ຮາວາຍ ເກີດໄຟປ່າຢ່າງຮຸນແຮງ ພົບຜູ້ເສຍຊີວິດຢ່າງໜ້ອຍ 55 ຄົນ


ເກີດເຫດໄຟປ່າຄັ້ງຮຸນແຮງໃນເມືອງ ລາໄຮນາ ເມືອງເທິງເກາະເມົາວີ ລັດຮາວາຍ ສະຫະລັດອາເມຣິກາ ພົບຜູ້ເສຍຊີວິດຢ່າງໜ້ອຍ 55 ຄົນ ໂດຍມີການຄາດວ່າຕົວເລກຜູ້ເສຍຊີວິດອາດຈະເພີ່ມສູງຂຶ້ນອີກ ທາງດ້ານອາຄານສິ່ງປູກສ້າງຖືກທຳລາຍປະມານ 1.700 ຫຼັງ ຄິດເປັນ 80% ຂອງພື້ນທີ່ເມືອງ.

ໂດຍທາງການໄດ້ລະບຸວ່າ ສາມາດຄວບຄຸມໄຟປ່າທີ່ລຸກລາມໃນເມືອງ ລາໄຮນາ ໄດ້ແລ້ວ 80% ທາງດ້ານເຈົ້າໜ້າທີ່ຍັງຄົງພະຍາຍາມດັບໄຟປ່າອີກ 2 ຈຸດໃຫຍ່ເທິງເກາະ ເຊິ່ງບໍ່ສາມາດຄາດເດົາໄດ້ ແລະ ສະຖານະການຍັງຄົງອັນຕະລາຍ.

Josh Green ຜູ້ວ່າການລັດຮາວາຍ ກ່າວວ່າໄຟປ່າຄັ້ງນີ້ ອາດເປັນໄພພິບັດທາງທຳມະຊາດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງລັດ ພ້ອມສະແດງຄວາມກັງວົນວ່າ ຈຳນວນຜູ້ເສຍຊີວິດຈະເພີ່ມຂຶ້ນ ແລະ ປະເມີນຄວາມເສຍຫາຍເບື້ອງຕົ້ນວ່າ ອາຄານບ້ານເຮືອນປະມານ 1.700 ຫຼັງຖືກໄຟປ່າໄໝ້ ພ້ອມມູນຄ່າຄວາມເສຍຫາຍດ້ານຊັບສິນອາດຈະສູງເຖິງຫຼາຍພັນລ້ານໂດລາ. ນອກຈາກນີ້ປະຊາຊົນກວ່າ 2.000 ຄົນຕ້ອງອາໄສຢູ່ໃນບ່ອນພັກພິງ ແລະ ມີອີກປະມານ 11.000 ຄົນບໍ່ມີໄຟຟ້າໃຊ້.

ທາງດ້ານການທ່ອງທ່ຽວຮາວາຍ ເປີດເຜີຍວ່າ ນັກທ່ອງທ່ຽວຫຼາຍກວ່າ 14.000 ຄົນ ໄດ້ຮັບການອົບພະຍົບຈາກເກາະເມົາວີເມື່ອວັນພຸດທີ່ຜ່ານ ໂດຍນັກທ່ອງທ່ຽວອາດຈະຕ້ອງກັບບ້ານ ຫຼື ພັກທ່ອງທ່ຽວຕໍ່ໃນເມືອງອື່ນຂອງຮາວາຍ ພ້ອມອີກ 14.500 ຄົນຄາດວ່າໄດ້ຮັບອົບພະຍົບສຳເລັດພາຍໃນວັນພະຫັດທີ່ຜ່ານມາ.

ສຳລັບເຫດການໄຟປ່າດັ່ງກ່າວເກີດຂຶ້ນທາງຊາຍຝັ່ງຕາເວັນຕົກຂອງເກາະເມົາວີ ເມື່ອວັນອັງຄານທີ່ຜ່ານມາ ກ່ອນຈະທະວີຄວາມຮຸນແຮງຂຶ້ນດ້ວຍລົມ ເຮັດໃຫ້ໄຟປ່າຂະຫຍາຍວົງກວ້າງປົກຄຸມທົ່ວເກາະ ແລະ ລຸກລາມເຜົາໄໝ້ທຳລາຍເມືອງປະຫວັດສາດແຫ່ງນີ້ຢ່າງວ່ອງໄວ.

ສ່ວນສາເຫດການເກີດໄຟປ່າຍັງບໍ່ເປັນທີ່ຊັດເຈນ ແຕ່ຜູ້ຊ່ຽວຊານດ້ານສະພາບອາກາດ ແລະ ໄຟປ່າ ໄດ້ລະບຸວ່າ ອາດຈະເກີດຈາກຫຼາຍໆປັດໄຈລວມກັນ ໄດ້ແກ່ສະພາບອາກາດແຫ້ງແລ້ງ ແລະ ອິດທິພົນຈາກພາຍຸເຮີລິເຄນດໍຣ່າທີ່ພັດຜ່ານທາງໃຕ້ຂອງໝູ່ເກາະຮາວາຍເຮັດໃຫ້ລົມພັດແຮງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/