ອັດຕາເງິນເຟີ້ CPI ຂອງສະຫະເພີ່ມຂຶ້ນແຕະ 3.1% ສູງກວ່າທີ່ຄາດໄວ້ ເພີ່ມຄວາມກັງວົນໃຫ້ແກ່ນັກລົງທຶນທີ່ວ່າ Fed ຈະເພີ່ມອັດຕາດອກເບ້ຍຂຶ້ນອີກ


ດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງສະຫະລັດໃນເດືອນທັນວາ 2023 ເພີ່ມຂຶ້ນ 3.1% ເມື່ອທຽບກັບປີກ່ອນໜ້ານີ້​ ເຊິ່ງ​ສູງ​ກວ່າທີ່ຕະຫຼາດຄາດການໄວ້ທີ່​ 2,9%. ໂດຍຕົວເລກດັ່ງກ່າວໄດ້ສ້າງຄວາມກັງວົນຕໍ່ນັກລົງທຶນ ແລະ ນັກວິເຄາະວ່າ ອັດຕາເງິນເຟີ້ໃນສະຫະລັດ ກໍາລັງກັບຄືນສູ່ລະດັບສູງອີກຄັ້ງ ແລະ ບໍ່ຮູ້ວ່າ Fed ຈະປັບອັດຕາດອກເບ້ຍລົງຕອນໃດ.

ແຕ່ໃນສຳລັບເດືອນມີນາທີ່ຈະມາເຖິງນີ້ ພວກເຮົາຈະຍັງບໍ່ເຫັນການປັບຫຼຸດອັດຕາດອກເບ້ຍຈາກ Fed. ດັ່ງນັ້ນ, ມັນຈຶ່ງສົ່ງໃຫ້ອັດຕາຜົນຕອບແທນຂອງພັນທະບັດລັດຖະບານສະຫະລັດ (Bond Yield) ເພີ່ມຂຶ້ນທີ່ຜ່ານມາ 4.3% ແລະ ເງິນໂດລາແຂງຄ່າຂຶ້ນ ສ້າງຄວາມກົດດັນຕໍ່ຊັບສິນອື່ນໆ ທັງຮຸ້ນ ແລະ ຄໍາໃຫ້ປັບຕົວຫຼຸດລົງ.

ໂດຍສາເຫດຫຼັກໆທີ່ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນມີດັ່ງນີ້:

ລາຄາອາຫານ: ລາຄາອາຫານໃນສະຫະລັດ ເພີ່ມຂຶ້ນ 6.3% ໃນເດືອນທັນວາ ​ເມື່ອ​ທຽບ​ໃສ່​ປີ​ກາຍ​ນີ້, ​ເຊິ່ງນີ້ແມ່ນ​ສະຖິຕິ​ສູງ​ສຸດ​ໃນ​ຮອບ 12 ປີ ສາເຫດແມ່ນ​ຍ້ອນ:

  • ບັນຫາຕ່ອງໂສ້ອຸປະທານ: ການລະບາດຂອງ COVID-19 ສົ່ງຜົນກະທົບຕໍ່ຕ່ອງໂສ້ອຸປະທານທົ່ວໂລກ ເຮັດໃຫ້ເກີດການຂາດແຄນສິນຄ້າ ແລະ ລາຄາຜະລິດຕະພັນທີ່ສູງຂຶ້ນ.
  • ບັນຫາດິນຟ້າອາກາດ: ສະພາບດິນຟ້າອາກາດທີ່ຮ້າຍແຮງໃນບາງພື້ນທີ່ສົ່ງຜົນກະທົບຕໍ່ການຜະລິດກະສິກໍາ.
  • ຄວາມຕ້ອງການບໍລິໂພກເພີ່ມຂຶ້ນ

ລາຄາພະລັງງານ: ລາຄາພະລັງງານໃນສະຫະລັດທີ່ປັບຕົວເພີ່ມຂຶ້ນ 29.3% ໃນເດືອນທັນວາ ​ເມື່ອ​ທຽບ​ໃສ່​ປີ​ກາຍ ເຫດຜົນຕົ້ນຕໍແມ່ນ:

  • ການເພີ່ມຂຶ້ນຂອງລາຄານ້ໍາມັນດິບໃນຕະຫຼາດໂລກ: ໂດຍສາເຫດຫຼັກແມ່ນມາຈາກຄວາມເຄັ່ງຕຶງທາງດ້ານການເມືອງລະຫວ່າງຣັດເຊຍ ແລະ ຢູເຄຣນ.
  • ຄວາມຕ້ອງການພະລັງງານເພີ່ມຂຶ້ນ

ຄ່າເຊົ່າ: ຄ່າເຊົ່າເຮືອນຢູ່ໃນສະຫະລັດ ປັບຕົວເພີ່ມຂຶ້ນ 4.1% ໃນເດືອນທັນວາ ​ເມື່ອ​ທຽບ​ໃສ່​ປີ​ກາຍ ເຊິ່ງແມ່ນການເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນ​ເດືອນ​ທີ 14 ຕິດຕໍ່ກັນ, ສາເຫດແມ່ນ​ຍ້ອນ:

  • ການສະໜອງທີ່ຢູ່ອາໄສມີຈໍາກັດ
  • ຄວາມຕ້ອງການທີ່ຢູ່ອາໄສທີ່ເພີ່ມຂຶ້ນ.

ລາຄາຂອງສິນຄ້າອື່ນໆ: ລາຄາຂອງສິນຄ້າອື່ນໆເຊັ່ນ: ເຄື່ອງນຸ່ງຫົ່ມ, ຍານພາຫະນະ ແລະ ການບໍລິການທາງການແພດ ກໍປັບຕົວເພີ່ມຂຶ້ນສູງເຊັ່ນກັນ.

ຈາກການເຄື່ອນໄຫວຂອງລາຄາຕ່າງໆທີ່ມີການປັບຕົວເພີ່ມຂຶ້ນສົ່ງຜົນກະທົບຕໍ່ທະນາຄານກາງ ແລະ ອາດຈະເຮັດໃຫ້ Fed ເພີ່ມອັດຕາດອກເບ້ຍຂຶ້ນໄວ ແລະ ຫຼາຍກວ່າເກົ່າເພື່ອຄວບຄຸມອັດຕາເງິນເຟີ້. ຕົວເລກອັດຕາເງິນເຟີ້ CPI ທີ່ສູງນີ້ສາມາດເຮັດໃຫ້ Fed ຕັດສິນໃຈເພີ່ມອັດຕາດອກເບ້ຍ 0.50% ໃນກອງປະຊຸມຄັ້ງຕໍ່ໄປ ແລະ Fed ອາດຈະເລີ່ມຫຼຸດຂະໜາດງົບດຸນຂອງຕົນ (Quantitative Tightening) ໄວກວ່າທີ່ຄາດໄວ້.

ນອກຈາກນີ້ ຍັງສົ່ງຜົນກະທົບຕໍ່ຕະຫຼາດການເງິນ ແລະ ຜູ້ບໍລິໂພກຊາວສະຫະລັດ. ໂດຍ ຕະຫຼາດຮຸ້ນ ແລະ ພັນທະບັດອາດຈະຕອບສະໜອງໄດ້ບໍ່ຄ່ອຍດີຕໍ່ຕົວເລກເງິນເຟີ້ເຫຼົ່ານີ້ ເຮັດໃຫ້ນົກລົງທຶນຫັນໄປເທຂາຍຮຸ້ນ ແລະ ຫັນໄປລົງທຶນໃນສິນຊັບທີ່ປອດໄພ. ໃນສ່ວນຂອງຜູ້ບໍລິໂພກຊາວສະຫະລັດແມ່ນຈະຕ້ອງປະເຊີນກັບຄ່າຄອງຊີບທີ່ສູງຂຶ້ນ, ຜູ້ບໍລິໂພກມີກຳລັງຊື້ທີ່ຫຼຸດລົງ ແລະ ອາດເຮັດໃຫ້ເສດຖະກິດສະຫະລັດຊະລໍຕົວລົງຕາມ.

ທີ່ມາ:

edition

th.investing

mgronline

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/