ອັດຕາການເຜົາໄໝ້ຫຼຽນ Shiba Inu ເພີ່ມຂຶ້ນເຖິງ 5,891% ພາຍໃນອາທິດທີ່ຜ່ານມາ


ອີງຕາມຂໍ້ມູນທີ່ແບ່ງປັນໂດຍແພລັດຟອມຕິດຕາມການເຜົາໄໝ້ຂອງ Shiba Inu (SHIB) ຄື Shibburn ພົບວ່າໃນໄລຍະ 7 ມື້ທີ່ຜ່ານມາ, ອັດຕາການເຜົາໄໝ້ SHIB ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍເກືອບ 6,000%.

ຢ່າງໃດກໍຕາມ, ການເຜົາໄໝ້ປະຈໍາວັນໃນອາທິດນີ້ຍັງຢູ່ໃນເຂດສີແດງ. ໃນສ່ວນຂອງລາຄາ SHIB ໄດ້ຫຼຸດລົງຢ່າງຫຼວງຫຼາຍຫຼັງຈາກເພີ່ມຂຶ້ນຫຼາຍກວ່າ 14% ໃນວັນພຸດທີ່ຜ່ານມາຫຼັງຈາກຂ່າວການອະນຸມັດຂອງ Bitcoin ETF.

ເມື່ອບໍ່ດົນມານີ້, ບັນຊີທີ່ຊື່ Shibburn ໃນມີການເຜີຍແຜ່ໃນແພລັດຟອມ X ວ່າ ໃນອາທິດທີ່ຜ່ານມາຫຼຽນມີມ Shiba Inu ຈຳນວນ 9,466,051,582 SHIB ໄດ້ຖືກໂອນໄປຫາກະເປົາເງິນທີ່ຖືກປິດຕາຍ ແລະ ຫຼຽນທີ່ຖືກໂອນໄປນັ້ນຈະຖືກລັອກໄວ້ຢູ່ໃນກະເປົາດັ່ງກ່າວຕະຫຼອດໄປ. ການເຄື່ອນໄຫວດັ່ງກ່າວໄດ້ກະຕຸ້ນໃຫ້ເກີດອັດຕາການເຜົາໄໝ້ SHIB ໃນ TF ປະຈໍາອາທິດເພີ່ມຂຶ້ນເຖິງ 5,891.2%.

ອີງຕາມ U.Today ທີ່ໄດ້ຊີ້ໃຫ້ເຫັນໃນຕົ້ນອາທິດນີ້, ທີມງານນັກພັດທະນາ Shiba Inu ທີ່ນໍາໂດຍ Shytoshi Kusama, ໄດ້ເຜົາໄໝ້ SHIB ຈໍານວນມະຫາສານກວ່າ 9,351,444,446 SHIB ອອກຈາກການໄຫຼວຽນ. ໂດຍການເຜົາໄໝຂອງລາວພຽງຄັ້ງດຽວນັ້ນໄດ້ຮັດໃຫ້ອັດຕາການເຜົາໄໝ້ຂອງ SHIB ເພີ່ມຂຶ້ນເຖິງ 27,510%.

ໃນຂະນະທີ່ຂຽນ, ຫຼຽນ Shiba Inu ໄດ້ມີການຊື້ຂາຍກັນຢູ່ທີ່ 0.000009655 ໂດລາ ເຊິ່ງຫຼຸດລົງ 3.07 % ໃນ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

u.today

u.today2

shiba-inu

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/