ອຳນາດການປົກຄອງ ນວ ຫວັງໃຊ້ການທ່ອງທ່ຽວ ຈາກປີໃໝ່ລາວ ເປັນແມ່ແຮງໃນການກະຕຸກຊຸກຍູ້ເສດຖະກິດ


ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ກຳນົດຫຼາຍກິດຈະກຳການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ເພື່ອເປັນການສົ່ງເສີມການທ່ອງທ່ຽວນະຄອນຫຼວງວຽງຈັນ ເພື່ອກະຕຸກຊຸກຍູ້ເສດຖະກິດ ໃນໄລຍະ ບຸນປະເພນີປີໃໝ່ລາວ 2024

ເພື່ອເປັນການກະກຽມຄວາມພ້ອມ ງານສະຫຼອງບຸນປີໃໝ່ລາວ ພສ 2567 ຕິດພັນກັບປີທ່ອງທ່ຽວ 2024 ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຖະແຫຼງຂ່າວ ຂຶ້ນວັນທີ 28 ມີນາ 2024 ທີ່ຫ້ອງວ່າການປົກຄອງ ນວ ໂດຍມີ ທ່ານ ຖະໜອມ ທໍາທອງ ປະທານແນວລາວຊາດສ້າງ ນວ ທ່ານ ນາງ ວຽງ ພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນວ ທ່ານ ພັນ ໂທ ວິລະພົງ ສະເໜ່ຫາ ຮອງຫ້ອງຕໍາຫຼວດ ປກສ ນວ ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກ ຕຳຫຼວດ ຈະລາຈອນ ນວ ພ້ອມດ້ວຍບັນດາທ່ານຕາງໜ້າພະແນກການເມືອງ ພາກທຸລະກິດ ສື່ມວນຊົນ ພາກສ່ວນຕ່າງໆ ເຂົ້າຮ່ວມ.

ທ່ານ ນາງ ວຽງ ພອນ ແກ້ວຄູນສີ ໄດ້ກ່າວວ່າ: ປີ 2024 ແມ່ນປີທີ່ມີຄວາມໝາຍຄວາມສຳຄັນຫຼາຍສຳລັບປະເທດລາວ ເຊິ່ງເປັນປີທ່ອງທ່ຽວລາວ ແລະ ເປັນປີທີ່ ລາວໄດ້ຮັບກຽດເປັນປະທານຈັດກອງປະຊຸມສຸດຍອດອາຊຽນ, ເນື່ອງໃນໂອກາດ ການສະຫຼອງບຸນປີໃໝ່ລາວ ອຳນາດການປົກຄອງ ນະຄອນຫຼວງວຽງຈັນຈຶ່ງໄດ້ກະກຽມຫຼາຍກິດຈະກຳ ເພື່ອສືບທອດປະເພນີ, ວັດທະນະທຳ ເອກະລັກຂອງຊາດ ເພື່ອສົ່ງເສີມການທ່ອງທ່ຽວ ໃຫ້ກາຍເປັນຂະແໜງການເສດຖະກິດທີ່ເຂັ້ມແຂງ ແລະ ສຳຄັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ນະຄອນຫຼວງວຽງຈັນ.

ຫົວໜ້າພະແນກ ຖະແຫຼງຂ່າວ ກ່າວຕໍ່ອີກວ່າ: ການຈັດກິດຈະກຳຕ່າງໆ ໃນໂອກາດການສະເຫຼີມສະຫຼອງປີໃໝ່ລາວ ໃນຄັ້ງນີ້ ແມ່ນແນໃສ່ການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາຫຼາຍຂຶ້ນ ສະເພາະໃນໄລຍະສະຫຼອງປີໃໝ່ລາວນີ້ ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາໃນນະຄອນຫຼວງວຽງຈັນ ຫຼາຍກວ່າ​ 10.000 ຄົນ”.

ແຜນກິດຈະກຳ ສະຫຼອງປີໃໝ່ລາວ 2024 ​ນີ້ ອຳນາດການປົກຄອງແຂວງນະຄອນຫຼວງວຽງຈັນ ຈະໄດ້ກຳນົດເອົາ 2 ກິດຈະກໍາຫຼັກໆ ຄືກິດຈະກຳອະນຸລັກຮັກສາ ວັດທະນະທຳປະເພນີຂອງລາວ ແລະ ກິດຈະກຳສົ່ງເສີມການທ່ອງທ່ຽວແບບສາກົນ.

ສຳລັບ ພິທີທາງສາສະໜາ ໃນໄລຍະບຸນປີ ໃໝ່ລາວ ແຕ່ວັນທີ 13-16 ເມສາ 2024 ລວມ 4 ວັນ ກໍານົດຈຸດສູນລວມກິດຈະກໍາ ທາງດ້ານສາສະໜາ ມີຄື: ມື້ທີ 1 ວັນທີ 13 ເມສາ 2024 ເປັນມື້ສັງຂານລ່ວງ ມີກິດຈະກໍາທາງສາສະໜາ ເຂດຄຸ້ມເມືອງເກົ່າ (ເສັ້ນທາງເສດຖາທິລາດ/ເສັ້ນທາງວັດທະນະທໍາ) ຮ່ວມພິທີຫົດສົງພະພຸດທະຮູບ ພະເຈົ້າໃຫຍ່ອົງຕື້ ຢູ່ວັດອົງຕື້ ແລະ ຫົດສົງ ພະພຸດທະຮູບ ຢູ່ວັດອິນແປງ ເວລາ 9:00 ໂມງ ຕອນບ່າຍ ເວລາ 13: 00 ໂມງ ພິທີແຫ່ພະພຸດທະຮູບມິ່ງເມືອງ ເລີ່ມຈາກວັດອິນແປງ-ຫໍພະແກ້ວ-ວັດອິນແປງ.

ໂດຍວັນທີ 2-3 ກົງກັບວັນທີ 14-15 ເມສາ 2024 ເປັນວັນເນົາ ມີພິທີທາງສາສະໜາ ຮ່ວມພິທີຕັກບາດ ຕາມເສັ້ນທາງເສດຖາທິລາດ ທຸກໆເຊົ້າ ເວລາ 7:00 ໂມງ ພິທີຫົດສົງພະພຸດທະຮູບ ຕາມວັດວາອາຣາມຕ່າງໆ (ເວລາ 8:00-18:00 ໂມງ)

ສ່ວນມື້ທີ 4 ວັນທີ 16 ເມສາ 2024 ເປັນມື້ສັງຂານຂຶ້ນປີໃໝ່ລາວ ພສ 2567 ມີພິທີຕັກບາດຢູ່ເສັ້ນທາງເສດຖາທິລາດ ແລະ ຕາມວັດວາອາຣາມ ເວລາ 7:00 ໂມງ ພິທີຕົບພຣະທາດຊາຍ ເວລາ 14:00-18:00 ໂມງ ຢູ່ຕາມວັດວາອາຣາມ.

ສຳລັບກິດຈະກຳການສົ່ງເສີມການທ່ອງທ່ຽວແບບສາກົນ ທາງອຳນາດການປົກຄອງ ນະຄອນຫຼວງວຽງຈັນໄດ້ກຳນົດເຂດການທ່ອງທ່ອງແບບສາກົນໄວ້ຢູ່ 3 ຈຸດ ປະກອບມີ ເສັ້ນທາງຂ້າງສະໜາມກິລາເຈົ້າອານຸວົງ, ບໍລິເວນນໍ້າພຸ ບ້ານຊຽງຍືນ, ເສັ້ນທາງແຄມນໍ້າຄອງ ໂດຍແຕ່ລະຈຸດຈະມີການວາງສະແດງສິນຄ້າອຸປະໂພກ ແລະ ບໍລິໂພກຂອງຜູ້ເຂົ້າຮ່ວມ ເລີ່ມ 10:00 ຫາ 22:00 ໂມງ.

ເທສະການບຸນປີໃໝ່ລາວ ເປັນປະເພນີທີ່ຍິ່ງໃຫຍ່ໜຶ່ງ ຂອງຊາວລາວ ກໍຄືຊາວ ນວ ທີ່ໄດ້ສືບທອດ ປະຕິບັດມາແຕ່ບູຮານນະການ ເປັນຕົ້ນແມ່ນ ການຫົດສົງພະພຸດທະຮູບ ແລະ ພະສົງ ຜູ້ເປັນພໍ່ແມ່ ເຖົ້າແກ່ອາວຸໂສ ເພື່ອຂໍພອນ ການບາສີສູ່ຂັວນ ຕົບພະທາດຊາຍ ພິທີຕັກບາດ ແລະ ອື່ນໆ ໄດ້ກາຍເປັນສິ່ງໂດດເດັ່ນໃນງານສະຫຼອງບຸນປີໃໝ່ລາວ ຢ່າງເບີກບານມ່ວນຊື່ນ ແລະ ເປັນທີ່ຈັບອົກຈັບໃຈ ຂອງຜູ້ມາທ່ຽວຊົມ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/