ໂຄງການ “90-Day Finn” ເປີດໂອກາດໃຫ້ຄົນໄອທີຍ້າຍຖິ່ນຖານໄປຢູ່ຟິນແລນຟຣີ 90 ວັນ


ເມື່ອບໍ່ດົນມານີ້ ມີຂ່າວທີ່ສ້າງຄວາມຮືຮາໃນແວດວົງໄອທີໂລກ ຫຼັງຈາກທີ່ປະເທດຟິນແລນເປີດເຜີຍວ່າ ໄດ້ຮັບໃບສະໝັກຫຼາຍກວ່າ 5.300 ໃບ ໃນໄລຍະເວລາພຽງແຕ່ໜຶ່ງເດືອນ ສຳຫຼັບໂຄງການສຸດແຫວກແນວທີ່ຊື່ “90-Day Finn” ທີ່ເປີດໂອກາດໃຫ້ຊາວຕ່າງຊາດທີ່ເຮັດວຽກດ້ານເທັກໂນໂລຢີ ສາມາດພາຄອບຄົວຍ້າຍຖິ່ນຖານເຂົ້າມາໃນປະເທດໄດ້ເປັນເວລາ 90 ວັນ ພ້ອມສິ່ງອຳນວຍຄວາມສະດວກຕ່າງໆ ນອກຈາກນີ້ຍັງມີສິດທິຢູ່ຕໍ່ຖາວອນອີກດ້ວຍ.

ໂຈຮັນນາ ຮູເຣ (Johanna Huurre) ຈາກ Helsinki Business Hub ຜູ້ເລີ່ມແຄມເປນນີ້ ເປີດເຜີຍວ່າໂຄງການ Finn ໄດ້ຮັບຄວາມສົນໃຈຢ່າງເຫລືອລົ້ນ ໂດຍສະເພາະໃນສະຫະລັດອາເມຣິກາ ແລະ ຄານາດາ ທີ່ຖືວ່າເປັນ 30% ຂອງຜູ່ສະໝັກ ຂະນະທີ່ຫຼາຍກວ່າ 800 ຄົນ ເປັນຜູ່ປະກອບການທີ່ກຳລັງເບິ່ງຫາການເປີດຕົວສະຕາດອັບ, ມີ 60 ຄົນເປັນນັກລົງທຶນ ແລະ ສ່ວນທີ່ເຫຼືອແມ່ນເປັນຄົນທີ່ກຳລັງແນມຫາວຽກທີ່ໜ້າສົນໃຈ ເຊິ່ງຜູ່ສະໝັກສ່ວນໃຫຍ່ມີຄອບຄົວ ແລະ ຕ້ອງການເຮັດວຽກຈາກໄລຍະໄກ.

ຟິນແລນ ເປັນຕົ້ນກຳເນີດຂອງແບຣນໄອທີຍັກໃຫຍ່ ແລະ ນະວັດຕະກຳປ່ຽນໂລກຢ່າງ Nokia, SMS, 5G ແລະ Linux ມີລາຍໄດ້ຈາກທຸລະກິດສະຕາດອັບເຖິງ 6.000 ລ້ານເອີໂຣ ແລະ ມີຈຳນວນສະຕາດອັບດ້ານດິິຈິຕອນຫຼາຍທີ່ສຸດໃນໂລກ ເມື່ອທຽບກັບຈຳນວນປະຊາກອນ ຂະນະທີ່ບໍລິສັດດ້ານເຕັກໂນໂລຊີຊື່ດັງຈາກຕ່າງຊາດ ເຊັ່ນ Google, Bayer, ແລະ GE Healthcare ກໍຫາເປີດສຳນັກງານປະຈຳສາຂາຟິນແລນໄປເມື່ອບໍ່ດົນມານີ້.

ໂຄງການ “90-Day Finn” ຈະຊ່ວຍເຫຼືອຜູ່ສະໝັກທີ່ໄດ້ຮັບການຄັດເລືອກໃນການຈັດການເອກະສານທາງການທີ່ຈຳເປັນທັງໝົດ ລວມເຖິງທີ່ຢູ່ອາໄສ ໂຮງຮຽນ ຫຼື ສະຖານຮັບລ້ຽງເດັກ ສິ່ງອຳນວຍຄວາມສະດວກໃນການເຮັດວຽກໄລຍະໄກ ແລະ ການຊ່ວຍເຫຼືອສຳລັບຜູ່ທີ່ຕ້ອງການຢູ່ຖາວອນ.

“ເຮົາບໍ່ໄດ້ຢູ່ໃນລາຍຊື່ອັນດັບຕົ້ນໆ ຂອງປະເທດທີ່ຜູ່ຕ້ອງການຍ້າຍເຂົ້າມາອາໄສ ແຕ່ເຮົາຮູ້ວ່າເມື່ອໃດກໍຕາມທີ່ພວກເຂົາໄດ້ລອງມາຢູ່ແລ້ວ ກໍມັກທີ່ຈະຢູ່ຍາວ ມີການແຂ່ງຂັນກັນສູງທົ່ວໂລກ ເພື່ອດຶງດູດຄົນທີ່ມີຄວາມສາມາດເຫຼົ່ານີ້ ດັ່ງນັ້ນເຮົາຈຶ່ງຕ້ອງຫາໄອເດຍທີ່ສ້າງສັນມາສູ້” ໂຈຮັນນາ ຮູເຣ ກ່າວ.

ໂຈນາສ ຮາລລາ (Joonas Halla) ຈາກ Business Finland ເບິ່ງວ່າ “90-Day Finn” ຖືເປັນແຄມເປນສຸດສ້າງສັນໃນການເຮັດໃຫ້ຜູ່ຄົນໄດ້ຮູ້ຈັກຟິນແລນ ເຊິ່ງຈາກການປະມານການ ຄາດວ່າແຄມເປນນີ້ຈະສ້າງວຽກໃໝ່ເຖິງ 50.000 ຕຳແໜ່ງໃນປີ 2021.

ຟິນແລນ ໄດ້ຮັບການຈັດອັນດັບໃຫ້ເປັນປະເທດທີ່ມີຄວາມສຸກທີ່ສຸດໃນໂລກສາມປີຊ້ອນ ໃນຊ່ວງລະບາດຂອງໂຄວິດ-19 ປະເທດນໍດິກແຫ່ງນີ້ມີຜູ່ເສຍຊີວິດສະເລ່ຍ 85 ຄົນຕໍ່ປະຊາກອນໜຶ່ງລ້ານຄົນ ເຊິ່ງເປັນໜຶ່ງໃນປະເທດທີ່ມີອັດຕາຜູ່ເສຍຊີວິດຈາກໂຄວິດ-19 ຕ່ຳທີ່ສຸດປະເທດໜຶ່ງໃນໂລກ.

ທີ່ມາ: