ຮອງປະທານປະເທດ ສປປ ລາວ ຕິດຕາມ ຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ

ສປປ ລາວ

ຕອນບ່າຍ ວັນທີ 9 ກັນຍາ 2022 ນີ້ ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງ ສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການ ສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການນຳຂັ້ນສູນກາງ ໄດ້ລົງເຄື່ອນໄຫວ ຕິດຕາມຜົນກະທົບຈາກໄພນ້ຳຖ້ວມ ໃນຄັ້ງວັນທີ 26 ສິງຫາ ຜ່ານມາ ທີ່ເມືອງນາໝໍ້ ແຂວງອຸດົມໄຊ ເຊິ່ງມີ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ທ່ານ ປອ ວົງສະຫວັນ ໄຊຍະວົງ ເຈົ້າເມືອງ ເມືອງນາໝໍ້ ພ້ອມດ້ວຍ ການນຳແຂວງ, ເມືອງ ແລະ ພະນັກງານພາຍໃນເມືອງນາໝໍ້ ໃຫ້ການຕ້ອນຮັບ.

ສປປ ລາວ

ໃນນີ້ ໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບຜົນກະທົບຈາກໄພນ້ຳຖ້ວມ ຂອງເມືອງນາໝໍ້ ເຊິ່ງມີທັງໝົດ 21 ບ້ານ, 538 ຫຼັງຄາເຮືອນ, ໃນຈຳນວນດັ່ງກ່າວ ມີເຮືອນທີ່ຖືກນໍ້າຊຸໄຫຼ ຈໍານວນ 49 ຫຼັງຄາ, ດິນເຊາະເຈື່ອນຖົມເຮືອນ 4 ຫຼັງ, ເຮືອນເປ່ເພເສຍຫາຍ 485 ຫຼັງ, ເລົ້າເຂົ້າເສຍຫາຍ 23 ຫຼັງ ລວມທັງ ໂຮງຮຽນ ແລະ ໂຮງໝໍ. ນອກນັ້ນ ຍັງມີທະໜົນຫົນທາງ ໄດ້ຮັບຜົນກະທົບ 13 ເສັ້ນ ລວມມູນຄ່າຄວາມເສຍຫາຍ 6 ຕື້ກວ່າກີບ, ເສົາໄຟຟ້າ ເສຍຫາຍ 63 ຕົ້ນ, ລະບົບຊົນລະປະທານ ໄດ້ຮັບຄວາມເສຍຫາຍ 22 ແຫ່ງ, ເນື້ອທີ່ທຳການຜະລິດ 5 ຮ້ອຍກວ່າເຮັກຕາ ແລະ ໜອງປາເສຍຫາຍ 197 ໜອງ.

ໂອກາດດັ່ງກ່າວ ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງ ສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການ ສູງກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມ ໂດຍເນັ້ນໜັກໃຫ້ເມືອງ ແລະ ແຂວງ ສືບຕໍ່ເອົາໃຈໃສ່ ແລະ ຮີບຮ້ອນແກ້ໄຂ ບາງໜ້າວຽກຫຼັກ ໂດຍສະເພາະແມ່ນການແກ້ໄຂ ທີ່ຢູ່ອາໄສ, ອາຫານການກິນ, ນ້ຳດື່ມ – ນໍ້າໃຊ້, ເຄື່ອງໃຊ້ທີ່ຈໍາເປັນ ໃຫ້ແກ່ປະຊາຊົນ ລວມທັງ ກະກຽມຮັບມືກັບພະຍາດທີ່ຈະເກີດຂຶ້ນໃນພາຍຫຼັງ. ສ່ວນທິດທາງແຜນການໃນຕໍ່ໜ້າ ແມ່ນໃຫ້ສືບຕໍ່ ປັບປຸງ ແລະ ຟື້ນຟູ ພື້ນທີ່ທຳການຜະລິດ, ພື້ນຖານໂຄ່ງລາງ ໃຫ້ກັບຄືນສູ່ສະພາບປົກກະຕິ.

ສປປ ລາວ

ໃນໂອກາດທີ່ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງ ສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການ ສູງກາງພັກ, ຮອງປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ການນຳຂັ້ນສູນກາງ ລົງຕິດຕາມ ຜົນກະທົບຈາກໄພນ້ຳຖ້ວມ ຢູ່ທີ່ເມືອງນາໝໍ້ ແຂວງອຸດົມໄຊ ໃນຄັ້ງນີ້ ກໍໄດ້ນຳເອົາ ເຂົ້າສານ ແລະ ເງິນສົດ ຈຳນວນຫນຶ່ງ ມອບໃຫ້ເມືອງນາໝໍ້ ເພື່ອແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ສ່ວນເງິນສົດແມ່ນນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ແກ້ໄຂໄພພິບັດໃນຄັ້ງນີ້.

ຈາກນັ້ນ ໄດ້ພ້ອມກັນລົງຕິດຕາມ ແລະ ສໍາຫຼວດເບິ່ງພື້ນທີ່ເສຍຫາຍຕົວຈິງ ຢູ່ບ້ານນໍ້າແຊ, ພາຍຫຼັງສໍາເລັດໃນການລົງຕິດຕາມຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ເມືອງນາໝໍ້ແລ້ວ ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງ ສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການ ສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການນຳຂັ້ນສູນກາງ ແລະ ການນຳແຂວງ ໄດ້ສືບຕໍ່ລົງເຄື່ອນໄຫວຕິດຕາມ ຢູ່ເມືອງຫຼາ ຕື່ມອີກ.

ຂໍ້ມູນຈາກ: https://cutt.ly/yCVo3FJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply