ຫຼວງນໍ້າທາເປີດນໍາໃຊ້ລະບົບແຈ້ງພາສີແບບເອເລັກໂຕຣນິກ NSWA+ ອຳນວຍຄວາມສະດວກໃຫ້ຜູ້ປະກອບການ ໃນການດຳເນີນການແຈ້ງພາສີ


ແຂວງຫຼວງນໍ້າທາໄດ້ຈັດຊຸດເຝິກອົບຮົມ ແລະ ເປີດນໍາໃຊ້ລະບົບແຈ້ງພາສີແບບເອເລັກໂຕຣນິກ, ລະບົບແຈ້ງພາສີປະຕູດຽວແບບເອເລັກໂຕນິກ, ທີ່ກົມພາສີສ້າງຂຶ້ນ ໃຫ້ຜູ້ປະກອບການນໍາໃຊ້ເຂົ້າໃນການແຈ້ງພາສີ, ເພື່ອຊຳລະຄ່າພາສີ ແລະ ການນໍາສິນຄ້າອອກຈາກດ່ານ-ສາງ ແບບເອກເລັກໂຕຣນິກຂຶ້ນໃນວັນທີ 27 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມໄອຊີດີ ດ່ານສາກົນບໍ່ເຕັນ ໂດຍການເປັນປະທານຂອງທ່ານ ຫວ່າງເຊັງລີ ເຢຍເຊັງ ຮອງຫົວໜ້າພາສີປະຈໍາແຂວງຫຼວງນໍ້າທາ.

ອີງຕາມການລາຍງານຂອງ ຂ່າວສານແຂວງຫຼວງນໍ້າທາ, ທ່ານ ວົງຕາວັນ ພວງເພັດ ຮອງຫົວໜ້າພະແນກຄຸ້ມຄອງລະບົບຂໍ້ມູນຂ່າວສານ ແລະ ແຜນການແຂວງຫຼວງນໍ້າທາໃຫ້ຮູ້ວ່າ:ການຍົກລະດັບໃນຄັ້ງນີ້ແມ່ນເພື່ອ ອຳນວຍຄວາມສະດວກໃຫ້ຜູ້ປະກອບການສາມາດດຳເນີນການແຈ້ງພາສີຢູ່ຈຸດໃດກໍໄດ້ ບໍ່ວ່າຈະເປັນຫ້ອງການ ອາຄານ ແລະ ສຳນັກງານຂອງຜູ້ປະກອບການ ຂໍພຽງແຕ່ນຳໃຊ້ອິນເຕີເນັດກໍສາມາດແຈ້ງພາສີໄດ້ ນອກຈາກການແຈ້ງພາສີແລ້ວ ທາງຜູ້ປະກອບການຍັງຈະໄດ້ຮຽນຮູ້ ແລະ ດຳເນີນການລົງລາຍເຊັນເອເລັກໂຕຣນິກ ແບບພື້ນຖານໃນການ ຢັ້ງຢືນຄວາມຖືກຕ້ອງໃນການແຈ້ງພາສີ ນັ້ນແມ່ນພາກຜູ້ປະກອບການ ພ້ອມນັ້ນການເຝິກອົບຮົມຄັ້ງນີ້ກໍເພື່ອເປັນການຍົກລະດັບຂອງເຈົ້າໜ້າທີ່ພາສີໃນການກວດກາເອກະສານຕ່າງໆຜ່ານລະບົບ NSWA+ ທີ່ສາມາດເບິ່ງຜ່ານລະບົບ ແລະ ບໍລິຫານຄວາມສ່ຽງໃນການແຈ້ງພາສີ .

ການແຈ້ງພາສີກໍເປັນວຽກງານໜຶ່ງທີ່ເປັນພັນທະຂອງຜູ້ປະກອບການນຳເຂົ້າ-ສົ່ງອອກ ສິນຄ້າເຄື່ອງຂອງ ທີ່ຕ້ອງຫັນໄປສູ່ລະບົບແບບເອເລັກໂຕຣນິກ ພ້ອມນີ້ທ່ານກໍໄດ້ຮຽກຮ້ອງໃຫ້ບັນດາຜູ້ປະກອບການທີ່ໄດ້ ເຂົ້າມາເຝິກອົບຮົມ ຈົ່ງເອົາໃຈໃສ່ໃນການສຶກສາຮໍ່າຮຽນເອົາຄວາມຮູ້ ແລະ ປະສົບການຈາກຄູເຝິກ ແລະ ໃນຕໍ່ໜ້າທາງກົມພາສີ ຍັງຈະໄດ້ມີການຈັດເຝິກອົບຮົມເປັນແຕ່ລະໄລຍະ ແລະ ພ້ອມກັນກ້າວໄປສູ່ດີຈີຕອນ ເພື່ອຄຸ້ມຄອງການຈັດເກັບລາຍຮັບ ແບບທັນສະໄໝສາມາດກວດສອບໄດ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/