ຮູ້ຈັກກັບລະບົບຕັດຄະແນນໃບຂັບຂີ່ ທີ່ຫຼາຍປະເທດນຳໃຊ້ເພື່ອປັບພຶດຕິກຳຂອງຜູ້ໃຊ້ຖະໜົນ

ຮູ້ຈັກກັບລະບົບຕັດຄະແນນ

ອຸບັດເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ ນອກຈາກຈະມາຈາກສາເຫດເມົາແລ້ວຂັບ ບາງຄັ້ງບາງຄາວກໍມັກຈະເກີດຂຶ້ນຈາກການຖືເບົາຂອງນັກຂັບຂີ່ ລະເມີດກົດລະບຽບເລັກໆນ້ອຍໆທີ່ຕົນເອງຄິດວ່າບໍ່ສຳຄັນ ຈົນນຳພາມາສູ່ອຸບັດເຫດທີ່ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນ ຂອງທັງຕົນເອງ ແລະ ຄົນອື່ນ. ມື້ນີ້ຈະພາມາຮູ້ຈັກກັບລະບົບຕັດຄະແນນໃບຂັບຂີ່ ທີ່ຫຼາຍປະເທດນຳໃຊ້ເພື່ອປັບພຶດຕິກຳຂອງຜູ້ໃຊ້ຖະໜົນ.

ລະບົບຕັດຄະແນນໃບຂັບຂີ່ ຫຼືວ່າ Driver Point System ເປັນລະບົບທີ່ອອກແບບມາເພື່ອປັບພຶດຕິກຳຂອງຜູ້ໃຊ້ຖະໜົນ ໂດຍການກຳນົດຄະແນນຂອງຜູ້ຂັບຂີ່ທຸກຄົນທີ່ມີໃບຂັບຂີ່ ແລ້ວຕັດຄະແນນລົງເທື່ອລະ 1- 4 ຄະແນນ ຕາມຄວາມຮຸນແຮງຂອງຄວາມຜິດ ເຖິງຂັ້ນງົດນຳໃຊ້ໃບຂັບຂີ່ຂອງຜູ້ກະທຳຜິດ.

ລະບົບດັ່ງກ່າວແນໃສ່ການເສີມສ້າງວິໄນໃນການຂັບຂີ່ ເພີ່ມເຕີມຈາກການປັບໄໝຕາມກົດລະບຽບຈະລາຈອນທົ່ວໄປ ເພື່ອໃຫ້ມີການຂັບຂີ່ທີ່ປອດໄພຂຶ້ນ ໃຫ້ໂອກາດແກ້ໄຂບໍ່ໃຫ້ເຮັດຜິດຊໍ້າໆ ສ້າງຄວາມເທົ່າທຽມພາຍໃຕ້ກົດໝາຍສະບັບດຽວກັນ ແລະ ເປັນມາດຕະຖານສາກົນ.

ຮູ້ຈັກກັບລະບົບຕັດຄະແນນ

ຍົກຕົວຢ່າງປະເທດໃກ້ຄຽງເຮົາ ທີ່ນຳໃຊ້ລະບົບນີ້ແບບສົດໆຮ້ອນໆ ກໍຄືປະເທດໄທ ໂດຍໄດ້ມີການປະກາດນຳໃຊ້ລະບົບດັ່ງກ່າວຕັ້ງແຕ່ວັນທີ 9 ມັງກອນ 2023 ເປັນຕົ້ນມາ. ປະເທດໄທໄດ້ກຳນົດ ຄະແນນຂອງຜູ້ຂັບຂີ່ທຸກຄົນທົ່ວປະເທດ ຄົນລະ 12 ຄະແນນ ແລະ ມີມາດຕະຖານການຕັດຄະແນນໄວ້ດັ່ງນີ້:

-ໃຊ້ຄວາມໄວເກີນກໍານົດ, ບໍ່ໃສ່ໝວກກັນກະທົບ, ຫຼິ້ນໂທລະສັບລະຫວ່າງຂັບລົດ, ບໍ່ຢຸດໃຫ້ຄົນຢູ່ທາງມ້າລາຍໄປກ່ອນ ຕັດ 1 ຄະແນນ.

-ຝ່າຝືນໄຟອໍານາດ ຕັດ 2 ຄະແນນ.

-ຕໍາແລ້ວໜີ ຕັດ 3​ ຄະແນນ.

-ເມົາແລ້ວຂັບ, ຂັບລົດໃນຂະນະທີ່ໃຊ້ຢາເສບຕິດ ຕັດ 4 ຄະແນນ.

ຮູ້ຈັກກັບລະບົບຕັດຄະແນນ

ໂດຍຜູ້ໃດທີ່ກະທຳຜິດ ເຈົ້າໜ້າທີ່ຈະນຳເອົາຂໍ້ມູນໃບຂັບຂີ່ໄປບັນທຶກເຂົ້າຖານຂໍ້ມູນຂອງສຳນັກງານຕຳຫຼວດແຫ່ງຊາດ ແລະ ຕັດຄະແນນໃນແຕ່ລະເທື່ອທີ່ກະທຳຜິດ. ຖ້າຜູ້ໃດຖືກຕັດຄະແນນຈົນເຫຼືອ 0 ຈະຖືກງົດໃຫ້ນໍາໃຊ້ໃບຂັບຂີ່ເປັນເວລາ 90 ມື້ ແລະ ຖ້າຍັງຝ່າຝືນໃນຂະນະທີ່ຖືກໂຈະໃບຂັບຂີ່ ຈະມີໂທດຈຳຄຸກ ບໍ່ເກີນ 3 ເດືອນ ປັບໃໝ ບໍ່ເກີນ 10.000 ບາດ. ຖ້າວ່າຜູ້ຖືກສັ່ງໂຈະໃບຂັບຂີ່ເຖິງ 4 ຄັ້ງພາຍໃນ 3 ປີ ອາດຖືກພິຈາລະນາ ຍົກເລີກໃບຂັບຂີ່ຂອງຄົນນັ້ນເລີຍ.

ຮູ້ຈັກກັບລະບົບຕັດຄະແນນ

ແນ່ນອນວ່າເມື່ອມີການຕັດຄະແນນ ມັນກໍຕ້ອງມີການຄືນຄະແນນເຊັ່ນດຽວກັນ ເຊິ່ງກົດລະບຽບການສົ່ງຄືນຄະແນນມີດັ່ງນີ້: ຄະແນນຈະຖືກສົ່ງຄືນ ເມື່ອເວລາຜ່ານໄປຄົບ 1 ປີ ໂດຍທີ່ບໍ່ມີການກະທຳຜິດເພີ່ມຕື່ມ ຍົກເວັ້ນກໍລະນີ ທີ່ຖືກຕັດຄະແນນຈົນເຫຼືອ 0 ຈະຕ້ອງຖ້າຮອດມື້ທີ່ກຳນົດ ແລະ ຈະສົ່ງຄືນພຽງ 8 ຄະແນນ ແລະ ຖ້າບໍ່ເຮັດຜິດອີກ 1 ປີ ຈຶ່ງຈະໄດ້ 12 ຄະແນນຄືນມາ.

ໂດຍລະບົບການຕັດຄະແນນໃບຂັບຂີ່ ຖືກໃຊ້ກັນຢ່າງກວ້າງຂວາງໃນປະເທດແຖບທະວີບອາເມຣິກາ, ຢູໂຣບ ແລະ ອອສເຕຣເລຍ ໂດຍມາດຕະຖານການຕັດຄະແນນນັ້ນ ແຕ່ລະປະເທດກໍຈະມີເກນການຕັດສິນທີ່ແຕກຕ່າງກັນໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/