກແຫ່ງຊາດລາວ ໄດ້ຜ່ານບົດລາຍງານຫຍໍ້ການກະກຽມຄວາມພ້ອມຮອບດ້ານໃນການເຂົ້າຮ່ວມແຂ່ງຂັນກິລາ “ອາຊຽນ ພາຣາເກມ” ຄັ້ງທີ 12 ຕໍ່ກອງປະຊຸມຄະນະລັດຖະມົນຕີ ສສກ ຄັ້ງວັນທີ 19 ພຶດສະພາ 2023 ໃຫ້ຮູ້ວ່າ: ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ມີຈຳນວນ 7 ປະເພດກິລາ ຄື: ແລ່ນ-ລານ, ລອຍນ້ຳ, ຍົກນ້ຳໜັກ, ໂກນບານຍິງ, ບັອດເຊຍ, ບານບ້ວງລໍ້ເລື່ອນຍິງ ແລະ ກິລາບານເຕະຄົນພິການຕາ ໂດຍຜູ້ເຂົ້າຮ່ວທັງໝົດປະມານ 89 ຄົນ, ຍິງ 36 ທ່ານ, ໃນນັ້ນ ຄະນະນຳ 11 ຄົນ, ແພດ-ນັກຂ່າວ 5 ຄົນ, ຄູເຝິກ-ຜູ້ຊ່ວຍຄູເຝິກ 28 ຄົນ ແລະ  ນັກກິລາທັງໝົດ 45 ຄົນ.

ການເຝິກຊ້ອມຂອງນັກກິລາທັງ 7 ປະເພດ ແມ່ນໄດ້ເລີ່ມເຝິກຊ້ອມມາແຕ່ຕົ້ນເດືອນ ມີນາ 2023 ພາຍຫຼັງສໍາເລັດການເຂົ້າຮ່ວມແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ 3 ທີ່ ແຂວງຊຽງຂວາງ ມາພັກໄລຍະປີໃໝ່ລາວ ແລະ ເລີ່ມແຕ່ວັນທີ 15-30 ພຶດສະພາ 2023 ແມ່ນໄລຍະການເຝິກຊ້ອມເຂັ້ມເພື່ອກຽມຄວາມພ້ອມໃນການເຂົ້າຮ່ວມແຂ່ງຂັນ ແລະ ຄະນະນຳພວກເຮົາກໍໄດ້ລົງຕິດຕາມ ແລະ ໃຫ້ກຳລັງໃຈຢ່າງປົກກະຕິ.

ໂດຍການຄາດຄະເນຫຼຽນຮາງວັນ ສະເພາະກິລາແລ່ນ-ລານ ຫວັງທີ 1 ຫຼຽນເງິນ, 3 ຫຼຽນທອງ; ກິລາລອຍນ້ຳ 6 ຫຼຽນທອງ, ກິລາຍົກນ້ຳໜັກ 1 ຫຼຽນຄຳ, 1 ຫຼຽນເງິນ, 4 ຫຼຽນທອງ; ກິລາໂກນບານຍິງ 1 ຫຼຽນເງິນ; ກິລາບັອດເຊຍ ຂໍເຂົ້າຮອບ 4 ທີມ; ກິລາບານບ້ວງລໍ້ເລື່ອນຍິງ 1 ຫຼຽນເງິນ, 1 ຫຼຽນທອງ ແລະ ກິລາບານເຕະ 1 ຫຼຽນຄໍາ. ລວມທັງໝົດໃນການແຂ່ງຂັນຄັ້ງນີ້ ຄາດຫວັງຄວ້າໃຫ້ໄດ້ 2 ຫຼຽນຄໍາ, 5 ຫຼຽນເງິນ ແລະ 14 ຫຼຽນທອງ.

ສຳລັບແຜນການເດີນທາງຂອງຄະນະນຳ, ຄະນະກອງເລຂາ, ຄູເຝິກ, ຜູ້ຊ່ວຍຄູເຝິກ ແລະ ຄະນະນັກກິລາ ຄະນະ CDM ແລະ ກອງເລຂາ-ປະສານງານ ຈຳນວນ 6 ທ່ານ ຈະເດີນທາງ ໃນວັນທີ 26 ພຶດສະພາ 2023 ກັບ 10 ມິຖຸນາ 2023 ເພື່ອໄປກະກຽມຄວາມພ້ອມຮອບດ້ານໃນການຮອງຮັບການເດີນທາງຂອງຄະນະນຳ ແລະ ຄະນະນັກກິລາ ແລະ ເຂົ້າຮ່ວມກອງປະຊຸມ DRM-Meeting ແລະ ຂະບວນໃຫຍ່ ເຊິ່ງມີຄະນະນຳ, ຄູເຝິກ, ຜູ້ຊ່ວຍຄູເຝິກ, ແພດປະຈຳທີມ, ນັກຂ່າວ ແລະ ນັກກິລາ ຈຳນວນ 78 ທ່ານ ເລີ່ມອອກເດີນທາງໃນວັນທີ 31 ພຶດສະພາ 2023.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/