ຫວຽດນາມ​ເພີ່ມ​ການ​ນຳ​ເຂົ້າ​ຖ່ານ​ຫີນ​ເກືອບ​ສອງ​ເທົ່າ ເພື່ອແກ້ໄຂບັນຫາທີ່ໄຟຟ້າດັບຢູ່ເລື້ອຍໆ

xr:d:DAGBiFfr8ys:3,j:3756425986509596680,t:24040508


ອີງຕາມ​ຂໍ້​ມູນ​ຂອງ​ດ່ານ​ພາສີ, ຫວຽດນາມກຳລັງ​ເລັ່ງການ​ນຳ​ເຂົ້າ​ຖ່ານ​ຫີນ​ເພີ່ມ​ຂຶ້ນ​ເກືອບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ໂດຍລັດຖະບານ​ໄດ້ມຸ່ງໝັ້ນທີ່ຈະສ້າງຄວາມໝັ້ນໃຈ​ໃຫ້ກັບນັກລົງທຶນຕ່າງປະເທດວ່າໂຮງງານ​ຈະ​ບໍ່​ປະສົບ​ກັບ​ບັນຫາໄຟຟ້າດັບອີກຄັ້ງຄືກັບໃນລະດູຮ້ອນທີ່ຜ່ານມາ

ປະເທດຫວຽດນາມ ​ເຊິ່ງ​ເປັນ​ຖານ​ການ​ຜະລິດ​ຂະໜາດ​ໃຫຍ່​ຂອງ​ບັນດາ​ບໍລິສັດ​ຂ້າມ​ຊາດ​ເຊັ່ນ Samsung Electronics ຂອງ​ເກົາຫຼີ​ໃຕ້, Foxconn ຂອງ​ໄຕ້​ຫວັນ ​ແລະ Canon ຂອງ​ຍີ່ປຸ່ນ ກຳລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​ທີ່​ເພີ່ມ​ຂຶ້ນ ພາຍຫຼັງ​ທີ່​ບໍ່​ສາມາດ​ຮັບປະກັນ​ການ​ສະໜອງ​ພະລັງງານ​ທີ່ບໍ່​ຕິດ​ຂັດ​ຕະຫຼອດໃນ​ໄລຍະ​ລະດູ​ຮ້ອນ​ທີ່​ຍາວ​ນານທີ່ຜ່ານມາ ໂດຍໂຮງງານບາງແຫ່ງຈະຕ້ອງໄດ້ຢຸດການຜະລິດຊົ່ວຄາວເນື່ອງຈາກປະສົບກັບເຫດການໄຟຟ້າຕິດໆດັບໆ.

ໃນລະຫວ່າງການປະຊຸມກັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃນ​ອາ​ທິດ​ຜ່ານ​ມາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Phạm Minh Chính ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ “ໄຟຟ້າຈະບໍ່ດັບອີກ”.

​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ຄວາມ​ສາມາດ​ທີ່ຈຳກັດ​ຂອງ​ຫວຽດນາມ ​ໃນ​ການ​ນຳ​ໃຊ້​ພະລັງງານ​ທົດ​ແທນ ແລະ​ ຄວາມ​ຕັ້ງ​ໃຈ​ທີ່​ຈະການ​ແກ້​ໄຂ​​ບັນ​ຫາເລື່ອງໄຟ​ຟ້າດັບ,​ ສົ່ງຜົນໃຫ້ ຕ້ອງນໍາເຂົ້າຖ່ານຫີນເພີ່ມຂຶ້ນຢ່າງຫຼີກເວັ້ນບໍ່ໄດ້. ໂດຍການນໍາເຂົ້າຖ່ານຫີນ, ສ່ວນໃຫຍ່ແມ່ນມາຈາກອອສເຕຣເລຍ ແລະ ອິນໂດເນເຊຍ ເຊິ່ງເພີ່ມຂຶ້ນປະມານ 88% ໃນວັນທີ 15 ມີນາ, ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ ແລະ ໃນສອງເດືອນທໍາອິດຂອງປີ. ອີກທັງຜົນຜະລິດຈາກການຂຸດຄົ້ນບໍ່ແຮ່ພາຍໃນປະເທດຍັງເພີ່ມຂຶ້ນ 3.3% ອີກດ້ວຍ.

ນອກຈາກນັ້ນ, ການນໍາເຂົ້າຖ່ານຫີນອາດຈະເພີ່ມຂຶ້ນຕື່ມອີກໃນຊ່ວງເຄິ່ງຫຼັງຂອງປີ. ເນື່ອງຈາກຜູ້ຜະລິດເຫຼັກກ້າ ແລະ ອຸດສາຫະກໍາທີ່ໃຊ້ພະລັງງານອື່ນໆຄາດວ່າຈະເພີ່ມການຜະລິດຂຶ້ນຕື່ມອີກ.

ທັງນີ້, ພາຍຫຼັງ​ທີ່ ຫວຽດນາມ ​ເພີ່ມ​ການ​ນຳ​ເຂົ້າ​ຖ່ານ​ຫີນ ເຊິ່ງເປັນເຊື້ອໄຟທີ່ມີລາຄາຖືກເພີ່ມຂຶ້ນ 61% ໃນປີກາຍນີ້. ເນື່ອງຈາກໂຮງງານໄຟຟ້າຖ່ານຫີນໄດ້ກັບຄືນສູ່ການຜະລິດພະລັງງານຢ່າງເຕັມທີ່ ເຊິ່ງ​ສອດ​ຄ່ອງ​ກັບ​ການ​ເພີ່ມ​ຂຶ້ນ​ຂອງ​ການ​ນໍາ​ໃຊ້​ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ​ແລະ ​ປະ​ເທດ​ເພື່ອນ​ບ້ານ​ໃນ​ພາກ​ພື້ນ​ອື່ນໆ.

​ໃນ​ຂະນະ​ນັ້ນ, ການ​ນຳ​ເຂົ້າ ​ແລະ ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດຮ່ວມ​ກັນ​ສະ​ແດງ​ໃຫ້​ເຫັນ​ວ່າຄວາມ​ຕ້ອງການ​ຖ່ານ​ຫີນ​ບັນລຸ​ເກີນ 8 ລ້ານ​ໂຕນ​ຕໍ່​ເດືອນ​ໃນ​ໄລຍະ​ເດືອນ​ມັງກອນ​ຫາ​ເດືອນ​ກຸມພາ. ນີ້ແມ່ນເກືອບ 9% ເຊິ່ງສູງກວ່າຄ່າສະເລ່ຍປະຈໍາເດືອນໃນໄລຍະສອງປີຜ່ານມາ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Phạm Minh Chính ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ບໍ່​ມີບັນຫາ​ການ​ຂາດ​ແຄນ​ໄຟ​ຟ້າ​ອີກຕໍ່ໄປ. ປັດຈຸ​ບັນ​ພວມ​ພິຈາລະນາ​ການ​ອະນຸຍາດ​ໃຫ້​ບັນດາ​ໂຮງງານ​ຕ່າງໆ ສາມາດຊື້ໄຟຟ້າໂດຍກົງຈາກຜູ້ຜະລິດ ເຊິ່ງບັນດານັກລົງທຶນຕ່າງປະເທດກໍໄດ້ຮຽກຮ້ອງໃຫ້ດໍາເນີນການໂດຍໄວ

ນອກຈາກນັ້ນ, ບົດລາຍງານສະບັບໜຶ່ງລະບຸວ່າ ສະພາ​ການ​ຄ້າ​ອາ​ເມ​ຣິກາ​ຮຽກຮ້ອງ​ໃຫ້​ລັດຖະບານ​ຫວຽດນາມ​ອະນຸມັດ​ໂຄງການ​ພະລັງງານ​ຢ່າງ​ວ່ອງ​ໄວ​ກວ່າ​ເກົ່າ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພະລັງງານ​ທີ່​ເພີ່ມ​ຂຶ້ນ. ຖ້າບໍ່ດັ່ງນັ້ນ, ໂອກາດທີ່ຈະດຶງດູດບໍລິສັດຜະລິດເຕັກໂນໂລຊີສູງຕ່າງໆ ກໍຍາກທີ່ຈະບັນລຸ.

ທີ່ມາ:

reuters

bangkokbiznews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/