ການທ່ອງທ່ຽວຢູ່ແຂວງຫົວພັນ ຄຶກຄື້ນກວ່າເກົ່າ ພາຍຫຼັງເປີດນໍາໃຊ້ສະໜາມບິນໜອງຄ້າງ


ນັກທ່ອງທ່ຽວໃຫ້ຄວາມສົນໃຈເດີນທາງໄປທ່ອງທ່ຽວຢູ່ແຂວງຫົວພັນ ນັບມື້ເພີ່ມຂຶ້ນ ໂດຍສະເພາະນັບແຕ່ເປີດ ນໍາໃຊ້ສະໜາມບິນໜອງຄ້າງຢູ່ເມືອງຊໍາເໜືອ ແຕ່ກາງເດືອນພຶດສະພາ ປີ 2023 ນີ້ເປັນຕົ້ນມາ. ຂະນະທີ່ ອົງການປົກຄອງແຂວງກຽມພັດທະນາຫຼາຍແຫຼ່ງທ່ອງທ່ຽວໃຫ້ໄດ້ມາດຕະຖານ ແລະ ດຶງດູດໃຈນັກທ່ອງທ່ຽວກວ່າເກົ່າ.

ທ່ານ ນາງ ມະໄລທອງ ບຸນຍາໄຊ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫົວພັນໃຫ້ຮູ້ວ່າ: ນັບແຕ່ເປີດນໍາໃຊ້ສະໜາມບິນໜອງຄ້າງ, ມາຮອດປັດຈຸບັນມີ 2 ສາຍການບິນທີ່ບໍລິການຖ້ຽວບິນຈາກນະຄອນຫຼວງວຽງຈັນ-ຊໍາເໜືອ, ເຊີ່ງແຕ່ລະຖ້ຽວມີນັກທ່ອງທ່ຽວໃຊ້ບໍລິການເປັນຈໍານວນຫຼາຍເຮັດໃຫ້ການທ່ອງທ່ຽວພາຍໃນແຂວງຫົວພັນຄຶກຄື້ນຂຶ້ນຫຼາຍເມື່ອທຽບໃສ່ເມື່ອກ່ອນ, ໃນນີ້ ສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນປະເທດທີ່ໄປເປັນຄອບຄົວ ແລະ ເປັນກຸ່ມ, ສ່ວນນັກທ່ອງທ່ຽວຕ່າງປະເທດຍັງມີໜ້ອຍ, ນັບແຕ່ເປີດນໍາໃຊ້ສະໜາມດັ່ງກ່າວມາຮອດປັດຈຸບັນເຖີງວ່າຍັງບໍ່ທັນເກັບກໍາຕົວສະຖິຕິໄດ້ຢ່າງລະອຽດ, ແຕ່ເຫັນວ່າມີນັກທ່ອງທ່ຽວເພີ່ມຂຶ້ນຢ່າງຫຼວງຫຼາຍ, ເຊິ່ງຫຼັງຈາກເດີນທາງຮອດເມືອງຊໍາເໜືອແລ້ວ ນັກທ່ອງທ່ຽວໄດ້ເໝົາລົດຕູ້ໄປທ່ຽວຢູ່ສະຖານທີ່ທ່ອງທ່ຽວສໍາຄັນຕ່າງໆ ພາຍໃນແຂວງ ແລະ ບາງກຸ່ມເດີນທາງໄປທ່ຽວຕໍ່ທີ່ຫວຽດນາມ.

ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຫົວພັນໃຫ້ຮູ້ຕື່ມວ່າ: ເພື່ອດຶງດູດນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວແຂວງຫົວພັນນັບມື້ເພີ່ມຂຶ້ນ, ຂະແໜງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວພວມສຸມໃສ່ພັດທະນາແຫຼ່ງທ່ອງທ່ຽວໃນຫຼາຍດ້ານ ເປັນຕົ້ນ: ກໍາລັງສະເໜີຕໍ່ກະຊວງຖະແ
ຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເພື່ອພັດທະນາແຫຼ່ງທ່ອງທ່ຽວຫຼ
າຍແຫ່ງ ໂດຍສະເພາະແມ່ນແຫຼ່ງທ່ອງທ່ອງທາງຍຸດທະສາດ ພູຜາຖີ່ໃຫ້ສາມາດແຂ່ງຂັນ ແລະ ເຊື່ອມຕໍ່ກັບປະເທດໃກ້ຄຽງ, ຖໍ້າປະຫວັດສາດຢູ່ເມືອງວຽງໄຊ ແລະ ປັບປຸງທາງເຂົ້າສວນອຸທິຍານຫີນຕັ້ງຢູ່ເມືອງຫົວເມືອງ, ສົ່ງເສີມການທ່ອງທ່ຽວໃນໂອກາດງານດອກຄາຍປ່າ, ພ້ອມທັງປູກຕົ້ນດອກຄາຍປ່າລຽບເສັ້ນທາງແຕ່ສະໜາມບິນໜອງຄ້າງຫາເທດສະບານແຂວງ 1 ໝື່ນເບ້ຍເພື່ອຄວາມສວຍງາມ ແລະ ອື່ນໆ.

ສໍາລັບຈໍານວນນັກທ່ອງທ່ຽວທີ່ເດີນທາງເຂົ້າໄປທ່ອງທ່ຽວຢູ່ແຂວງຫົວພັນ ໃນໄລຍະ 4 ເດືອນ ນັບແຕ່ເດືອນ ມັງກອນ ຫາ ເດືອນເມສາຜ່ານມາ ມີນັກທ່ອງທ່ຽວເດີນທາງໄປທ່ອງທ່ຽວແຂວງ ຫົວພັນປະມານ 18.800 ກວ່າຄົນ. ໃນນີ້ ມີນັກທ່ອງທ່ຽວພາຍໃນ 7.200 ກວ່າຄົນ ແລະ ຕ່າງປະເທດ 11.600 ກວ່າຄົນ ເມື່ອທຽບໃສ່ແຜນການ 6 ເດືອນຕົ້ນປີ 2023 ປະຕິບັດໄດ້ເກືອບ 71%, ສ້າງລາຍຮັບໃຫ້ໄດ້ 12 ຕື້ 800 ກວ່າລ້ານກີບເທົ່າກັບ 67%, ຖ້າທຽບໃສ່ 4 ເດືອນຕົ້ນປີ 2022 ເພີ່ມຂຶ້ນຫລາຍກວ່າ 300%.

ຂໍ້ມູນຈາກ: https://cutt.ly/1wth0uTb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/