ຫວຽດນາມ ພິຈາລະນາຄະດີພະນັກງານລັດ 50 ກວ່າຄົນ ເພາະສໍ້ລາດບັງຫຼວງ 18 ຄົນອາດຖືກລົງໂທດປະຫານຊີວິດ ຖ້າມີຄວາມຜິດແທ້


ຫວຽດນາມ ໜຶ່ງໃນປະເທດຂອງອາຊຽນ ທີ່ມີຄວາມພັດທະນາ ມີຄວາມທັນສະໄໝໃນດ້ານຕ່າງໆ ມີອຸດສາຫະກຳທີ່ທັນສະໄໝ ເລື່ອງຂອງກົດໝາຍກໍຖືໄດ້ວ່າປະຕິບັດແບບຈິງຈັງ, ຫຼ້າສຸດ ໃນຕອນເຊົ້າທີ 11 ກໍລະກົດທີ່ຜ່ານມານີ້ ເຈົ້າໜ້າທີ່ລັດຂອງຫວຽດນາມ​ ຈໍານວນ 50 ກວ່າຄົນ ໃນຈໍານວນຜູ້ຖືກຫາຫຼາຍກວ່າ 100 ຄົນ, ໄດ້ຖືກຄຸມຕົວຂຶ້ນສານຕັດສິນຢູ່ນະຄອນຫຼວງຮາໂນ່ຍ ໃນຖານສໍ້ລາດບັງຫຼວງ ຮັບ ແລະ ໃຫ້ສິນບົນ 9,5 ລ້ານໂດລາສະຫະລັດ ເພື່ອຂ້າມຂັ້ນຕອນຜິດກົດໝາຍເອົາຄົນກັບປະເທດໃນຍາມໂຄວິດລະບາດ, ໃນນັ້ນ 2,65 ລ້ານ ແມ່ນຊື້ຈ້າງຕໍາຫຼວດບໍ່ໃຫ້ເອົາເລື່ອງ, ເຖິງບໍ່ແມ່ນເງິນລັດແຕ່ເປັນການທຸຈະລິດໃນໜ້າທີ່ທີ່ຮ້າຍແຮງ ດ້ວຍການທຸຈະລິດຕໍ່ໜ້າທີ່ ນໍາເອົາຊາວຫວຽດນາມຈາກ 60 ປະເທດ ບິນເຂົ້າປະເທດ ດ້ວຍຍົນເໝົາລໍາ 800 ຖ້ຽວ. ເຫດການດັ່ງກ່າວເຮັດໃຫ້ ຮອງນາຍົກ 2 ທ່ານຖືກປົດ ແລະ ປະທານປະເທດຕ້ອງລາອອກ. ເລຂາທິການໃຫຍ່ ຂອງພັກຄອມມູນິດຫວຽດນາມ ເປັນຜູ້ຊີ້ນໍາໂດຍອົງການກວາດລ້າງປາບປາມການສໍ້ລາດບັງຫຼວງຄັ້ງນີ້.

ໃນການຕັດສິນຄັ້ງນີ້, 18 ຄົນ ອາດເຖິງຂັ້ນປະຫານຊີວິດ ຖ້າມີຄວາມຜິດແທ້ ລວມມີທັງ ຮອງ ລມຕ ກະຊວງການຕ່າງປະເທດ, ເລຂາ ຮອງນາຍົກ. ຮອງເຈົ້າຄອງນະຄອນຮ່າໂນຍ ທີ່ຖືກຫາວ່າ ໄດ້ຮັບສິນບົນ 910.000 ໂດລາ ແລະ ເອກອັກຄະລັດຖະທູດຫວຽດນາມປະຈໍາຍີ່ປຸ່ນ ຕ້ອງໄດ້ຈ່າຍໃຫ້ລັດ ຜູ້ລະ 75.000 ໂດລາ ເພື່ອແກ້ໄຂຜົນກະທົບ.

ນອກຈາກນີ້ ຍັງມີເຈົ້າໜ້າທີ່ລັດ 21 ຄົນ ທີ່ໄດ້ເອົາເງິນ 7 ລ້ານໂດລາ ຈາກບໍລິສັດ 100 ກວ່າແຫ່ງ ເພື່ອຂ້າມຂັ້ນຕອນເອົາຄົນກັບປະເທດ; ສ່ວນອີກ 33 ຄົນຖືກກ່າວຫາວ່າເປັນຜູ້ດຳເນີນການໃຫ້ສິນບົນ, ຊື້ຈ້າງຈອບອອຍ ແລະ​ ໃຊ້ອໍານາດເຖື່ອນ,​ ຂ່າວໃຫ້ລາຍລະອຽດຕື່ມວ່າ ເລຂາ ລມຕ ສາທາລະນະສຸກ ໄດ້ຮັບສິນບົນ 253 ຄັ້ງ ລວມເປັນເງິນ 1,8 ລ້ານໂດລາ ໃນໄລຍະ 11 ເດືອນ.

ຂໍ້ມູນຈາກ:

VnExprees.net

ຈັນທະວົງ ອຸ່ນວິໄລຫົງ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/