ອິນໂດເນເຊຍ ຖືກພັດທະນາໂດຍປະເທດຈີນ ສ້າງທາງລົດໄຟຄວາມໄວສູງ ແລະ ຈະເປີດນຳໃຊ້ໄວໆນີ້


ອິນໂດເນເຊຍ ກັບເສັ້ນທາງລົດໄຟຄວາມໄວສູງຂອງອິນໂດເນເຊຍ ທີ່ພັດທະນາໂດຍເທັກໂນໂລຍີຈາກຈີນ ກຽມໃຫ້ບໍລິການໃນເດືອນສິງຫາ 2023 ນີ້ ໂດຍ ລັດຖະມົນຕີວ່າການກະຊວງປະສານງງານກິດຈະການທາງທະເລອິນໂດເນເຊຍກ່າວໃນງານຖະແຫຼງຂ່າວວ່າ ເສັ້ນທາງລົດໄຟຄວາມໄວສູງຈາກກາຕາ-ບັນດຸງ ໄລຍະທາງ 140 ກິໂລແມັດ ຄາດວ່າຈະເລີ່ມໃຫ້ບໍລິການໄດ້ໃນວັນຢຸດວັນຊາດອິນໂດເນເຊຍ ເຊິ່ງຈະກົງກັບວັນທີ 18 ສິງຫາ 2023.

ນັບໄດ້ວ່າເປັນຂອງຂວັນວັນຄົບຮອບ 78 ປີ ຂອງການເປັນເອກກະລາດຂອງປະເທດອິນໂດເນເຊຍ ໃນະຂະນະທີ່ການທົດສອບການແລ່ນຈະເລີ່ມໃນເດືອນພຶດສະພານີ້. ພ້ອມກັນນີ້ ລົດໄຟຂະບວນໃໝ່ນີ້ຈະຊ່ວຍລົດເວລາການເດີນທາງລະຫວ່າງ 2 ເມືອງອອກໄປໄດ້ເຖິງ 3 ຊົ່ວໂມງ ໃຫ້ເຫຼືອພຽງແຕ່ປະມານ 40 ນາທີ.

ສໍາລັບໂຄງການລົດໄຟຄວາມໄວສູງ ທີ່ມີຜູ້ຮັບເໝົາກໍ່ສ້າງຫຼັກຄືບໍລິສັດ PT Kereta Cepat Indonesia China ວາງແຜນໄວ້ໃນຕອນທຳອິດວ່າໂຄງການຈະສຳເລັດພາຍໃນປີ 2020 ແຕ່ກໍຕ້ອງປະເຊີນກັບຄວາມຫຼ້າຊ້າຫຼາຍຄັ້ງ ແລະ ເກີດພາວະຕົ້ນທຶນບານປາຍ. ເຖິງຢ່າງໃດກໍຕາມ ຕົ້ນທຶນທີ່ບານປາຍນັ້ນຕ່ຳກວ່າທີ່ຄາດການໄວ້ໃນຕອນທຳອິດ ໂດຍທັງສອງຝ່າຍ ຊຳລະສ່ວນເກີນຢູ່ທີ່ 1.200 ລ້ານໂດລາສະຫະລັດ ແຕ່ລັດຖະບານຈີນຍັງຢືນຢັນ ທີ່ຈະຄົງອັດຕາດອກເບ້ຍການກູ້ຢືມສຳລັບໂຄງການນີ້ທີ່ 3,4% ເຖິງແມ່ນວ່າອິນໂດເນເຊຍຈະຮ້ອງຂໍໃຫ້ລົດລົງມາຢູ່ 2% ແຕ່ລັດຖະບານອິນໂດເນເຊຍກໍເຊື່ອໝັ້ນຈະສາມາດຈ່າຍເງິນກູ້ຢືມໄດ້ ເນື່ອງຈາກເສດຖະກິດຂອງປະເທດດີຂຶ້ນ ແລະ ລາຍໄດ້ຈາກພາສີເພີ່ມຂຶ້ນອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/