ອິນເດຍມີປະຊາກອນເສືອໃນທຳມະຊາດເພີ່ມຂຶ້ນຫຼາຍກວ່າ 3.000 ໂຕແລ້ວ


ສຳນັກຂ່າວ ນິວເດລີ ໄດ້ລາຍງານວ່າ ອິນເດຍມີຈຳນວນເສືອທີ່ອາໄສຕາມທຳມະຊາດຫຼາຍທີ່ສຸດໃນໂລກ ມີເສືອຕາມທຳມະຊາດ 3.167 ໂຕໃນປີ 2022 ເພີ່ມຂຶ້ນຈາກປີກ່ອນທີ່ມີ 2.967 ໂຕ.

ນາຍົກລັດຖະມົນຕີຂອງປະເທດອິນເດຍ ທ່ານ ນະເຣນທຣາ ໂມດີ (Narendra Modi) ໄດ້ເປີດເຜີຍຂໍ້ມູນຂອງສຳມະໂນປະຊາກອນເສືອຫຼ້າສຸດວ່າ ໃນປັດຈຸບັນອິນເດຍມີເສືອອາໄສຢູ່ຕາມທຳມະຊາດປະມານ 3.167 ໂຕ ໂດຍສະຖິຕິດັ່ງກ່າວ ໄດ້ຮັບການເຜີຍແຜ່ເນື່ອງໃນໂອກາດຄົບຮອບ 50 ປີ ຂອງ Project Tiger.

ໂດຍ Project Tiger ເລີ່ມຕົ້ນຂຶ້ນຕັ້ງແຕ່ປີ 1973 ໂດຍມີເປົ້າໝາຍເພື່ອປົກປ້ອງເສືອ ແລະ ຮັບຮອງວ່າສັດຊະນິດໃດຈະມີຊີວິດຍືນຍາວ ຫຼັງມີການສຳຫຼວດວ່າ ເສືອໃນອິນເດຍກຳລັງສູນພັນຢ່າງໄວວາ ເນື່ອງຈາກບໍ່ມີການດູແລ ແລ້ວຍັງມີການລັກລອບຄ້າສັດປ່າ ເຊິ່ງໃນປັດຈຸບັນອິນເດຍມີເຂດອະນຸລັກເສືອ 53 ແຫ່ງ ກະຈາຍຢູ່ໃນ 18 ລັດ.

ນາຍົກລັດຖະມົນຕີ ນະເຣນທຣາ ໂມດີ ກ່າວວ່າ ຄວາມສຳເລັດນີ້ບໍ່ແມ່ນຂອງປະເທດອິນເດຍ ແຕ່ເປັນຂອງຄົນທົ່ວໂລກ ເຖິງແມ່ນວ່າອິນເດຍຈະມີພື້ນທີ່ທາງບົກພຽງແຕ່ 2.4 % ຂອງໂລກ ແຕ່ກໍສົ່ງເສີມຄວາມຫຼາກຫຼາຍຂອງສາຍພັນທົ່ວໂລກປະມານ 8% ໂດຍການປົກປ້ອງທຳມະຊາດ ທີ່ເຫັນໄດ້ຢ່າງຊັດເຈນກໍຄືໂຄງການ Project Tiger ທີ່ມີເສືອເພີ່ມຂຶ້ນໃນທຸກໆປີຢ່າງຕໍ່ເນື່ອງ ເລີ່ມຈາກປີ 2006 ທີ່ປະຊາກອນເສືອມີ 1.411 ໂຕ, ຕໍ່ມາປີ 2010 ເພີ່ມຂຶ້ນເປັນ 2.226 ໂຕ, ໃນປີ 2014 ເພີ່ມຂຶ້ນເປັນ 2,226 ໂຕ, ປີ 2018 ເພີ່ມຂຶ້ນເປັນ 2.967 ແລະ ໃນປີ 2023 ເພີ່ມຂຶ້ນເປັນ 3.167 ໂຕ.

    ນອກຈາກນີ້ນາຍົກລັດຖະມົນຕີ ນະເຣນທຣາ ໂມດີ ຍັງປະກາດຈັດຕັ້ງພາຄີ International Big Cats Alliance ຂຶ້ນເພື່ອປົກປ້ອງອີກ 7 ສາຍພັນຄື: ເສືອ, ສິງ, ເສືອດາວ, ເສືອດາວຫິມະ, ເສືອພູມາ, ເສືອຈາກົວ ແລະ ເສືອຊີຕາ ນັ້ນເອງ. ອິນເດຍເປັນປະເທດທີ່ມີເສືອອາໄສຕາມທຳມະຊາດຄິດເປັນ 70% ຂອງປະຊາກອນເສືອທົ່ວໂລກ ແລະ ອິນເດຍກໍອອກກົດໝາຍຄຸ້ມຄອງສັດປ່າທີ່ກຳນົດໃຫ້ເສືອເປັນສັດທີ່ໃກ້ສູນພັນ ແລະ ການລ່າເສືອກໍມີຄວາມຜິດທາງກົດໝາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/