ຮູ້ຈັກ Picasso Paradox ຍິ່ງເຮັດວຽກໄວຂຶ້ນເທົ່າໃດຄົນຍິ່ງໃຫ້ຄຸນຄ່າໜ້ອຍລົງ


ທ່ານເຄີຍເຮັດວຽກແລ້ວກ່ອນເວລາ ແຕ່ກັບຖືກຫົວໜ້າຫາວ່າຂີ້ຄ້ານ ຫຼື ເພີ່ມວຽກໃຫ້ຕື່ມບໍ່? ຫາກເຄີຍເຮົາຂໍແນະນຳໃຫ້ຮູ້ຈັກກັບ Picasso Paradox

Picasso Paradox ແມ່ນຫຍັງ?

Picasso Paradox ຄືປາກົດການທີ່ຜູ້ຄົນໃຫ້ຄຸນຄ່າກັບເວລາທີ່ໃຊ້ຜະລິດຜົນງານຫຼາຍກວ່າຜົນງານທີ່ອອກມາ ເວົ້າງ່າຍໆກໍຄືຍິ່ງເຮັດວຽກນັ້ນສຳເລັດໄວເທົ່າໃດຜູ້ຄົນຍິ່ງແນມວ່າວຽກນັ້ນມີຄຸນຄ່າໜ້ອຍລົງແທນທີ່ຈະແນມວ່າຜູ້ເຮັດວຽກນັ້ນມີທັກສະ ແລະ ປະສົບການຈົນສາມາດເຮັດວຽກດັ່ງກ່າວອອກມາໂດຍໃຊ້ເວລາໜ້ອຍລົງໄດ້.

ປາກົດການດັ່ງກ່າວໄດ້ມາຈາກເລື່ອງເລົ່າໜຶ່ງຂອງສິລະປິນຊື່ດັງນາມວ່າ Pablo Picasso ທີ່ມື້ໜຶ່ງລາວໄດ້ໄປຍ່າງເລາະຕະຫຼາດແລ້ວມີຍິງສາວຄົນໜຶ່ງຈື່ລາວໄດ້ ນາງຍ່າງເຂົ້າໄປຫາລາວພ້ອມເຈ້ຍໃນມື ແລະ ບອກກັບລາວວ່ານາງເປັນແຟນຄລັບທັງຍັງຕິດຕາມຜົນງານຂອງ Picasso ມາໂດຍຕະຫຼອດ ແລ້ວນາງກໍຂໍໃຫ້ລາວຊ່ວຍແຕ້ມຮູບນ້ອຍໆໃຫ້ນາງຈັກຮູບໜຶ່ງ.

Picasso ກໍແຕ້ມຮູບນ້ອຍໆທີ່ວິຈິດງົດງາມໃຫ້ດ້ວຍຄວາມວ່ອງໄວ ໃນຂະນະທີ່ສົ່ງຮູບດັ່ງກ່າວໃຫ້ຍິງສາວລາວກໍກ່າວວ່າ “ຮູບນັ້ນຈະມີມູນຄ່າ 1 ລ້ານໂດລາ” ຍິງສາວຮັບຮູບນັ້ນມາພ້ອມຖາມກັບໄປດ້ວຍຄວາມປະຫຼາດໃຈວ່າ “ແຕ່ທ່ານ Picasso ຮູບນີ້ໃຊ້ເວລາແຕ້ມພຽງ 30 ວິນາທີຈະມີຄຸນຄ່າຂະໜາດນັ້ນເລີຍຫວາ?” Picasso ຕອບນາງພ້ອມຮອຍຍິ້ມ “ຂ້ອຍໃຊ້ເວລາເຖິງ 30 ປີເພື່ອທີ່ຈະສາມາດແຕ້ມຮູບນີ້ອອກມາໃນ 30 ວິນາທີໄດ້”

ເລື່ອງນີ້ໂດ່ງດັງ ແລະ ຖືກເລົ່າຂານໄປທົ່ວເຊິ່ງມັນສະແດງໃຫ້ເຫັນເຖິງຄວາມຂັດແຍ້ງທີ່ມັກຈະຖືກແນມຂ້າມຢ່າງຊັດເຈນກ່ຽວກັບຄວາມຊ່ຽວຊານ ແລະ ຄຸນຄ່າຂອງຜົນງານ.

ຄວາມຂັດແຍ້ງດັ່ງກ່າວເຮັດໃຫ້ພວກເຮົາແນມຂ້າມຄວາມຈິງທີ່ເຖິງແມ່ນວ່າ Picasso ຈະໃຊ້ເວລາແຕ້ມຮູບພຽງ 30 ວິນາທີ ແຕ່ຄວາມຮູ້, ທັກສະ ແລະ ປະສົບການທີ່ເຮັດໃຫ້ລາວສາມາດສ້າງສັນຜົນງານສຸດວິຈິດນີ້ອອອກມາໄດ້ແມ່ນຕ້ອງໃຊ້ເວລາທັງຊີວິດຂອງລາວເລີຍ.

ດັ່ງທີ່ປະຕິກິລິຍາຕອບໂຕ້ຂອງຍິງສາວທີ່ເມີນເສີຍຕໍ່ເວລາ ແລະ ຄວາມພະຍາຍາມທີ່ Picasso ໃຊ້ກວ່າທີ່ລາວຈະກາຍເປັນສິລະປິນທີ່ມີຄວາມຊ່ຽວຊານໄດ້ຂະໜາດນີ້ ໂດຍນາງໃຫ້ຄວາມສົນໃຈ ແລະ ຕີຄຸນຄ່າຂອງຜົນງານຕາມເວລາທີ່ Picasso ໃຊ້ໃນການແຕ້ມຮູບຕອນນັ້ນພຽງເທົ່ານັ້ນ.

ອີກເລື່ອງລາວໜຶ່ງທີ່ໂດ່ງດັງ ແລະ ເຂົ້າຂ່າຍ Picasso Paradox ກໍຄືເລື່ອງຂອງຊ່າງສ້ອມແປງກະແຈທີ່ເອີ້ນວ່າປາກົດການ Locksmith’s Paradox

ເລື່ອງລາວຂອງຊ່າງສ້ອມແປງກະແຈຄົນໜຶ່ງທີ່ຍັງບໍ່ຄ່ອຍມີປະສົບການ ໂດຍລາວໃຊ້ເວລາສ້ອມແປງກະແຈໃຫ້ລູກຄ້າ 1 ຊົ່ວໂມງໃນລາຄາ 100 ຫຼຽນ ເຊິ່ງລູກຄ້າກໍພໍໃຈກັບຜົນງານດັ່ງກ່າວ ແຕ່ພໍເວລາຜ່ານໄປປະມານ 2-3 ປີ ລູກຄ້າຄົນນັ້ນກໍກັບມາສ້ອມກະແຈແບບເກົ່າແຕ່ຄັ້ງນີ້ຊ່າງສ້ອມກະແຈມີຄວາມຊຳນານຫຼາຍຂຶ້ນ ລາວໃຊ້ເວລາສ້ອມກະແຈດັ່ງກ່າວພຽງແຕ່ 15 ນາທີ

ຊ່າງສ້ອມກະແຈບອກກັບລູກຄ້າວ່າຕ້ອງຈ່າຍເງິນ 100 ຫຼຽນແຕ່ດ້ວຍຄວາມທີ່ຊ່າງສ້ອມກະແຈໃຊ້ເວລາບໍ່ດົນ ມັນຈຶ່ງເບິ່ງຄືເປັນເລື່ອງງ່າຍ ລູກຄ້າຄົນນັ້ນຮູ້ສຶກບໍ່ຄ່ອຍພໍໃຈ ເພາະຊ່າງໃຊ້ເວລາພຽງແຕ່ 15 ນາທີເຫດໃດຈຶ່ງມີມູນຄ່າເຖິງ 100 ຫຼຽນ? ທັ້ງໆທີ່ຜົນທີ່ໄດ້ອັນດຽວກັນພຽງແຕ່ໃຊ້ເວລາໜ້ອຍລົງກັບເຮັດໃຫ້ລູກຄ້າຮູ້ສຶກບໍ່ກຸ້ມຄ່າ

ເມື່ອສັງເກດຈະເຫັນວ່າທັງສອງເຫດການແມ່ນເລື່ອງດຽວກັນຄືຜູ້ຄົນມັກຈະໃຫ້ຄວາມສົນໃຈໄປທີ່ເວລາທີ່ໃຊ້ສ້າງສັນຜົນງານໃນຂະນະນັ້ນຫຼາຍກວ່າຜົນທີ່ອອກມາ.

ຜົນກະທົບທີ່ເກີດຂຶ້ນ

ປາກົດການ Picasso Paradox ຫຼື Locksmith’s Paradox ນີ້ບໍ່ໄດ້ເກີດສະເພາະແຕ່ສິລະປິນ ແລະ ຊ່າງສ້ອມກະແຈເທົ່ານັ້ນ ແຕ່ປາກົດການນີ້ເກີດຂຶ້ນຢູ່ທຸກບ່ອນໃນສັງຄົມ.

ຕົວຢ່າງເຊັ່ນ: ຜູ້ຈັດການທີ່ປະເມີນພະນັກງານຕາມຊົ່ວໂມງເຮັດວຽກຫຼາຍກວ່າຜົນງານ ເຊິ່ງໃນທີ່ນີ້ພະນັກງານຜູ້ທີ່ມາເຮັດວຽກໄວ ແລະ ກັບຊ້າບໍ່ໄດ້ໝາຍຄວາມວ່າຈະເຮັດວຽກມີປະສິດທິພາບກວ່າສະເໝີໄປ ໃນທາງກົງກັນຂ້າມພະນັກງານທີ່ໃຊ້ຊົ່ວໂມງເວລາເຮັດວຽກຫຼາຍກວ່າຄົນອື່ນອາດຈະເຮັດວຽກມີປະສິດທິພາບໜ້ອຍກວ່າກໍເປັນໄດ້.

ຫຼື ເຈົ້າຂອງທຸລະກິດທີ່ຕັດສິນວ່າຟຣີແລນຊທີ່ແກ້ບັນຫາຊອບແວຣ໌ໄດ້ໄວນັ້ນບໍ່ກຸ້ມຄ່າກັບລາຄາທີ່ຈ່າຍໄປເພາະວິທີການແກ້ໄຂມັນເບິ່ງຄືເປັນເລື່ອງ “ງ່າຍເກີນໄປ” ຈຶ່ງບໍ່ກຸ້ມຄ່າກັບລາຄາຄ່າຈ້າງ.

ຫຼືອີກກໍລະນີໜຶ່ງທີ່ເຈົ້າຂອງທຸລະກິດທີ່ມີທັກສະ ແລະ ປະສົບການທີ່ສາມາດສົ່ງມອບຜົນງານໃຫ້ລູກຄ້າໄດ້ຢ່າງວ່ອງໄວ ແລະ ດີເລີດ ຈະເຮັດລູກຄ້າຕັ້ງຄຳຖາມກັບຕົ້ນທຶນການຜະລິດແທນທີ່ເຫັນເຖິງຄຸນຄ່າຜົນງານທີ່ໄດ້ຮັບເປັນຕົ້ນ.

ໃນຄວາມເປັນຈິງແລ້ວການທີ່ຈະເຮັດວຽກໄດ້ຫຼາຍ ແລະ ດີຂຶ້ນໃນເວລາທີ່ໜ້ອຍລົງໄດ້ນັ້ນລ້ວນຕ້ອງໄດ້ຜ່ານການເຝິກຝົນທີ່ໜັກໜ່ວງ, ຄວາມຊ່ຽວຊານ, ປະສົບການ, ສັນຊາດຕະຍານ ແລະ ອື່ນໆມາຢ່າງຍາກລຳບາກເຊິ່ງມັນເປັນເລື່ອງທີ່ບໍ່ສົມເຫດສົມຜົນຫາກຄຸນຄ່າຂອງຜົນງານນັ້ນຫຼຸດລົງສວນທາງກັບປະສົບການທີ່ເພີ່ມຂຶ້ນ

ໃນຫຼາຍກໍລະນີ ຜົນທີ່ໄວກວ່ານັ້ນກຸ້ມຄ່າຫຼາຍກວ່າໂດຍສະເພາະໃນງານທີ່ຄວາມໄວໃນການສົ່ງມອບໃຫ້ລູກຄ້າເປັນເລື່ອງສຳຄັນ.

ອ່ານມາຮອດຈຸດນີ້ທຸກຄົນຄົງຈະພໍເຫັນພາບວ່າປາກົດການ Picasso Paradox ຫຼື Locksmith’s Paradox ນັ້ນສ້າງບັນຫາໃຫ້ພວກເຮົາທັງທາງກົງ ແລະ ທາງອ້ອມ ມັນປຽບເໝືອນພາບລວງຕາທີ່ບົດບັງບໍ່ໃຫ້ພວກເຮົາແນມເຫັນຄວາມຈິງພາຍໃຕ້ຜົນງານຕ່າງໆ.

ແລ້ວພວກເຮົາຈະສາມາດແກ້ໄຂມັນໄດ້ແນວໃດ?

  1. ໃນມຸມນາຍຈ້າງບໍ່ຄວນໃສ່ໃຈສະເພາະແຕ່ຈຳນວນຊົ່ວໂມງ ແລະ ສະຖານທີ່ເຮັດວຽກ ແຕ່ໃຫ້ສົນໃຈໄປທີ່ຜົນທີ່ຈັບຕ້ອງໄດ້, ຈື່ໄວ້ສະເໝີວ່າຄຸນຄ່າຂອງຜົນງານຄືສິ່ງທີ່ສໍາຄັນທີ່ສຸດ ແລະ ມັນເປັນເລື່ອງດີທີ່ພະນັກງານເຮັດວຽກສຳເລັດໄວ ເພາະນອກຈາກຈະໄດ້ງານໄວແລ້ວພະນັກງານຍັງມີເວລາເປັນຂອງຕົນເອງໄວ້ເຮັດຢ່າງອື່ນທີ່ເຂົາເຈົ້າຕ້ອງການອີກ.
  2. ໃນມຸມລູກຄ້າແມ່ນໃຫ້ເນັ້ນທີ່ຄຸນຄ່າທີ່ໄດ້ຮັບ: ເຊື່ອສະເໝີວ່າຜົນທີ່ດີ ແລະ ຄວາມວ່ອງໄວຄືສິ່ງສຳຄັນບໍ່ຈຳເປັນວ່າຜົນທີ່ດີຈະໃຊ້ເວລາສ້າງສັນດົນສະເໝີໄປ ຕົວຢ່າງສະຖານະການຊ່າງສ້ອມກະແຈຄົນນັ້ນໃນເມື່ອລາວເຮັດສຳເລັດໃນ 15 ນາທີກໍຖືວ່າເປັນເລື່ອງດີເພາະເຮົາຈະໄດ້ກະແຈໄວ ແລ້ວເອົາເວລາໄປເຮັດຢ່າງອື່ນຕໍ່ເປັນຕົ້ນ.

ຂອບໃຈຂໍ້ມູນຈາກ:

https://shorturl.at/egJ48

https://www.linkedin.com/pulse/picasso-paradox-varun-nayak/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/