ຫວຽດນາມຕ້ອງການສ້າງສາຍລຳລຽງຖ່ານຫີນ ຈາກ ສປປ ລາວ ຍາວ 160 ກິໂລແມັດ ເປີດໂອກາດການສົ່ງອອກຖ່ານຫີນຂອງລາວ


ແຂວງ Quang Tri ໃນພາກກາງຂອງ ສສ ຫວຽດນາມ ກຽມສະເໜີສ້າງສາຍພານລໍາລຽງຄວາມຍາວ 160 ກິໂລແມັດ ເພື່ອຂົນສົ່ງຖ່ານຫີນ ຈາກ ສປປ ລາວ ມາສູ່ທ່າເຮືອສຳຄັນໃນປະເທດ ຫວັງສະໜອງຖ່ານຫີນໃຫ້ພຽງພໍ ແລະ ຍັງເປັນການຊຸກຍູ້ ການສົ່ງອອກຖ່ານຫີນຂອງ ສປປ ລາວ.

ໂດຍອຳນາດການປົກຄອງ ແຂວງ Quang Tri ລາຍງານວ່າ ຄວາມຕ້ອງການຖ່ານຫີນຂອງ ສສ ຫວຽດນາມ ໄດ້ເພີ່ມຂຶ້ນສູງ ແຕ່ໂຄງສ້າງພື້ນຖານບໍລິເວນດ່ານ La Lay ໃນເຂດ Dakrong ບໍ່ສາມາດຕອບສະໜອງຄວາມຕ້ອງການດັ່ງກ່າວໄດ້ ເຮັດໃຫ້ການຈະລາຈອນຕິດຂັດ ແລະ ເສຍໂອກາດໃນການເຮັດທຸລະກິດ.

ໂດຍການສ້າງ ສາຍພານລຳລຽງດັ່ງກ່າວ ອຳນາດການປົກຄອງ ແຂວງ Quang Tri ໄດ້ສະເໜີໃຫ້ສ້າງຈາກ ແຂວງ ເຊກອງ ແລະ ສປປ ລາວ ເຂົ້າມາສູ່ ທ່າເຮືອ My Thuy ໃນເຂດ Hai Lang ຂອງຫວຽດນາມ ເພື່ອລໍາລຽງຖ່ານຫີນ ເຂົ້າສູ່ປະເທດ.

ແຂວງ ເຊກອງ ເປັນອີກໜື່ງແຂວງທີ່ມີການສົ່ງອອກ ຄ້າຂາຍກັບ ສສ ຫວຽດນາມຢູ່ແລ້ວ ແລະ ຖ່ານຫີນ ກໍເປັນອີກໜຶ່ງສິນຄ້າສຳຄັນທີ່ເຊກອງເຮັດການສົ່ງອອກໃຫ້ ສສ ຫວຽດນາມ. ໂດຍໃນປີນີ້ ແຂວງ ເຊກອງ ຄາດວ່າ ມູນຄ່າການຄ້າກັບຫວຽດນາມ ຈະສາມາດບັນລຸໄດ້ ຫຼາຍກວ່າ 29 ລ້ານໂດລາ.

ຕາມລາຍງານຂອງສື່ຈາກຫວຽດນາມລາຍງານວ່າ ສາຍພານລຳລຽງດັ່ງກ່າວ ອາດສາມາດບັນທຸກຖ່ານຫີນໄດ້ສູງເຖິງ 1.500 ໂຕນຕໍ່ຊົ່ວໂມງ ແລະ ອາດຂົນສົ່ງຖ່ານຫີນໄດ້ 15-20 ລ້ານໂຕນຕໍ່ປີ. ໂດຍສານພານດັ່ງກ່າວຈະມີຄວາມຍາວໃນຊາຍແດນລາວປະມານ 85 ກິໂລແມັດ ໄປຈົນຮອດດ່ານສາກົນ La Lay ຕໍ່ໄປອີກ 75 ກິໂລແມັດ ໄປຈົນຮອດທ່າເຮືອ My Thuy ຂອງ ສສ ຫວຽດນາມ.

ຂະນະທີ່ ທ່ານ Le Duc Tien ຮອງເຈົ້າແຂວງ Quang Tri ກ່າວວ່າ ສາຍພານລໍາລຽງດັ່ງກ່າວຈະຊ່ວຍເພີ່ມປະສິດທິພາບໃນການນຳເຂົ້າຖ່ານຫີນຂອງປະເທດ ແລະ ສົ່ງເສີມການສົ່ງອອກຖ່ານຫີນຂອງ ສປປ ລາວ, ພ້ອມຍັງຊ່ວຍຄຸ້ມຄອງສິ່ງແວດລ້ອມ ແລະ ປ້ອງກັນຄວາມເສຍຫາຍຈາກໂຄງສ້າງພື້ນຖານດ້ານການຂົນສົ່ງໄດ້.

ໃນໄລຍະທີ່ຜ່ານມາ ການນຳເຂົ້າຖ່ານຫີນຂອງຫວຽດນາມ ຈາກ ເຊກອງ ແລະ ສາລະວັນ ສາມາດເຮັດໄດ້ພຽງ 1 ​ລ້ານໂຕນຕໍ່ປີ. ແຕ່ພາຍຫຼັງການສ້າງສາຍພານດັ່ງກ່າວ ທາງຫວຽດນາມຄາດຫວັງຢາກນຳເຂົ້າຖ່ານຫີນ ຈາກ ສປປ ລາວ ໃຫ້ໄດ້  20-30 ລ້ານໂຕນຕໍ່ປີ.

ຂອບໃຈຂໍ້ມູນຈາກ: vnexpress, VientianeTimes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/