ສ.ເກົາຫຼີພົບຜູ້ປ່ວຍ “ໂຄວິດ-19 ກາຍພັນ” ເປັນກຸ່ມທຳອິດຂອງປະເທດ


ເມື່ອວັນຈັນທີ່ຜ່ານມາ ສູນຄວບຄຸມ ແລະ ປ້ອງກັນໂຣກຂອງເກົາຫຼີໃຕ້ (KCDC)  ລາຍງານການກວດພົບຜູ້ປ່ວຍໂຣກຕິດເຊື້ອໄວຣັດໂຄໂລນ່າສາຍພັນໃໝ່ (ໂຄວິດ – 19) ຊະນິດກາຍພັນກຸ່ມທຳອິດຂອງປະເທດ ເຊິ່ງຜູ້ເດີນທາງມາຈາກສະຫະຣາຊະອານາຈັກ.

ຖະແຫຼງການຈາກສູນຄວບຄຸມ ແລະ ປ້ອງກັນໂຣກ ລະບຸວ່າຊາວເກົາຫຼີໃຕ້ 3 ຄົນ ເຊິ່ງອາໄສຢູ່ໃນກຸງລອນດອນ ແລະ ເດີນທາງຮອດເກົາຫຼີໃຕ້ໃນເມື່ອອາທິດທີ່ຜ່ານມາມີຜົນກວດໂຣກໂຄວິດ-19 ຊະນິດກາຍພັນເປັນບວກ ໂດຍພວກເຂົາໄດ້ຮັບການຢືນຢັນວ່າມີເຊື້ອໄວຣັດຊະນິດກາຍພັນຂະນະຮັບການກວດໂຣກຫຼັງເດີນທາງຮອດເກົາຫຼີໃຕ້ ແລະ ຢູ່ລະຫວ່າງການກັກຕົວແລ້ວ.

ຂະນະດຽວກັນສູນຄວບຄຸມ ແລະ ປ້ອງກັນໂຣກຂອງເກົາຫຼີໃຕ້ ຍັງກວດພົບວ່າຊາວເກົາຫຼີໃຕ້ອີກ 4 ຄົນ ເຊິ່ງເດີນທາງຈາກຣາຊະອານາຈັກມາຮອດເກົາຫຼີໃຕ້ໃນວັນທີ 8 ພະຈິກ ແລະ 13 ທັນວາ 2020 ມີຜົນກວດໂຣກໂຄວິດ-19 ເປັນບວກ ແລະ  ຢູ່ລະຫວ່າງການກວດສອບວ່າພວກເຂົາຕິດເຊື້ອໄວຣັດຂະນິດກາຍພັນໃໝ່ ຫຼື ບໍ່?.

ລາຍງານລະບຸວ່າຜູ້ປ່ວຍຄົນໜຶ່ງເປັນຊາຍຊ່ວງອາຍຸ 80 ປີ ທີ່ກວດພົບໂຣກໂຄວິດ-19 ເປັນບວກຫຼັງຈາກເສຍຊີວິດແລ້ວ ຂະນະສະມາຊິກຄອບຄົວຂອງລາວອີກ 3 ຄົນໄດ້ຮັບການຢືນຢັນວ່າຕິດເຊື້ອໄວຣັດຄືກັນ.

ໂຣກໂຄວິດ -19 ຊະນິດກາຍພັນທີ່ກວດພົບໃນສະຫະຣາຊະອານາຈັກນັ້ນເປັນທີ່ຮູ້ກັນວ່າສາມາດແຜ່ລະບາດໄດ້ໄວກວ່າສາຍພັນເກົ່າເຖິງຮ້ອຍລະ 70 ເກົາຫຼີໃຕ້ຈຶ່ງປະກາດລະງັບບໍລິການຖ້ຽວບິນທັງໝົດຈາກສະຫະຣາຊະອານາຈັກໃນຊ່ວງນີ້ກ່ອນ.

ທັງນີ້ ເກົາຫຼີໃຕ້ກວດພົບຜູ້ປ່ວຍໂຣກໂຄວິດ-19 ເພີ່ມ 808 ຄົນ ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ສົ່ງຜົນໃຫ້ຍອດຜູ້ປ່ວຍທົ່ວປະເທດລວມຢູ່ທີ່ 57,680 ຄົນ ໂດຍຕົວເລກຜູ້ປ່ວຍລາຍວັນຢູ່ຕ່ຳກວ່າ 1,000 ຄົນ ຕິດຕໍ່ກັນ 2 ມື້ ເນື່ອງຈາກມີການກວດໂຣກໃຫ້ປະຊາຊົນໜ້ອຍລົງໃນຊ່ວງທ້າຍອາທິດທີ່ຜ່ານມາ.

ທີ່ມາ: https://www.xinhuathai.com/high/164510_20201228