ອາເຈນຕິນາ ກຽມຊຳລະຄ່າສິນຄ້າຈາກຈີນ ດ້ວຍເງິນຢວນ ແທນເງິນໂດລາ ຫວັງສ້າງຄວາມເຂັ້ມແຂງໃຫ້ເງິນທຶນສຳຮອງຂອງປະເທດ


ລັດຖະບານ ອາເຈນຕິນາ ກຽມເລີ່ມຊຳລະຄ່າສິນຄ້າ ທີ່ນຳເຂົ້າຈາກປະເທດຈີນ ດ້ວຍສະກຸນເງິນຢວນແທນເງິນໂດລາ ຂອງສະຫະລັດອາເມຣິກາ ເພື່ອຫວັງປະຢັດເງິນໂດລາໃນເງິນທຶນສຳຮອງລະຫວ່າງປະເທດທີ່ກຳລັງລົດລົງຢ່າງຕໍ່ເນື່ອງ ແລະ ເພື່ອເພີ່ມຄວາມສະດວກໃນການເຮັດການຄ້າກັບຈີນ ເພີ່ມຄວາມຫຼາກຫຼາຍໃນທາງການເງິນຂອງປະເທດຕົນເອງ.

ຫຼັງຈາກບັນລຸຂໍ້ຕົກລົງທັງໃນສ່ວນຂອງ ລັດຖະບານ ແລະ ພາກເອກະຊົນຂອງປະເທດຈີນ ປະເທດອາເຈນຕິນາ ພາຍໃຕ້ການນຳຂອງ ປະທານາທິບໍດີ ອັລແບໂຕ ເຟນັນເດສ ກໍໄດ້ປະກາດວ່າພາຍໃນເດືອນເມສານີ້ ອາເຈນຕິນາ ຈະຢຸດການນຳໃຊ້ເງິນໂດລາສະຫະລັດໃນການຊຳລະສິນຄ້າທີ່ນຳເຂົ້າຈາກຈີນ ແລະ ປ່ຽນເປັນການນຳໃຊ້ເງິນຢວນຈີນມາຊຳລະສິນຄ້າດັ່ງກ່າວແທນ.

ໂດຍທາງ ແຊຈິໂອ ມັສຊາ ລັດຖະມົນຕີ ດ້ານເສດຖະກິດຂອງ ອາເຈນຕິນາ ລະບຸວ່າ: ການຕັດສິນໃຈປ່ຽນແປງສະກຸນເງິນທີ່ໃຊ້ໃນການຊຳລະຄ່າສິນຄ້າ ແລະ ບໍລິການ ທີ່ນຳເຂົ້າຈາກຈີນນັ້ນ ເປັນໄປເພື່ອລົດການໄຫຼອອກຂອງເງີນໂດລາ ພາຍໃນປະເທດ.

ມັສຊາ ລະບຸຕື່ມວ່າ:​ ການໃຊ້ເງິນຢວນສຳລັບການຊຳລະນີ້ ບໍ່ພຽງແຕ່ຊ່ວຍເພີ່ມຄວາມເຂັ້ມແຂງແກ່ເງິນທຶນສຳຮອງລະຫວ່າງປະເທດເທົ່ານັ້ນ ແຕ່ມັນຍັງຊ່ວຍອຳນວຍຄວາມສະດວກແກ່ການຄ້າທະວິພາຄີ ແລະ ຈະນຳມາເຊິ່ງມີຄວາມເສລີພາບທີ່ຫຼາຍກວ່າເກົ່າ.

ໂດຍ ອາເຈນຕິນາ ເປັນອີກໜຶ່ງປະະເທດທີ່ກຳລັງປະເຊີນໜ້າກັບສະພາວະການຮັກສາເງິນໂດລາ ໃນທຶນສຳຮອງລະຫວ່າງປະເທດ ທ່າມກາງສະພາວະທີ່ການສົ່ງອອກຜົນຜະລິດທາງກະສິກຳນັ້ນຕ່ຳລົງ ເນື່ອງຈາກພາວະໄພແລ້ງທີ່ຮຸນແຮງທີ່ສຸດໃນປະຫວັດສາດ ປະກອບກັບສະຖານະການຄວາມບໍ່ແນ່ນອນທາງການເມືອງ ກ່ອນທີ່ຈະມີການເລືອກຕັ້ງທົ່ວໄປໃນປາຍປີ 2023 ນີ້.

ອາເຈນຕິນາ ຖືເປັນອີກໜຶ່ງປະເທດໃນພາກພື້ນອາເມຣິກາໃຕ້ ທີ່ຕັດສິນໃຈປ່ຽນສະກຸນເງິນໃນການໃຊ້ຈ່າຍກັບທາງການຈີນມາເປັນສະກຸນເງິນຢວນ ໂດຍກ່ອນໜ້ານີ້ລັດຖະບານ ບຣາຊິວກໍໄດ້ມີການລົງນາມຂໍ້ຕົກລົງກັບທາງການຈີນ ໃນການໃຊ້ເງິນຢວນ ເພື່ອຊຳລະຄ່າສິນຄ້າ ຈາກຈີນໄປເມື່ອໄລຍະເດືອນກຸມພາ ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:​

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/